ສປປ ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ
ວັນທີ 10 ມິຖຸນາ 2022 ນີ້, ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ໄດ້ດຳເນີນການເລືອກຕັ້ງສະມາຊິກໃໝ່ຂອງ ສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025. ສປປ ລາວ ໄດ້ຮັບກຽດເປັນໜຶ່ງໃນ 4 ປະເທດ ທີ່ໄດ້ຖືກເລືອກຕັ້ງ ເຊິ່ງລວມທັງ ກາຕ້າ, ສ. ເກົາຫລີ ແລະ ສປ ຈີນ ໂດຍເປັນຕົວແທນຈາກກຸ່ມພາກພື້ນ ອາຊີ-ປາຊິຟິກ. ການໄດ້ຮັບເລືອກຕັ້ງໃນຄັ້ງນີ້ ເປັນຄັ້ງທຳອິດໃນປະຫວັດສາດ ທີ່ ສປປ ລາວ ມີທີ່ນັ່ງເປັນສະມາຊິກສົມບູນ ໃນສະພາເສດຖະກິດ-ສັງຄົມ ສປຊ.
ສະພາເສດຖະກິດ-ສັງຄົມ ເປັນໃຈກາງຂອງລະບົບ ສປຊ ໃນການຈັດຕັ້ງປະຕິບັດ 3 ເສົາຄ້ຳຂອງການພັດທະນາແບບຍືນຍົງ -ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ເປັນກົນໄກໃນການສົ່ງເສີມການປຶກສາຫາລື ແລະ ແນວຄິດນະວັດນະກຳ, ສ້າງຄວາມເປັນເອກະພາບຕໍ່ແນວທາງໃນຕໍ່ໜ້າ ແລະ ຄວາມພະຍາຍາມເພື່ອບັນລຸເປົ້າໝາຍການພັດທະນາຂອງສາກົນ; ມີບົດ ບາດຮັບຜິດຊອບຕິດຕາມຜົນຂອງເວທີປຶກສາຫາລືທີ່ກ່ຽວຂ້ອງ ແລະ ກອງປະຊຸມສຸດຍອດຕ່າງໆ ຂອງ ສປຊ. ສະພາເສດຖະກິດ-ສັງຄົມ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ ກົດບັດ ສປຊ ໃນປີ 1945 ໂດຍຖືເປັນໜຶ່ງໃນອົງກອນຫຼັກຂອງອົງການ ສປຊ.
ສະພາເສດຖະກິດ-ສັງຄົມ ປະກອບດ້ວຍສະມາຊິກຈຳນວນ 54 ປະເທດ ທີ່ໄດ້ຮັບການເລືອກຕັ້ງໂດຍ ສະມັດຊາໃຫຍ່ ເຊິ່ງມີວາລະ 3 ປີ. ສະມາຊິກຂອງສະພາດັ່ງກ່າວ ແມ່ນຈັດແບ່ງອີງຕາມແຕ່ລະພາກພື້ນຄື: 14 ປະເທດ ສຳລັບ ພາກພື້ນ ອາຟຣິກາ, 11 ປະເທດ ສຳລັບພາກພື້ນ ອາຊີ-ປາຊິຟິກ, 6 ປະເທດ ສຳລັບພາກພື້ນ ເອີຣົບຕາເວັນອອກ, 10 ປະເທດ ສຳລັບພາກພື້ນ ອາເມຣິກາລາຕິນ ແລະ ກາຣິບຽນ ແລະ 13 ປະເທດ ສຳລັບພາກພື້ນ ເອີຣົບຕາເວັນຕົກ ແລະ ອື່ນໆ.
