ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
ວັນທີ 13 ມິຖຸນາ 2022 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ກອງປະຊຸມສະ ໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະ ທານຂອງທ່ານ ໄຊສົມພອນ ພົມວິຫານ ປະທາສະພາແຫ່ງຊາດ ໂດຍມີມມ່ານ ທອງລຸນ ສີສຸລິດ ປະ ທານປະເທດແຫ່ງສປປ ລາວ, ການນຳພັກ-ລັດ, ສະມາຊິກສະ ພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສຸນທອນພົດໄຂກອງປະຊຸມສະໄໝສາ ມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໂດຍຍົກໃຫ້ເຫັນວ່າ: ການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ເລີ່ມແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ມາຮອດປັດຈຸບັນເປັນເວລາ 6 ເດືອນກວ່າ ເຊິ່ງຢູ່ໃນສະພາບການພາກພື້ນ ແລະ ສາກົນຜັນແປໄປຢ່າງສະຫລັບ ຊັບຊ້ອນ, ເຄັ່ງຮ້ອນ ແລະ ຫລໍ່ແຫລມຫລາຍດ້ານທີ່ຄາດຄະເນໄດ້ຍາກ ບວກໃສ່ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ປະເທດຕ່າງໆໃນໂລກລວມທັງສປປ ລາວ ພວກເຮົາ.
ເຖິງຢ່າງໃດກໍຕາມໃນໄລຍະ 6 ເດືອນກວ່າທີ່ຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງພັກ, ສະພາແຫ່ງຊາດ ໄດ້ປະສານສົມທົບກັບລັດຖະບານ ປຶກສາຫາລືວຽກງານສຳຄັນຕ່າງໆເພື່ອສ້າງຄວາມເປັນເອກະພາບໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການເໜັງຕີງຂອງອັດຕາແລກປ່ຽນ, ອັດຕາເງິນເຟີ້, ການເພີ່ມຂຶ້ນຂອງລາຄາສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອື່ນໆ.
ລັດຖະບານ ໄດ້ເປັນເຈົ້າການຊີ້ນໍາ-ບັນຊາບັນດາອົງການຈັດຕັ້ງລັດທຸກຂັ້ນ ກໍຄືປະຊາຊົນລາວບັນດາເຜົ່າ ຈັດຕັ້ງປະຕິບັດມາດຕະ ການປ້ອງກັນການລະບາດລະບາດຂອງພະຍາດໂຄວິດ-19 ຢ່າງຈິງຈັງ ເຊິ່ງປັດຈຸບັນຫລຸດລົງແລ້ວ.ພ້ອມນັ້ນ, ຍັງໄດ້ແກ້ໄຂໄພພິບັດທຳມະຊາດ ແລະ ອື່ນໆສຳເລັດຕາມຄາດໝາຍ; ບັນດາອົງການຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ມີຄວາມພະຍາຍາມສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2022 ກໍຄືການຈັດດຕັ້ງປະຕິບັດ 2 ວາລະແຫ່ງຊາດທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົານັ້ນຄືບໜ້າເປັນຢ່າງດີ ເຊິ່ງສາມາດບັນລຸຄາດໝາຍດ້ານເສດຖະກິດມະຫາພາກຈຳນວນໜຶ່ງເຮັດໃຫ້ປະເທດຊາດ ສືບ ຕໍ່ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍ ຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງຂຶ້ນເປັນກ້າວໆ; ການພົວພັນຮ່ວມມືກັບຕ່າງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍຕາມທິດ “ການທູດປ້ອງກັນເຫດ” ເຮັດໃຫ້ບົດບາດອິດທິພົນຂອງປະເທດເຮົາ ໄດ້ຮັບການຍົກສູງຢ່າງຕໍ່ເນື່ອງໃນເວທີພາກພື້ນ ແລະ ສາກົນ.
ສຳລັບມື້ທຳອິດຫລັງໄຂກອງປະຊຸມຢ່າງເປັນທາງການ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານສັງເຂບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2022.
ຂະນະທີ່ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022. ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະ ເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022.
ຂະນະດຽວກັນ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022. ຈາກນັ້ນ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະ ຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງັລດຖະບານ.
ສຳລັບພາກບ່າຍ, ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ລາຍງານການເລືອກຕັ້ງແທນ, ການຍົກຍ້າຍ ແລະ ການແຕ່ງຕັ້ງສະມາຊິກສະພາແຫ່ງຊາດລວມທັງການປະກອບຄຳເຫັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງຂອງສະມາຊິກສະພາແຫ່ງຊາດຕື່ມອີກ.