ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025

ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025 - 287312447 1912682382268866 8122962705229838806 n - ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025
ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025 - kitchen vibe - ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025

ໃນວັນທີ 10 ມິຖຸນາ 2022 ນີ້ ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ (ຮສສ) ຈັດກອງປະຊຸມ ຄະນະກຳມາທິການ ປົກປ້ອງສັງຄົມຂັ້ນສູນກາງ ຄັ້ງທີ 1 ເພື່ອພິຈາລະນາ, ປະກອບຄຳຄິດ ຄຳເຫັນ, ຮັບຮອງເອົາບົດສະຫລຸບ ແລະ ທິດທາງການປະຕິບັດຍຸດທະສາດປົກປ້ອງສັງຄົມແຕ່ປີ 2016-2020 ແລະ ແຜນການຈັດຕັ້ງປະຕິບັດ 2021-2025 ທັງນີ້, ກໍເພື່ອຄວາມເປັນເອກະພາບສູງ ແລະ ເປັນພື້ນຖານໃຫ້ແກ່ບັນດາກະ ຊວງ, ຂະແໜງການ ໄດ້ຜັນຂະຫຍາຍແຜນດັ່ງກ່າວເຂົ້າສູ່ແຜນຕົວຈິງຂອງຂະແໜງການ.

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ, ປະກອບຄຳຄິດຄຳເຫັນ, ຮັບຮອງເອົາບົດສະຫລຸບ ແລະ ທິດທາງການປະຕິບັດຍຸດທະສາດປົກປ້ອງສັງຄົມແຕ່ປີ 2016-2020 ແລະ ແຜນການຈັດຕັ້ງປະຕິບັດ 2021-2025 ໂດຍເນື້ອໃນຍຸດທະສາດແຫ່ງຊາດສະບັບນີ້ ປະກອບມີ 3 ເປົ້າໝາຍຫລັກເຊັ່ນ: ການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສຸຂະພາບ; ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສັງຄົມ; ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບສະຫວັດດີການສັງຄົມ, ເຊິ່ງ 3 ຈຸດປະສົງຫລັກມີ 20 ກິດຈະກຳໃຫຍ່ ແລະ 59 ໜ້າວຽກທີ່ເປັນພື້ນຖານ ໃຫ້ແກ່ການປະກັນສັງຄົມ, ມີມາດຕະການປະຕິບັດ ແລະ ຄວາມຕ້ອງການງົບປະມານ ທີ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ.

ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025 - Visit Laos Visit SALANA BOUTIQUE HOTEL - ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025
ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025 - Visit Laos Visit SALANA BOUTIQUE HOTEL - ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025

ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ພ້ອມກັນປະກອບຄຳຄິດຄຳເຫັນ ໃຫ້ຫລາກຫລາຍ ເພື່ອເປັນຂໍ້ມູນ ໃຫ້ກອງເລຂານຳເອົາໄປປັບປຸງ ໃຫ້ມີເນື້ອໃນມີຄວາມຊັດເຈນ ແລະ ສອດຄ່ອງກັບຄວາມຈຳເປັນຕົວຈິງຂອງ ສປປ ລາວ ພວກເຮົາ ແລະ ເພື່ອເຮັດໃຫ້ການຈັດຕັັ້ງປະຕິບັດເປົ້າໝາຍ ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ໄລຍະ 2021-2025 ບັນລຸຜົນສໍາເລັດຕາມແຜນການກໍານົດ ໂດຍມີບາງມາດຕະການທີ່ຈະຕ້ອງໄດ້ຈັດຕັັ້ງປະຕິບັດ ຄື: ພ້ອມກັນເອົາໃຈໃສ່ຈັດຕັ້ງເຊື່ອມຊຶມບັນດາເປົ້າໝາຍ, ແຜນວຽກຈຸດສຸມ ແລະ ບັນດາກິດຈະກຳ ຂອງຍຸດທະສາດ ໂດຍສະເພາະວຽກຈຸດສຸມ ໃນປີ 2023 ຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ແລະ ມີຄວາມເປັນເອກະພາບ ໃນແຕ່ລະດ້ານ ໃຫ້ມີປະສິດທິຜົນ ຕາມທີ່ກໍານົດໄວ້; ເພີ່ມທະວີການປະສານງານ ແລະ ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ, ບັນດາພາກສ່ວນເສດຖະກິດ ທັງພາກລັດ ແລະ ເອກະຊົນ ໃຫ້ມີສ່ວນຮ່ວມໃນການຈັດຕັັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ກໍຄື ທິດທາງແຜນການສະບັບນີ້ຢ່າງກວ້າງຂວາງ; ຄະນະກໍາມະການ ແລະ ກອງເລຂາຄະນະກໍາມະການ ເພື່ອການປົກປ້ອງສັງຄົມ ຕ້ອງເຊີດຊູຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການເຊື່ອມຊຶມ, ຜັນຂະຫຍາຍ, ທິດທາງແຜນການ ໂດຍຜ່ານການປະເມີນຜົນ, ສະຫລຸບ ແລະ ລາຍງານວຽກ ທີ່ຕິດພັນກັບພາລະບົດບາດຂອງຂະແໜງການຕົນ ເປັນແຕ່ລະໄລຍະ; ຕ້ອງເປັນເຈົ້າການເຊື່ອມສານ ບັນດາໜ້າວຽກຈຸດສຸມ ແລະ ກິດຈະກໍາ ເຂົ້າແຜນພັດ ທະນາຂອງຕົນ ລວມທັງການຍາດແຍ່ງແຫ່ງທຶນຊ່ວຍເຫລືອ ແລະ ເຕັກນິກວິຊາການຈາກຕ່າງປະເທດ, ພາກພື້ນ ແລະ ສາກົນເພື່ອປະກອບສ່ວນເຂົ້າໃນການຈັດຕັັ້ງປະຕິບັດ ແລະ ລາຍງານໃຫ້ກອງເລຂາສັງລວມ ລາຍງານຄະນະກໍາມະການໃນແຕ່ລະໄລຍະ ໃຫ້ທັນການ.

ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025 - 3 - ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025
ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025 - 5 - ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025
ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025 - 4 - ຮສສ ພິຈາລະນາ ຮັບຮອງເອົາບົດສະຫລຸບ ແລະ ແຜນການປະຕິບັດຍຸດທະສາດປົກປ້ອງສັງຄົມ 2021-2025