ສະພາເສດຖະກິດ-ສັງຄົມ ຍັງມີບົດບາດເຊື່ອມໂຍງບັນດາໜ່ວຍງານ ແລະ ອົງການເຄືອຂ່າຍ ສປຊ ທັງໝົດ ທີ່ຮັບຜິດຊອບວຽກງານການພັດທະນາແບບຍືນຍົງ ໂດຍມີຫນ້າທີ່ໃນການກຳນົດຂໍ້ແນະນຳ ແລະ ການປະສານງານ. ໜ້າທີ່ຕົ້ນຕໍ້ຂອງສະພາດັ່ງກ່າວ ແມ່ນການປະສານວຽກງານດ້ານເສດຖະກິດ, ສັງຄົມ ແລະ ການພັດທະນາ ທີ່ກ່ຽວຂ້ອງກັບວຽກງານຂອງບັນດາ 15 ອົງການເຄືອຂ່າຍ, 8 ກຳມາທິການສະເພາະ ແລະ 5 ກຳມາທິການປະຈຳພາກພື້ນ ຂອງ ສປຊ; ເປັນເວທີໃຈກາງໃນການປຶກສາຫາລືກ່ຽວກັບ ບັນຫາເສດຖະກິດ, ສັງຄົມ ແລະ ການພັດທະນາຂອງສາກົນ, ເປັນກົນໄກກຳນົດຂໍ້ແນະນຳ ແລະ ວາງແນວທາງນະໂຍບາຍ ສຳລັບປະເທດສະມາຊິກ ແລະ ລະບົບ ສປຊ ໂດຍລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍທາງດ້ານການພັດທະນາ. ອີງຕາມບົດບາດໃນການປະສານງານ ພາຍໃຕ້ລະບົບ ສປຊ, ສະພາເສດຖະກິດ-ສັງຄົມ ຖືເປັນຊ່ອງທາງໃນການຮ່ວມມື ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ລວມທັງເປັນກົນໄກພິເສດສຳລັບການປຶກສາຫາລືຢ່າງມີປະສິດທິຜົນ ລະຫວ່າງບັນດາຜູ້ວາງນະໂຍບາຍ, ສະມາຊິກສະພາ, ນັກຄົ້ນຄວ້າ, ມູນນິທິ, ພາກສ່ວນທຸລະກິດ, ຊາວໜູ່ມ ແລະ ຫຼາຍກວ່າ 3.200 ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.
ໂດຍຄຳນຶງເຖິງບັນດາສິ່ງທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການສະເພາະຂອງ ກຸ່ມປະເທດທີ່ອ່ອນໄຫວ ແລະ ເພື່ອຕາງ ໜ້າໃຫ້ກຸ່ມປະເທດນ້ອຍ, ປະເທດບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດດ້ອຍພັດທະນາ, ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ກັບວຽກງານຂອງ ສະພາເສດຖະກິດ-ສັງຄົມ ສປຊ ໂດຍຖືເປັນກົນໄກຫຼັກ ໃນລະບົບການພັດທະນາ ຂອງ ສປຊ, ເປັນໜ່ວຍງານຄົ້ນຄວ້າບັນຫາທີ່ສຳຄັນ, ສ້າງຄວາມເປັນເອກະພາບໃນວິຖີສາກົນ ແລະ ຊຸກຍູ້ສ້າງຄວາມຄືບໜ້າ ສຳລັບວຽກງານການພັດທະນາແບບຍືນຍົງ ເປັນຕົ້ນ. ບົນຈິດໃຈດັ່ງກ່າວ, ສປປ ລາວ ມີຄວາມໝາຍໝັ້ນໃນການສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຂອງສາກົນ ເຊິ່ງລວມເປັນເປົ້າໝາຍການພັດທະນາແບບຍືນຍົງ (ປພຍ), ແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ແລະ ແຜນປະຕິບັດງານ ສໍາລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ລວມທັງ ຂອບການຮ່ວມມືດ້ານການພັດທະນາອື່ນໆ ຂອງ ອົງການ ສປຊ.
