ຍ້ອນເຫດໃດຄົນລາວຈຶ່ງປະນິດໄສໃຊ້ເງິນບາດບໍ່ໄດ້?
ໂດຍ: ລູກເມືອງພວນ
ຖ້າຈະເວົ້າບັນຫານີ້ ມັນມີເລື່ອງເລົ່າເວົ້າກັນມາຍາວນານ ຫຼື ມີລັກສະນະປະຫວັດສາດກໍວ່າໄດ້ ແລະ ດ້ານໜຶ່ງອີກແມ່ນຍ້ອນເງື່ອນໄຂທາງດ້ານສະພາບແວດລ້ອມເສດຖະກິດ, ພູມີປະເທດ.
ດ້ານປະຫວັດສາດ: ນັ້ນກໍຄືໃນຊຸມປີ 1700 ປາຍພວກສັກດິນນາສະຫຍາມໄດ້ເຂົ້າມາຢຶດຄອງເອົາລາວເປັນຫົວເມືອງຂຶ້ນຂອງພວກເຂົາ, ເວລານັ້ນ ປະເທດລາວບໍ່ທັນຖືກຕັດແຍກອອກເປັນສອງປະເທດຄື: ລາວ ແລະ 19-20 ຈັງຫວັດຂອງພາກອີສານທັງໝົດທີ່ຂຶ້ນກັບໄທໃນປັດຈຸບັນ.
ຄົນລາວໃນເວລານັ້ນບໍ່ທັນມີເງິນກີບເຈ້ຍເປັນຂອງຕົນເອງ, ໃນຄາວນັ້ນຄົນລາວໃຊ້ແຕ່ເງິນບີ້, ເງິນກີບຫົວໜາມ(ເງິນຊ່ຽນ), ເງິນຂັນ(ເງິນຮາງ) ເປັນພາຫະນະແລກປ່ຽນຊື້ຂາຍນຳກັນ. ແຕ່ລະປີບັນດາຫົວເມືອງນ້ອຍໃຫຍ່ຂອງລາວຕ້ອງໄດ້ເສຍສ່ວຍ, ເກັບເຄື່ອງຂອງບັນນາການ, ຊ້າງ, ມ້າ, ເງິນຄຳມອບຖວາຍໃຫ້ກັບເຈົ້າຊີວິດໄທເປັນຈຳນວນຫຼວງຫຼາຍ ແລະ ອີກຢ່າງໜຶ່ງສະຫຍາມກໍເປັນປະເທດທີ່ຈະເລີນກວ່າລາວ, ພວກເຂົາສາມາຜະລິດເຄື່ອງຂອງໃຊ້ສອຍສຳລັບຊີວິດປະຈຳວັນໄດ້ເອງ, ມີເງິນເຈ້ຍເປັນຂອງຕົນເອງ ເພື່ອງ່າຍໃນການພົກພາຈັບຈ່າຍໃຊ້ສອຍ, ເສດຖະກິດຂອງໄທກໍຮຸ່ງເຮືອງຈະເລີນກ້າວໜ້າມາແຕ່ດົນ.
ຍ້ອນຈາກວ່າລາວເປັນຫົວເມືອງຂຶ້ນຂອງໄທຄືແນວນັ້ນ ຈຶ່ງມີຄວາມລຶ້ງເຄີຍໃນການຈັບຈ່າຍໃຊ້ສອຍແຕ່ເຄື່ອງຂອງ ແລະ ເງິນບາດໄທມາເປັນເວລາຍາວນານ.
