ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ

ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ - 287648729 1914575322079572 8874967464588057857 n 1 - ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ
ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ - kitchen vibe - ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ

ທ່ານ ສົມມາດ ພົນເສນາ ຮອງປະທານສະ ພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ 2022 ນີ້ ວ່າ: ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກທີ່ຜັນຜວນຢ່າງຮຸນແຮງຊຶ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃນປີນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້,

ການຂໍດັດແກ້ຕົວເລກຄາດໝາຍເສດຖະກິດມະຫາພາກໃນແຜນການປີ 2022 ເປັນຕົ້ນການສະເໜີດັດແກ້ຄາດໝາຍອັດຕາແລກປ່ຽນຈາກ “ການຄຸ້ມຄອງອັດຕາແລກປ່ຽນເງິນກີບ ທຽບເງິນໂດລາເໜັງຕີງໃນຂອບບໍ່ເກີນ +-5%” ມາເປັນ “ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງ ໃນລະດັບທີ່ສາມາດຮັບປະກັນການປະຕິບັດຄາດໝາຍວາລະແຫ່ງຊາດ ແລະ ບໍ່ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເກີນຄາດໝາຍ”. ການສະເໜີຂໍດັດແກ້ຄາດໝາຍການຂະຫຍາຍຕົວຂອງປະລິມານເງິນ M2 ຈາກ “ຂະຫຍາຍຕົວບໍ່ເກີນ 22% ທຽບໃສ່ປີຜ່ານມາ” ເປັນ “ຂະຫຍາຍຕົວບໍ່ເກີນ 28% ທຽບໃສ່ປີຜ່ານມາ” ແລະ ການສະເໜີຂໍດັດແກ້ຄາດໝາຍອັດຕາເງິນເຟີ້ຈາກ “ຄວບຄຸມອັດຕາເງິນເຟີ້ສະເລ່ຍໝົດປີໃຫ້ບໍ່ເກີນ 5%” ມາເປັນ “ຄວບຄຸມອັດຕາເງິນເຟີ້ສະເລ່ຍໝົດປີໃຫ້ບໍ່ເກີນ12%”.

ແນວໃດກໍດີ, ຄະນະປະຈໍາສະພາແຫ່ງຊາດກໍໄດ້ສະເໜີລັດຖະບານໃຫ້ກວດ ກາຄືນບັນດາໂຄງການລົງທຶນຂອງລັດໃນສົກປີ 2021-2022 ແລະ ຈະສືບຕໍ່ປະຕິບັດໃນ 6 ເດືອນທ້າຍປີ ວ່າໂຄງການໃດຄວນສືບຕໍ່ ແລະ ໂຄງການໃດຄວນໂຈະໄວ້ກ່ອນເພື່ອບໍ່ເປັນການສ້າງໜີ້ສິນໃໝ່ເພີ່ມຂຶ້ນຕື່ມ ທັງເປັນວິທີປະຢັດມັດທະຍັດໃນສະພາບທີ່ເສດຖະກິດມະຫາພາກຍັງບໍ່ມີຄວາມສະຫງົບລວມເຖິງການກວດກາ ແລະ ປະເມີນດຸນການຄ້າກັບຕ່າງປະເທດ ໃຫ້ຈະແຈ້ງຂຶ້ນຕື່ມໂດຍຈໍາແນກເປັນແຕ່ລະສິນຄ້າທັງກວດກາການແຈ້ງລາຄານໍາເຂົ້າສິນຄ້າປະເພດຕ່າງໆໃຫ້ໂປ່ງໃສ ແລະ ຖືກຕ້ອງຫລາຍຂຶ້ນ.

ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ - 3 - ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ
ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ - 4 - ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ
ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ - 5 - ສະພາແຫ່ງຊາດ ພິຈາລະນາການສະເໜີດັດແກ້ຄາດໝາຍເງິນຕາຂອງລັດຖະບານ