ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ

ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ - download 1 - ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ
ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ - kitchen vibe - ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ

ບໍ່ວ່າຢູ່ປະເທດໃດລ້ວນແຕ່ເອົາໃຈໃສ່ເປັນພິເສດເຖິງຄວາມປອດໄພທາງໂພຊະນາການ ໂດຍອາຫານທຸກເຍື່ອງທີ່ຂາຍໃນຕະຫລາດຕ້ອງໄດ້ກວດກາຢ່າງເຂັ້ມງວດຈາກຂະແໜງອາຫານ ແລະ ຢາເພື່ອບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ.

ແນວໃດກໍດີການຍົກບັນຫານີ້ຂຶ້ນມາເພາະພົບຢູ່ຫລາຍເຂດຫລາຍແຂວງເບິ່ງຄືວ່າຍັງຖືເບົາຕໍ່ຄວາມປອດໄພຂອງອາຫານສຸກທີ່ຂາຍແຕ່ລະມື້ ໂດຍໄລຍະນີ້ເປັນຍາມຮ້ອນແດ່, ການບໍລິໂພກອາຫານທີ່ປອດໄພຍິ່ງຈຳເປັນເພື່ອສ້າງພູມຄຸ້ມກັນປ້ອງກັນການລະບາດຂອງພະຍາດຖອກທ້ອງ ທີ່ສ່ວນຫລາຍມາຈາກການບໍລິໂພກອາຫານບູດ, ບໍ່ສະອາດ ຫລື ເຈືອປົນສານກັນບູດຕ່າງໆ.

ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ - Visit Laos Visit SALANA BOUTIQUE HOTEL - ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ
ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ - Visit Laos Visit SALANA BOUTIQUE HOTEL - ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ

ເລື່ອງອາຫານສຸກ ທີ່ຂາຍທົ່ວໄປນັ້ນ ຮັບປະກັນຫລັກອະນາໄມ, ຄວາມສະອາດປອດໄພ ຮ້ອຍສ່ວນຮ້ອຍ ຫລື ບໍ່? ສຳລັບບັນຫານີ້ບໍ່ວ່າແຕ່ຜູ້ຂຽນດອກຫລາຍທ່ານຫລາຍຄອບຄົວທີ່ອາດບໍ່ມີເວລາແຕ່ງຢູ່ຄົວກິນແດ່, ຮ້ານຂາຍອາຫານສຸກຄືທາງເລືອກທີ່ງ່າຍດາຍ ແລະ ເປັນຈຸດທຳອິດທີ່ຕ້ອງເລັງໄປຫາເພື່ອຊື້ອາຫານເຍື່ອງນັ້ນເຍື່ອງນີ້ຕາມເງິນໃນຖົງທັງເຊື່ອໝັ້ນຕໍ່ຜູ້ປະກອບການຂາຍອາຫານສຸກ. ແນວໃດກໍດີຫລາຍຄົນບອກໃຫ້ລະມັດລະວັງແທ້ໆເລື່ອງການຊື້ອາຫານສຸກ ເຖິງວ່າຖືກ ແລະ ມີຫລາຍຮ້ານ, ແຕ່ບາງທີມັນກໍລືມຄິດໄປວ່າອາຫານທີ່ນຳມາຂາຍອາດເປັນອາຫານຄ້າງຄືນຂາຍບໍ່ໝົດແລ້ວນຳມາອຸ່ນໃໝ່.

ຂະນະດຽວກັນຜູ້ປະກອບການຫລາຍຮ້ານຍັງຖືເບົາຕໍ່ການປົກປິດພາຊະນະອາຫານ ແຕ່ກໍຍັງດີເຫັນຫລາຍບ່ອນມີແນວພັດແນວໄລ່ແມງວັນແມງໄມ້… ຂອງຄ້າຂອງຂາຍມີທົ່ວໄປໃຫ້ໄດ້ເລືອກ, ບໍ່ຊື້ກໍບໍ່ເປັນຫຍັງ, ແຕ່ເມື່ອຊື້ກໍຕ້ອງໃຫ້ເຊື່ອໝັ້ນວ່າ ອາຫານການກິນຈະບໍ່ເຮັດໃຫ້ເຮົາເຈັບເປັນ. ຄວາມຈິງແລ້ວ, ຍາມອາກາດຮ້ອນນີ້ແນ່ນອນວ່າອາ ຫານມັກບູດໄວ, ອາຫານຂາຍທົ່ວໄປບາງເຍື່ອງທີ່ສັງເກດໂດຍບໍ່ຮູ້ວ່າມັນບູດ ຫລື ປະສົມສານກັນບູດ ຫລື ບໍ່ ຫລາຍຄົນສົງໄສ ແລະ ຕັ້ງຄຳຖາມ.

ຜູ້ປະກອບການພໍແກ້ໄຂໄດ້ກໍແກ້ໄຂ, ເຈົ້າໜ້າທີ່ຂະແໜງອາຫານ ແລະ ຢາກະຊວງສາທາລະນາສຸກ ພໍກວດກາ ຄວບຄຸມອາຫານໃນທ້ອງຕະຫລາດ ແລະ ຮ້ານອາຫານຕ່າງໆກໍໃຫ້ເຮັດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ. ບໍ່ວ່າຈະປະກອບອາຊີບໃດ ຕ້ອງປະຕິບັດກົດໝາຍບ້ານເມືອງ, ຕ້ອງຍຶດຖືຈັນຍາບັນແລະ ຈັນຍາທຳຂອງຕົນເອງ ເພື່ອຜົນປະໂຫຍດຂອງສອງຝ່າຍ ຊ່ວຍໆກັນເນາະ!.

ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ - 3 - ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ
ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ - 5 - ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ
ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ - 4 - ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