ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ

ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ - 168f0510 6b71 470d 8b83 f4392c0e9e85 - ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ
ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ - kitchen vibe - ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ

ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນຢ່າງຜ່າເຜີຍ ແລະ ເປັນທາງການໃນວັນທີ 13 ມິຖຸນາ 2022, ບັນດາ ສສຊ ໄດ້ປະກອບຄຳເຫັນຕໍ່ການແກ້ໄຂບັນຫາຄວາມຫຍຸ້ງ ຍາກທາງດ້ານເສດຖະກິດການເງິນ ໂດຍສະເພາະບັນຫາເງິນຕາ ເຊິ່ງຫລັກໆແລ້ວທະນາຄານແຫ່ງ ສປປ ລາວ ເປັນຝ່າຍແກ້ໄຂໂດຍກົງດັ່ງການປະກອບຄຳຄິດເຫັນຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບສູງຂອງ ທ່ານນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນຕໍ່ກອງປະຊຸມໃນຕອນບ່າຍວັນທີ 13 ມິຖຸນາ ວ່າ:

ອີງຕາມບົດລາຍງານເຫັນວ່າ ທະນາຄານແຫ່ງ ສປປ ລາວ ກວດເຫັນບັນຫາທີ່ເກີດຂຶ້ນທັງໝົດ, ແຕ່ບໍ່ສາມາດແກ້ໄຂໄດ້ ແລະ ສສຊ ທ່ານນີ້ ໄດ້ຍົກຕົວຢ່າງໃຫ້ເຫັນວ່າ: ນັກລົງທຶນຕ່າງປະເທດ ນໍາເງິນຕາເຂົ້າມາຢ່າງຫລວງຫລາຍ, ແຕ່ແຈ້ງໜ້ອຍທັງທີ່ກວດຕົວຈິງພົບເຫັນຫລາຍກວ່າທີ່ແຈ້ງໄວ້ເຖິງ 4 ເທົ່າ ແຕ່ເຮັດຫຍັງບໍ່ໄດ້ ທັງບໍ່ຮູ້ວ່າເງິນໄປໃສ. ນີ້ເປັນການສະແດງໃຫ້ເຫັນເຖີງຄວາມອ່ອນແອໃນການຄຸ້ມຄອງເງິນ ຕາຕ່າງປະເທດເພາະທະນາຄານແມ່ນໜຶ່ງໃນເສົາຄໍ້າຫລັກຂອງເສດຖະກິດມະຫາພາກ.

ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ - Visit Laos Visit SALANA BOUTIQUE HOTEL - ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ
ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ - Visit Laos Visit SALANA BOUTIQUE HOTEL - ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ

ສະນັ້ນ, ຖ້າບໍ່ຈິງໃຈປະຕິບັດຕາມກົດໝາຍ ສປປລາວ ຈະຕົກຢູ່ໃນສະພາບແບບນີ້ອີກຕໍ່ໄປຍ້ອນການຄຸ້ມຄອງເງິນຕາອ່ອນແອຫລາຍ.

ບັນຫານີ້ບໍ່ແມ່ນຄວາມຜິດສະເພາະທະນາຄານພຽງຝ່າຍດຽວ, ແຕ່ແມ່ນທຸກພາກສ່ວນເສດຖະກິດທີ່ກ່ຽວຂ້ອງທັງໝົດເນື່ອງຈາກບັນດາໂຄງການໃຫຍ່ໆລ້ວນແຕ່ໄດ້ເປັນເງິນຕາຕ່າງປະເທດ.
ຂະນະທີ່ຜ່ານມາມີແຕ່ບອກວ່າເງິນບໍ່ເຂົ້າລະບົບ, ແຕ່ບໍ່ຮູ້ວ່າເງິນໄປໃສ? ບັນຫານີ້ຕໍ່ໜ້າຈະແກ້ໄຂແນວໃດ? ເພາະຖ້າຈິງໃຈແກ້ໄຂແທ້, ລາວເຮົາຈະບໍ່ຕົກຢູ່ໃນສະພາບຄືປັດຈຸບັນ, ແຕ່ຖ້າບໍ່ຈິງໃຈແກ້ແທ້ໆ ຈະໃຊ້ມາດຕະການໃດໆກໍບໍ່ສາມາດຊ່ວຍໄດ້.

ແນວໃດກໍດີການທີ່ລັດຖະບານຈະອອກພັນທະບັດຖືເປັນສິ່ງລໍ່ແຫລມຫລາຍ, ແຕ່ເມື່ອເລືອກວິທີນີ້ແລ້ວຂໍໃຫ້ເຮັດແບບຄູ່ຂະໜານກັບການປະຕິບັດກົດໝາຍຢ່າງເຂັ້ມງວດທີ່ສຸດເນື່ອງຈາກຫລາຍປີຜ່ານມາ, ບາງໄລຍະລາວເຮົາເກີນດຸນບໍ່ແມ່ນຂາດດຸນຕະຫລອດ, ແຕ່ເງິນບໍ່ເຂົ້າລະບົບ ຈຶ່ງຂໍໃຫ້ໂຈະບັນດາຮ້ານແລກປ່ຽນຊົ່ວຄາວກ່ອນແລ້ວກວດກາຄືການເຄື່ອນໄຫວຂອງເງິນທັງໝົດເຊິ່ງທະນາຄານແຫ່ງສປປລາວ ສາມາດກວດໄດ້ວ່າເງິນໄປໃສແດ່ ແລະ ໃຜເກນກໍາໄລແດ່.
ຖ້າບໍ່ເຮັດຄູ່ຂະໜານມາດຕະການໃດກໍບໍ່ໄດ້ຜົນ ເພາະປັດຈຸບັນປະຊາຊົນລໍາບາກ ແລະ ບໍ່ຮູ້ວ່າອະນາຄົດຈະເປັນແນວໃດ, ຜູ້ປະກອບທຸລະກິດເຊັ່ນດຽວກັນຖ້ານັ່ງຢູ່ລ້າກໍຂາດທຶນຍ້ອນອັດຕາແລກປ່ຽນເໜັງຕີງເພີ່ມຂຶ້ນ.

ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ - 5 - ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ
ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ - 3 - ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ
ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ - 4 - ສສຊ ເຂດ 1 ສະເໜີໂຈະຮ້ານແລກປ່ຽນເງິນຕາຊົ່ວຄາວເພື່ອກວດກາຄືນການເຄື່ອນໄຫວຂອງເງິນທັງໝົດ