ຈະມີການໂຮມຊຸມນຸມໃຫຍ່ເພື່ອສະເຫລີມສະຫລອງ ປີສາມັກຄີ ມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ ວັນທີ 18 ກໍລະກົດ 2022 ໃຫ້ຟົດຟື້ນ
ວັນທີ 10 ມິຖຸນາ 2022, ຢູ່ຫ້ອງວ່າການສູນກາງພັກ ຈັດກອງປະຊຸມ ປຶກສາຫາລືການກະກຽມສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະຊີ້ນຳລະດັບຊາດສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ2022, ມີບັນດາສະຫາຍພາຍໃນຄະນະກະກຽມ ເຂົ້າຮ່ວມ.
ເພື່ອເຮັດໃຫ້ການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ເປັນຂະບວນການຟົດຟື້ນ, ເຫັນໄດ້ຄວາມໝາຍຄວາມສຳຄັນ ມູນເຊື້ອຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄື ການສ້າງສາພັດທະນາ ຂອງສອງຊາດໃນປັດຈຸບັນ, ເພື່ອຮັບປະກັນການກະກຽມວຽກງານໄປຕາມແຜນການ ແລະ ທິດທາງກໍານົດໄວ້.
ກອງປະຊຸມ ໄດ້ກວດກາຄືນການກະກຽມວຽກງານແຕ່ລະດ້ານ ໃນໄລຍະຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ໂດຍສະເພາະ ໄດ້ໃຫ້ທິດຊີ້ນໍາຕໍ່ແຜນການກະກຽມຈັດພິທີໂຮມຊຸມນຸມໃຫຍ່ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 18 ກໍລະກົດ 2022 ທີ່ຈະມາເຖິງນີ້.
ກອງປະຊຸມ ໄດ້ເປັນເອກະພາບການກະກຽມໃນຕໍ່ໜ້າ ໂດຍປະທານກອງປະຊຸມ ໄດ້ຊີ້ນໍາໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ບາງບັນຫາສໍາຄັນຕົ້ນຕໍ ຄື: ໃຫ້ຄະນະຮັບຜິດຊອບຊີ້ນຳລະດັບຊາດ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບມອບໝາຍ ດ້ວຍຄວາມເປັນເຈົ້າການ ຮັບປະກັນໃຫ້ຂະບວນການສະເຫລີມສະຫລອງຄັ້ງນີ້ ໄປຕາມຈຸດປະ ສົງຄາດໝາຍ ທີ່ວາງໄວ້ ແລະ ມີຜົນສຳເລັດ ຢ່າງຈົບງາມ; ໃຫ້ທຸກພາກສ່ວນກ່ຽວຂ້ອງ ຮີບຮ້ອນປັບປຸງແຜນການສະເຫລີມສະຫລອງ ທີ່ປິ່ນອ້ອມຂະແໜງການຕົນ ໃຫ້ລະອຽດ ທັງດ້ານເນື້ອໃນ, ງົບປະມານ ແລະ ການຍ້ອງຍໍ (ບົນຈິດໃຈປະຢັດ ແລະ ປະຕິບັດຕາມຄຳສັ່ງແນະນຳ ຂອງຄະນະຊີ້ນຳລະດັບຊາດ ຢ່າງເຄັ່ງຄັດ).
ພ້ອມນັ້ນ ກໍໃຫ້ສົ່ງບົດລາຍງານການເຄື່ອນໄຫວແຕ່ລະດ້ານ ໃຫ້ກອງເລຂາ ເປັນປົກກະຕິ ເພື່ອຮັບປະກັນໃຫ້ການຈັດ ຕັ້ງປະຕິບັດແຜນການຕ່າງໆໄປລວງດຽວກັນ; ພ້ອມທັງເປັນການລາຍງານ ໃຫ້ຂັ້ນເທິງຮັບຊາບ ແລະ ມີທິດຊີ້ນຳຢ່າງເປັນປົກກະຕິ, ທັນການ, ສຳລັບການກະກຽມງານໂຮມຊຸມນຸມໃຫຍ່ ທີ່ຈະຈັດໃນວັນທີ 18 ກໍລະກົດ 2022, ມອບໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມວຽກທີ່ຍັງບໍ່ທັນສໍາເລັດ ໂດຍໃຫ້ສືບຕໍ່ປະສານງານສອງຝ່າຍໃຫ້ມີຄວາມເປັນເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດການສະເຫລີມສະຫລອງໃນຄັ້ງນີ້ ໃຫ້ມີຜົນ ສຳເລັດເປັນຢ່າງດີ.
ຂ່າວ: ຫ້ອງວ່າການສູງກາງພັກ