ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ

ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ - download 44 - ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ
ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ - kitchen vibe - ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ

 

ການມີທຸລະກິດ ຫລື ກິດຈະການຂອງຕົນເອງ ເບິ່ງຄືຈະເປັນຄວາມໄຝ່ຝັນຂອງໃຜຫລານຄົນ ເພາະໃນສັງຄົມເຮົາຕອນນີ້ມີໂຕຢ່າງນັກທຸລະກິດທັງຮຸ່ນໃໝ່ ແລະ ຮຸ່ນເກົ່າທີ່ປະສົບຄວາມສຳເລັດມາເປັນແຮງບັນດານໃຈໃຫ້ເຫັນກັນຢູ່ຕະຫລອດ, ແຕ່ການເລີ່ມເຮັດທຸລະກິດກໍບໍ່ແມ່ນຈະເປັນເລື່ອງງ່າຍ, ມີຄົນຈຳນວນບໍ່ໜ້ອຍທີ່ຕັດສິນໃຈແລ້ວເກີດກ້າວພາດຢ່າງໜ້າເສຍດາຍ. ສຳລັບຜູ້ທີ່ຢາກເລີ່ມກິດຈະການຕົນເອງໃຫ້ປະສົບຄວາມສຳເລັດ ສິ່ງທີ່ທ່ານຄວນຈະສຳຫລວດຕົນເອງ ໂດຍ 7 ຂໍ້ຕໍ່ໄປນີ້ ເພື່ອເບິ່ງວ່າທ່ານພ້ອມຈະເປັນເຈົ້າຂອງກິດຈະການຫລາຍໜ້ອຍປານໃດ.

ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ - Visit Laos Visit SALANA BOUTIQUE HOTEL - ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ
ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ - Visit Laos Visit SALANA BOUTIQUE HOTEL - ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ
  1. ມັກຫາເງິນຫລາຍກ່ວາມັກໃຊ້ເງິນ : ຖ້າມັກໃຊ້ເງິນຕ້ອງໄປເກີດເປັນລູກເຈົ້າຂອງກິດຈະການ ເພາະໂຕເຈົ້າຂອງກິດຈະການຕ້ອງມີນິໄສມັກຫາ ແລະ ຮູ້ຄ່າຂອງເງິນ, ທ່ານມັກຄົບຫາກັບຄົນຮັ່ງມີ ແຕ່ຫາກທ່ານຄົບພຽງແຕ່ຜິວເຜີນ ທ່ານກໍຈະເຫັນພຽງແຕ່ເປືອກ ຄື ເຫັນວ່າເຂົາໃຊ້ເງິນແນວໃດ ຖ້າທ່ານໃຊ້ເງິນຕາມຄົນຮັ່ງມີ ທ່ານຈະຊວຍ, ແຕ່ຫາກທ່ານຄົບຫາເຖິງຮາກເຖິງແກ່ນ ຄື ຄົບຫາຈົນຮູ້ວ່າເຂົາເຮັດວຽກຫາເງິນກັນແນວໃດ ອັນນີ້ຖ້າທ່ານປັບໃຫ້ຫາເງິນຕາມແບບເຂົາໄດ້ ທ່ານຈະຮັ່ງມີຄືກັບເຂົາໄດ້ໃນບໍ່ຊ້າ.
  2. ເວົ້າໄດ້ – ຂາຍເປັນ : ຖ້າເວົ້າບໍ່ໄດ້ ແລະ ຂາຍບໍ່ເປັນ ຢ່າຮີບຮ້ອນຈະເປັນເຈົ້າຂອງກິດຈະການໃດໆ ຍົກເວັ້ນທ່ານຈະມີຫຸ້ນສ່ວນທີ່ເຮັດໄດ້. ການເຮັດທຸລະກິດທຸກຢ່າງໜີບໍ່ພົ້ນການຂາຍ, ການນຳສະເໜີ. ການຂາຍສາມາດຝຶກໄດ້ ເພາະບໍ່ແມ່ນເລື່ອງພອນສະຫວັນ, ວິທີເລີ່ມຝຶກເປັນນັກຂາຍທີ່ເກັ່ງ ແມ່ນເລີ່ມຈາກສຶກສາສິນຄ້າທີ່ຈະຂາຍໃຫ້ຮູ້ແທ້, ຮູ້ເລິກ, ຮູ້ກ້ວາງ ຈາກນັ້ນການຂາຍຈະບໍ່ແມ່ນເລື່ອງຍາກ.
  3. ມັກເຮັດຫຍັງແຕກຕ່າງ : ຖ້າມັກເຮັດຄືຄົນອື່ນ ຢ່າເປີດທຸລະກິດເລີຍ ມັນເມື່ອຍ ເຊິ່ງນັກທຸລະກິດ ຫລື ເຈົ້າຂອງກິດຈະການ ຕ້ອງກ້າເຮັດໃນສິ່ງທີ່ບໍ່ມີໃຜເຮັດ, ລູກຈ້າງມັກການແຂ່ງຂັນ, ແຕ່ນັກທຸລະກິດມັກເຮັດສິ່ງທີ່ບໍ່ຕ້ອງແຂ່ງກັບໃຜ.
  4. ຮັບຜິດຊອບຕົນເອງຕັ້ງແຕ່ອາຍຸຍັງນ້ອຍ : ເຈົ້າຂອງກິດຈະການທຸກຄົນຕ້ອງບໍລິຫານລາຍຮັບລາຍຈ່າຍໄດ້ດີ ຄົນຍຸກນີ້ເປັນເຈົ້າຂອງກິດຈະການກັນຍາກຍ້ອນໃຊ້ຊີວິດຕິດໜີ້ຕັ້ງແຕ່ເລີ່ມເຮັດວຽກ … ຊີວິດໜີ້.
  5. ມີນິໄສໃຫ້ກ່ອນຄ່ອຍຮັບ : ຖ້າເປັນລູກນ້ອງຕ້ອງການຮັບກ່ອນເຮັດວຽກ ເຂົາມັກຖາມວ່າ ຂ້ອຍຈະໄດ້ເງິນເດືອນເທົ່າໃດ ໂດຍທີ່ຍັງບໍ່ໄດ້ສະແດງສີມືເຮັດວຽກເລີຍ. ສ່ວນເຈົ້າຂອງກິດຈະການຈະບອກວ່າ ຊີມເບິ່ງກ່ອນ ລອງເບິ່ງກ່ອນ ຖ້າບໍ່ດີບໍ່ຕ້ອງຈ່າຍເງິນ.
  6. ກ້າແນມການໄກ ວິໄສທັດກ້ວາງໄກ : ຄົນສ່ວນຫລາຍມັກເບິ່ງໃກ້ ເພາະມັນເບິ່ງປອດໄພ, ລູກຈ້າງລາຍວັນເບິ່ງຜົນຕອບແທນເມື່ອໝົດວັນ ໄດ້ເງິນບໍ່ຮອດແສນກີບ,​ ລູກຈ້າງປະຈຳເບິ່ງຜົນຕອບແທນທ້າຍເດືອນ ໄດ້ເງິນຫລັກລ້ານກີບ, ສ່ວນເຈົ້າຂອງກິດຈະການເບິ່ງຜົນຕອບແທນທຸລະກິດເບິ່ງເປັນປີເພື່ອເງິນຫລັກສິບຫລັກຮ້ອຍລ້ານ – ເບິ່ງໄກ ລໍຖ້າໄດ້ ເພື່ອເງິນກ້ອນໃຫຍ່.
  7. ຮູ້ຈັກໃຊ້ເຄື່ອງທຸ່ນແຮງ : ໃຊ້ເຄື່ອງຈັກ, ໃຊ້ລູກນ້ອງ, ໃຊ້ເຕັກໂນໂລຊີ … ຖ້າເປັນເຈົ້າຂອງກິດຈະການແລ້ວໃຊ້ແຕ່ຕົນເອງກໍບໍ່ຕ່າງຫຍັງກັບການປ່ຽນບ່ອນເຮັດວຽກ ຄື ຈາກກຳມະກອນໃນບໍລິສັດມາເປັນກຳມະກອນອິດສະຫລະ (ໜັກກ່ວາເກົ່າ) ບໍ່ມີເຈົ້າຂອງກິດຈະການຄົນໃດຮັ່ງມີຈາກການປະຢັດລາຍຈ່າຍ ແຕ່ເຂົາຮັ່ງມີຈາກການສ້າງລາຍຮັບ, ບໍ່ມີເຈົ້າຂອງກິດຈະການຄົນໃດຮັ່ງມີຈາກການເຮັດວຽກງ່າຍ ແຕ່ເຂົາຮັ່ງມີຈາກການເຮັດວຽກຍາກ, ບໍ່ມີເຈົ້າຂອງກິດຈະການຄົນໃດຮັ່ງມີຈາກການເຮັດວຽກໜັກ ແຕ່ເຂົາຮັ່ງມີຈາກການເຮັດວຽກສະຫລາດ, ບໍ່ມີເຈົ້າຂອງກິດຈະການຄົນໃດຮັ່ງມີຈາກການຄິດຫລາຍ ແຕ່ເຂົາຮັ່ງມີຈາກການຄິດເປັນ, ບໍ່ມີເຈົ້າຂອງກິດຈະການຄົນໃດ ຮັ່ງມີຈາກການຂາຍແຮງງານ ແຕ່ເຂົາຮັ່ງມີີຈາກການຂາຍໄອເດຍ, ບໍ່ມີເຈົ້າຂອງກິດຈະການຄົນໃດ ຮັ່ງມີຈາກການປະຕິເສດໂອກາດ ແຕ່ເຂົາຮັ່ງມີຈາກການແນມຫາໂອກາດທຸກເວລາ.
ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ - 3 - ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ
ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ - 4 - ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ
ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ - 5 - ຄົນແບບນີ້ມີໂອກາດຈະເລີນກ້າວໜ້າໃນອະນາຄົດ