ດ້ານສະພາບແວດລ້ອມ: ຕົກມາເຖິງປັດຈຸບັນ, ພວກເຮົາກໍຕ້ອງຍອມຮັບວ່າເສດຖະກິດຂອງໄທມີການຈະເລີນເຕີບໂຕຢູ່ໃນອັນດັບກາງໆ ຂອງໂລກ ພ້ອມດຽວກັນນັ້ນ ລາວເຮົາເປັນປະເທດນ້ອຍ ດ້ອຍພັດທະນາກວ່າເຂົາ, ເສດຖະກິດບັງອ່ອນນ້ອຍ, ການຜະລິດບໍ່ທັນແຂງແຮງ ຊໍ້າຍັງຢູ່ຕິດແປະກັບໄທ ມີເສັ້ນຊາຍແດນຕິດຈອດກັນຫຼາຍກວ່າ 1000 ກມ ຈື່ງຈຳເປັນຕ້ອງນຳເຂົ້າສິນຄ້າຈາກໄທເປັນຕົ້ນຕໍ, ເມື່ອນຳເຂົ້າສິນຄ້າຈາກເຂົາ ເຂົາກໍຂາຍໃຫ້ເຮົາເປັນລາຄາເງິນບາດໄທ, ເມື່ອຊື້ສິ່ງຂອງເຂົ້າມາຂາຍຢູ່ໃນລາວ ຈຶ່ງຈຳເປັນຕ້ອງໄດ້ແປອອກມາເປັນລາຄາເງິນບາດໄທເພື່ອບໍ່ໃຫ້ຫຼຸບທຶນ ແຕ່ຈ່າຍເປັນເງິນກີບ.
ເມື່ອໃດລາວເຮົາຫາກເສດຖະກິດການຜະລິດບໍ່ທັນເຂັ້ມແຂງ ແລະ ຍັງນຳເຂົ້າຈາກຕ່າງປະເທດເປັນສ່ວນໃຫຍ່ຄືທຸກມື້ນີ້ ກໍຍັງຈະຕ້ອງໄດ້ຂຶ້ນກັບຄ່າເງິນບາດ ຫຼື ສະກຸນເງິນຕ່າງປະເທດຕໍ່ໄປ. ໃນເມື່ອໃດຄົນລາວຫາກຍັງເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງບໍ່ທັນໄດ້ ເມື່ອນັ້ນຍັງຄົງຈະຕ້ອງໃຊ້ເງິນບາດ ແລະ ເງິນຕາຕ່າງປະເທດແທນເງິນກີບ ຄ່າເງິນກີບກໍຈະຕົກຕໍ່າລົງເລື້ອຍໆ.
ເພື່ອເຮັດໃຫ້ເງິນກີບມີຄ່າສູງຂຶ້ນ, ດ້ານໜຶ່ງອີກ ພາກລັດກໍຕ້ອງມີມາດຕະການທີ່ເຂັ້ມແຂງໃນການຊອກຫາຊ່ອງທາງເຮັດໃຫ້ເງິນກີບແຂງຄ່າຂຶ້ນ, ຖ້າຫາກປະໃຫ້ການໃຊ້ຈ່າຍແຕ່ເງິນບາດ ແລະ ເງິນຕາຕ່າງປະເທດຊະຊາຍແບບເສລີຄືໄລຍະຜ່ານມາແມ່ນຍັງຄົງຈະມີວິກິດການທາງດ້ານການເງິນຢ່າງໜັກໜ່ວງ ຢ່າງຫຼີກລ່ຽງບໍ່ໄດ້ ແລະ ກູ້ເອົາຄວາມເປັນເງິນກີບຄືນມາໄດ້ຍາກ.
ເຖິງຢ່າງໃດກໍຕາມ ພວກເຮົາຕ້ອງເຊື່ອໝັ້ນການນຳພາຂອງພັກ-ລັດຖະບານ ໃນດານແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະແມ່ນບັນຫານໍ້າມັນແພງ, ສິນຄ້າລາຄາສູງ ແລະ ວິກິດການທາງດ້ານການເງິນໃນປັດຈຸບັນ, ພ້ອມດຽວກັນ ຄົນລາວທຸກຄົນກໍຕ້ອງຫັນໜ້າເຂົ້າຫາກັນ ພ້ອມກັນຍົກສູງຄວາມເປັນເຈົ້າການໃນການເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ສູງຂຶ້ນຕາມແນວທາງຂອງພັກ-ລັດວາງໄວ້ໃຫ້ປະກົດຜົນເປັນຈິງ, ເມື່ອນັ້ນປະເທດລາວຈຶ່ງຈະຫຼຸດພົ້ນອອກຈາກການຫັນໃຈຮ່ວມດັງຄົນອື່ນ, ເຊີດຊູຄວາມເປັນເອກະລາດ ເປັນເຈົ້າຕົນເອງໃຫ້ສູງຂຶ້ນ ຄິດວ່າເວລານັ້ນປະເທດລາວຈະເປັນປະເທດລາວຢ່າງແທ້ຈິງ.