ຜູ້ຕິດເຊື້ອໝາກສຸກລີງຍັງເພີ່ມຕໍ່ເນື່ອງໃນຫລາຍປະເທດ ໄລຍະຟັກຕົວ 2-3 ອາທິດ
ສເປນ, ເນເທີແລນ ແລະ ໄນຈີເຣຍ ລາຍງານສະຖິຕິຜູ້ຕິດເຊື້ອພະຍາດໝາກສຸກລີງເພີ່ມຂຶ້ນຕໍ່ເນື່ອງ, ຂະນະທີ່ຂໍ້ມູນຂອງລັດຖະບານມາດຣິດລະບຸໄລຍະຟັກຕົວ ຢູ່ລະຫວ່າງ 2-3 ອາທິດ.
ວັນທີ 12 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງເນເທີແລນລາຍງານສະຖິຕິຜູ້ຕິດເຊື້ອໝາກສຸກລີງສະສົມໃນປະເທດຢ່າງໜ້ອຍ 60 ຄົນ ໃນຮອບອາທິດຫລ້າສຸດ ເພີ່ມຂຶ້ນ 20 ຄົນ ຈາກໃນອາທິດຜ່ານມາ ໂດຍຕອນນີ້ຜູ້ຕິດເຊື້ອທຸກຄົນເປັນກຸ່ມຊາຍຮັກຊາຍ ແລະ ຜົນການສອບສວນພະຍາດບົ່ງຊີ້ວ່າ: ຜູ້ຕິດເຊື້ອຫລາຍຄົນມີປະຫວັດເຊື່ອມໂຍງກັບເທສະການໄພຣໃນເບລຢ້ຽມ.
ດ້ານກະຊວງສາທາລະນະສຸກຂອງສເປນລາຍງານສະຖິຕິຜູ້ຕິດເຊື້ອໝາກສຸກລີງສະສົມໃນປະເທດຢ່າງໜ້ອຍ 275 ຄົນ ເພີ່ມຂຶ້ນ 25 ຄົນ. ພ້ອມທັງໃຫ້ຂໍ້ມູນອີກວ່າ: ໄລຍະຟັກຕົວຂອງພະຍາດໝາກສຸກລີງ ໂດຍປົກກະຕິຢູ່ລະຫວ່າງ 6-16 ວັນ ແຕ່ອາດຂະຫຍາຍເປັນລະຫວ່າງ 5-21 ວັນ.
ຂະນະທີ່ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງໄນຈີເຣຍລາຍງານສະຖິຕິຜູ້ຕິດເຊື້ອສະສົມຈາກພະຍາດໝາກສຸກລີງຢ່າງໜ້ອຍ 110 ຄົນ ນັບແຕ່ເດືອນມັງກອນປີນີ້ ໂດຍມີການຢືນຢັນຜູ້ຕິດເຊື້ອເພີ່ມ 31 ຄົນໃນຮອບ 24 ຊົ່ວໂມງຫລ້າສຸດ.
ປັດຈຸບັນ ໝາກສຸກລີງຖືກເປັນພະຍາດປະຈຳຖິ່ນໃນທະວີບອາຟຣິກາ ໂດຍສະເພາະຢູ່ໄນຈີເຣຍ, ສາທາລະນະລັດປະຊາທິປະໄຕຄອງໂກ ແລະ ແຄເມີຣູນ ເຊິ່ງລັດຖະບານໄນຈີເຣຍຈັດຕັ້ງສູນປະຕິບັດການສຸກເສີນ ແລະ ດຳເນີນການນັບແຕ່ເດືອນພຶດສະພາຜ່ານມາ ເພື່ອຕອບສະໜອງຕໍ່ຄວາມສ່ຽງຂອງການແພ່ລະບາດຄັ້ງໃຫຍ່.