ໄທເກີ ວູດ ຄອງຕຳແຫນ່ງນັກກິລາມີຊັບສິນມູນຄ່າພັນລ້ານໂດລາຄົນຫລ້າສຸດ
ວາລະສານ Forbs ສື່ທຸລະກິດຊັ້ນນຳເປີດເຜີຍວ່າ ໄທເກີ ວູດ ຄືນັກກິລາຄົນຫລ້າສຸດທີ່ມີມູນຄ່າຊັບສິນລວມກັນຢ່າງຫນ້ອຍ 1,000 ລ້ານໂດລາສະຫະລັດ ຕໍ່ຈາກ ໄມເຄິລ ຈໍແດນ ແລະ ເລບຣອນ ເຈມ.
ໂດຍ ໄທເກີ ວູດ ອາຍຸ 46 ປີ ຫາກໍກັບມາລົງແຂ່ງຂັນເປັນຄັ້ງທຳອິດຫລັງປະສົບອຸບັດຕິເຫດລົດຂວຳ້ ກຸມພາປີກາຍ ໃນການແຂ່ງ ຂັນເມເຈີ ເດິ ມາສເຕີ 2022 ເມື່ອເດືອນເມສາ ກ່ອນລົງຫລິ້ນໃນເມເຈີທີ 2 ໃນລາຍການ ພີຈີເອ ແຊ໊ມປຽນຊິບ 2022 ເມື່ອເດືອນພຶດສະພາ.
ຕາມການລາຍງານຂອງວາລະສານ Forbs ໄດ້ລະບຸວ່າ ນັກກ໊ອຟແຊ໊ມເມເຈີ 15 ສະໄຫມ ມີມູນຄ່າຊັບສິນຈາກເງິນລາງວັນ, ລາຍ ຮັບຈາກຜູ້ສະຫນັບສະຫນູນ ແລະ ລາຍຮັບຈາກການລົງທຶນລວມກັນກວ່າ 1,700 ລ້ານໂດລາສະຫະລັດ.
ຈາກຜົນທີ່ເກີດຂຶ້ນເຮັດໃຫ້ ວູດ ກາຍເປັນນັກກິລາຄົນຫລ້າສຸດທີ່ມີຊັບສິນລວມກັນເກີນ 1,000 ລ້ານໂດລາສະຫະລັດ ຕໍ່ຈາກ ໄມເຄິລ ຈໍແດນ ອະດີດນັກກິລາບານບ້ວງລະດັບຕຳນານ ຊິຄາໂກ ແລະ ເລບຣອນ ເຈມ ຟໍເວີດ ຊື່ດັງ ແອລເອ ເລເກີ.