ຄະນະລັດຖະບານມາເລເຊຍເຫັນພ້ອມ ກຽມຍົກເລີກໂທດປະຫານຊີວິດ
ຄະນະລັດຖະບານຂອງມາເລເຊຍມີມະຕິເຫັນພ້ອມ ໃຫ້ກຽມຍົກເລີກການລົງໂທດປະຫານຊີວິດ ແລ້ວໃຫ້ສານຕັດສິນ “ການລົງໂທດທີ່ເໝາະສົມ” ແທນ.
ວັນທີ 10 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະລັດຖະບານຂອງມາເລເຊຍມີມະຕິຮ່ວມກັນ ໃນກອງປະຊຸມວັນທີ 10 ມິຖຸນາ ສະເໜີໃຫ້ມີການຍົກເລີກການລົງໂທດປະຫານຊີວິດ ຫລື ໂທດບັງຄັບປະຫານຊີວິດ ໂດຍໃຫ້ຂຶ້ນຢູ່ກັບດຸນພິນິດຂອງຜູ້ພິພາກສາໃນຄະດີນັ້ນ ຕັດສິນໃຫ້ຜູ້ກະທຳຜິດຮັບໂທດແບບໃດແທນ “ຈຶ່ງຈະເໝາະສົມ”.
ທັງນີ້, ການປ່ຽນແປງທີ່ຈະເກີດຂຶ້ນຄວບຄຸມການກະທຳຄວາມຜິດ 11 ຄະດີ ໜຶ່ງໃນນັ້ນຄືການກະທຳຜິດທີ່ກ່ຽວຂ້ອງກັບຢາເສບຕິດ. ປັດຈຸບັນ ກົດໝາຍຂອງມາເລເຊຍລະບຸການລົງໂທດສູງສຸດ ທີ່ເປັນການປະຫານຊີວິດ ສຳລັບຜູ້ກະທຳຜິດໃນຄະດີຢາເສບຕິດ, ຄາດຕະກຳ, ກໍ່ການຮ້າຍ, ການລັກພາຕົວ ແລະ ການຄອບຄອງອາວຸດປືນໂດຍປາສະຈາກໃບອະນຸຍາດ.
ຕໍ່ຈາກນີ້, ສຳນັກງານໄອຍະການສູງສຸດ, ສຳນັກງານກິດຈະການກົດໝາຍຂອງສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງທຸກແຫ່ງທີ່ກ່ຽວຂ້ອງ ຈະພິຈາລະນາຂໍ້ສະເໜີຂອງຄະນະລັດຖະບານເປັນລຳດັບຕໍ່ໄປ.
ຂໍ້ມູນຈາກກະຊວງຍຸຕິທຳຂອງມາເລເຊຍລະບຸວ່າ: ປັດຈຸບັນມີນັກໂທດລໍຖ້າການປະຫານຊີວິດຫລາຍກວ່າ 1.200 ຄົນ ມີທັງຊາວມາເລເຊຍ ແລະ ຊາວຕ່າງປະເທດ ສ່ວນຫລາຍເປັນຜູ້ຕ້ອງຫາໃນຄະດີຢາເສບຕິດ ແລະ ຄະດີຄາດຕະກຳ. ດ້ານອົງການນິລະໂທດສາກົນ “ແອມເນສຕີ້ ອິນເຕີເນຊັນເນລ” ເຄີຍອອກມາວິຈານວ່າ: ຕາບໃດທີ່ມາເລເຊຍຍັງມີການລົງໂທດປະຫານຊີວິດ ຍ່ອມໝາຍຄວາມວ່າຍັງມີຄວາມເປັນໄປໄດ້ທີ່ຈະມີ “ແພະຮັບບາບ” ໃນຄະດີຮ້າຍແຮງ.
ອ້າງອີງ:
https://edition.cnn.com/2022/06/10/asia/malaysia-death-penalty-abolish-human-rights-intl-hnk/index.html