ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່

ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່ - Frenkie de Jong FC Barcelona Manchester United 630x416 1 - ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່
ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່ - kitchen vibe - ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່

ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່ - Frenkie de Jong FC Barcelona Manchester United 630x416 1 - ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່

ແມນເຊສເຕີ ຢູໄນເຕັດ ຕັດສິນໃຈຢຸດຕິການພົວພັນກັບ ແຟຣັງກີ ເດິ ຢອງ ກອງກາງທີມຊາດຮອນແລນແລ້ວ ຫລັງຈາກ ບາເຊໂລນາ ພະຍາຍາມຕັ້ງຄ່າຕົວສູງເຖິງ 100 ລ້ານຢູໂຣ, ແມນຢູ ພ້ອມຫັນໄປເບິ່ງຫາເປົ້າຫມາຍໃຫມ່ແທນ ຈາກການລາຍງານຂອງ ແມນເຊສເຕີ ອິຟນິງ ນີວ ສື່ໃນທ້ອງຖິ່ນ.

ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່ - Visit Laos Visit SALANA BOUTIQUE HOTEL - ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່
ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່ - Visit Laos Visit SALANA BOUTIQUE HOTEL - ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່

ແມນເຊສເຕີ ຢູໄນເຕັດ ວາງເປົ້າຄວ້າ ເດິ ຢອງ ກອງກາງອາຍຸ 25 ປີ ເປັນການເຊັນສັນຍາລາຍທຳອິດໃນລະດູການນີ້ ເນື່ອງຈາກ ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ໃຫ້ຄວາມສຳຄັນໃນການປັບແດນກາງເປັນອັນດັບທຳອິດ ປະກອບກັບ ບາເຊໂລນາ ພ້ອມຂາຍ ເດິ ຢອງ ລູກທີມເກ່ົາຂອງລາວຈາກ ອາແຈັກ ດີ ເພື່ອນຳເງິນໄປຊື້ນັກເຕະໃຫມ່ໂດຍສະເພາະແມ່ນ ໂຣເບີດ ເລວານດອບສະກີ ກອງຫນ້າທີມຊາດໂປແລນ ຂອງສະໂມສອນ ບາເຢິນ ມິວນິກ.

ເຖິງວ່າທີ່ຜ່ານມາສອງສະໂມສອນໄດ້ເຈລະຈາກັນຢ່າງຈິງຈັງແລ້ວ ແຕ່ໂອກາດໄດ້ບົດສະຫລຸບເກືອບເປັນໄປບໍ່ໄດ້ເລີຍ ເນື່ອງຈາກບາເຊໂລນາ ພະຍາຍາມຮຽກຄ່າຕົວຂອງນັກເຕະສູງເກີນໄປ ຈົນເຮັດໃຫ້ ທີມ ຜີແດງ ເບິ່ງວ່າບໍ່ຄຸ້ມທີ່ຈະຄວັກເງິນ ແລະ ໄດ້ຕັດສິນໃຈລົ້ມແຜນການດຶງກອງກາງລາຍນີ້ລົງແລ້ວ ເພື່ອຫັນໄປເບິ່ງເປົ້າມຫາຍອື່ນໆແທນ ຂະນະທີ່ ເດິ ຢອງ ເອງກໍບໍ່ຢາກຍ້າຍເນື່ອງຈາກຕ້ອງການຫລິ້ນໃນຢູຟາ ແຊ໊ມປຽນລີກ ໃນລະດູການຫນ້າ.

ສຳລັບຕົວເລືອກທີ່ມີ ເຊື່ອວ່າ ແມນຢູ ໃຫ້ຄວາມສົນໃຈ ຄັລວິນ ຟິລລິບ ກອງກາງທີມຊາດອັງກິດຂອງ ລີດ ແຕ່ຕິດບັນຫາທີ່ ແມນເຊສເຕີ ຊິຕີ ຕ້ອງການເຊັນສັນຍາກັບດາວຍິງ ລີດ ຢູໄນເຕັດ ເຊັ່ນດຽວກັນ.

ນອກຈາກນີ້ ໄຣອັນ ກຣາເຟນແບກ ດາວເຕະຫນຸ່ມອາຍຸ 20 ປີຂອງ ອາແຈັກ ກໍເປັນອີກຄົນທີ່ ເທນ ຮາກ ຢາກໄດ້ຕົວມາຮ່ວມທີມເຊ່ັນດຽວກັນ ແຕ່ນັກເຕະຕ້ອງການຍ້າຍໄປ ບາເຢິນ ມິວນິກ ເທົ່ານັ້ນ ແລະ ຫນ້າຈະເຊັນສັນຍາກັນໄວໆນີ້.

ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່ - 5 - ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່
ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່ - 4 - ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່
ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່ - 3 - ແມນຢູ ລົ້ມແຜນລ່າ ເດິ ຢອງ, ກຽມຫາເປົ້າຫມາຍໃຫມ່