ຊາອຸ ຈັດໜັກອັດ ຫວຽດນາມ 2-0 ຕົກຮອບ 8 ທີມ U23 ຊີງແຊ້ມອາຊຽນ
June 13, 2022 - 2:30 PM

ການແຂ່ງຂັນບານເຕະAFC U-23 ຊີງແຊ້ມອາຊຽນ ປະຈຳປີ 2022 ທີ່ປະເທດ ອຸສເບກິສຖານ ເດີນທາງມາເຖິງຮອບ 8 ທີມສຸດທ້າຍແລ້ວ ໂດຍ ຊາອຸດີ ອາຣາເບຍ ທີມອັນດັບ 1 ກຸ່ມ D ແລະ ທີມອັນດັບ 3 ໃນຄາວກ່ອນ ຸໂຄຈອນມາພົບກັບ “ຫວຽດນາມ” ຮອງແຊ້ມກຸ່ມ C ແລະ ຮອງແຊ້ມເມື່ອປີ 2018
ແລະ ແນ່ນອນວ່າຄວາມແຂງແກ່ງທີມເວິກທີ່ “ຫວຽດນາມ” U-23 ສັ່ງສົມມາເພື່ອເສຶກນີ້ໂດຍສະເພາະ ກໍ່ມາຈອດປ້າຍເສຍ ຫຼັງຈາກທີ່ຖືກ ຊາອຸດິ ອາຣາເບຍ ທີ່ມີທັກສະ ແລະ ຄວາມຊຳນານເໜືອກວ່າ ພັງທຳລາຍເກມຮັບໄດ້ 2-0 ຈາກ Motep al-Harbi, ທີ່ລ້ຽງບານເຂົ້າຍິງອັດເສົາສອງໃນນາທີ 41 ແລະ ໄດ້ລູກຫົວຈາກ Firas Al Buraykan ໃນນາທີ 65
ຍິ່ງໄປກວ່ານັ້ນ, ຄວນຟານຊວນ ຂອງຫວຽດນາມຍັງຖືກໃບແດງໂດຍກົງຈາກສະໜາມໃນນາທີ 78, ເຮັດໃຫ້ບໍ່ສາມາດສ້າງເກມບຸກອັນໂຫດໃຫ້ກັບ ຊາອຸດີ ອາຣາເບຍ ໄດ້ອີກກ່ອນທີ່ຈະຕົກຮອບ 8 ທີມສຸດທ້າຍ ໃນ U-23 ຊິງແຊ້ມອາຊີ.