ສປປ ລາວ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ອີງໃສ່ສະພາບດ້ານການພັດທະນາສະເພາະຂອງຕົນ ໃນຖານະທີ່ເປັນທັງປະເທດດ້ອຍພັດທະນາ ແລະ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ການເປັນສະມາຊິກຂອງ ສະພາເສດຖະກິດ-ສັງຄົມ ສຳລັບສົກປີ 2023-2025 ຂອງ ສປປ ລາວ ຈະສາມາດສ້າງຄວາມຮັບຮູ້ ແລະ ປະກອບສ່ວນທີ່ມີຄວາມສໍາຄັນເຂົ້າໃນວຽກງານລວມຂອງ ສະພາເສດຖະ ກິດ-ສັງຄົມ ສປຊ ໄປຄຽງຄູ່ກັບຄວາມພະຍາຍາມ ເພື່ອຍົກສູງບົດບາດນຳພາ ແລະ ການກໍານົດນະໂຍບາຍຂອງສະພາດັ່ງກ່າວ ເພື່ອເລັ່ງລັດການຈັດຕັ້ງປະຕິບັດເປົ້າຫມາຍ ປພຍ, ການສ້າງຄວາມເຂັ້ມແຂງ ແລະ ສາມາດເຊື່ອມປະສານບັນດາແຜນງານ ທີ່ຢູ່ພາຍໃຕ້ລະບົບການພັດທະນາ ແລະ ບັນດາອົງການເຄືອຂ່າຍ ສປຊ ກໍ່ຄືການຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການອັນຈໍາເປັນພິເສດ ຂອງບັນດາປະເທດທີ່ອ່ອນໄຫວກວ່າໝູ່ ພາຍໃຕ້ຂອບແຜນງານຕ່າງໆ ຂອງອົງການ ສປຊ. ສປປ ລາວ ຈະເດີນໜ້າຢ່າງຫ້າວຫັນ ເພື່ອປະກອບສ່ວນໃນການສ້າງຄວາມສາມັກຄີປອງດອງກັບວົງຄະນາຍາດສາກົນ ແລະ ຍົກສູງບົດບາດຂອງຂອບການຮ່ວມມືຫຼາຍຝ່າຍ ໃນທ່າມກາງສະພາບວິກິດການທີ່ພວມເກີດຂຶ້ນ ແລະ ເພື່ອກ້າວໄປສູ່ການແກ້ໄຂບັນດາສິ່ງທ້າທາຍໃນໄລຍະຍາວ ເພື່ອສົ່ງເສີມການພັດທະນາແບບຍືນຍົງ.
————————
“The Lao PDR is elected to ECOSOC for the first time”.
On 10 June 2022, the United Nations General Assembly has overwhelmingly elected the new members of the Economic and Social Council (ECOSOC) for the term 2023-2025. The Lao PDR was honored to be elected as one of the four Members, along with Qatar, Republic of Korea and China representing the Asia Pacific region. This is for the first time in history that the Lao PDR will sit in the Council as a full member.
The Economic and Social Council (ECOSOC) is at the heart of the United Nations system to advance the three dimensions of sustainable development – economic, social and environmental. It is the central platform for fostering debate and innovative thinking, forging consensus on ways forward, and coordinating efforts to achieve internationally agreed development goals. It is also responsible for the follow-up to major UN conferences and summits. The UN Charter established ECOSOC in 1945 as one of the six main organs of the United Nations.
ECOSOC has 54 member Governments which are elected for three-year terms by the General Assembly. Seats on the Council are allotted based on geographical representation with fourteen allocated to African States, eleven to Asian States, six to Eastern European States, ten to Latin American and Caribbean States, and thirteen to Western European and other States.
ECOSOC links a diverse family of subsidiary bodies and UN entities dedicated to sustainable development, providing overall guidance and coordination. It is mandated to coordinate economic, social, and related work of the fifteen United Nations Specialized Agencies, eight Functional Commissions and five Regional Commissions. It provides the central forum for discussing international economic, social and development issues, and for formulating policy recommendations and guidance for UN Member States and the United Nations system to address the current development challenges. Building on its coordination role within the UN system, ECOSOC is a gateway for UN partnership and participation by the rest of the world. It further offers a unique global meeting point for productive dialogues among policymakers, parliamentarians, academics, foundations, businesses, youth and 3,200+ registered NGOs.
Having recognized multidimensional challenges and special needs of group of countries in special situations and by representing small, landlocked and least developed countries, the Lao PDR highly acknowledges the important role of ECOSOC, at the centre of the UN development system, in conducting cutting-edge analysis, agreeing on global norms and advocating for progress on sustainable development. In this connection, the Lao PDR is strongly committed to the implementation of the internationally agreed development goals, including the Sustainable Development Goals (SDGs), Programmes of Action for the Least Developed Countries (LDCs) and Landlocked Developing Countries (LLDCs) and other UN development cooperation frameworks.
The Lao PDR strongly believes that with its unique development experience of being both LDC and LLDC, its membership to ECOSOC for the term 2023-2025 will bring valuable insight and contribution to the work of ECOSOC with commitment to pay due attention to issues of strengthening the Council’s leadership and policy guidance role in accelerating SDG progress and building resilience and for better coordination of the activities of the United Nations Development System and its specialized agencies as well as in addressing the special needs of the most vulnerable countries within the United Nations frameworks. The Lao PDR will also actively advocate for global solidarity and renewed multilateralism during times of triple crisis and to meet long-term challenges to sustainable development.
ຂ່າວຈາກ: Permanent Mission of the Lao PDR to the United Nations