ມາຕິດ ຍ້າຍໄປ ໂຣມາ ແບບບໍ່ມີຄ່າຕົວ ເຊັນສັນຍາ 1 ປີ

ເນມານຢາ ມາຕິດ ອະດີດກອງກາງ ແມນເຊສເຕີ ຢູໄນເຕັດ ຍ້າຍຮ່ວມທີມ ໂຣມາ ແບບບໍ່ມີຄ່າຕົວດ້ວຍສັນຍາ 1 ປີ ແລະ ເຮັດໃຫ້ລາວຈະໄດ້ຮ່ວມງານກັບ ເຈໂຊ ມູຣິນໂຢ ອີກເທື່ອຫນຶ່ງ.
ສຳລັບ ມາຕິດ ຂໍຍົກເລີກສັນຍາທີ່ຍັງເຫລືອອີກ 1 ປີ ຫລື ເຖິງປີ 2023 ກັບ ແມນເຊສເຕີ ຢູໄນເຕັດ ສົ່ງຜົນໃຫ້ລາວກາຍເປັນນັກ ເຕະອິດສະລະ ສາມາດທີມໄດ້ແບບບໍ່ມີຄ່າຕົວ.
ໂດຍທີມທຳອິດທີ່ຄວ້າດາວເຕະອາຍຸ 33 ປີ ລາຍນີ້ໄປເສີມທີມນັ້ນກໍຄື ໂຣມາ ທີ່ມີ ໂຈເຊ ມູຣິນໂຢ ອະດີດຜູ້ຈັດການທີມ ແມນເຊສ ເຕີ ຢູໄນເຕັດ ຄຸມທີມຢູ່.
ຈົນຫລ້າສຸດເມື່ອວັນທີ 14 ມິຖຸນາ ສະໂມສອນ ໂຣມາ ປະກາດຜ່ານທະວິດເຕີສະໂມສອນໃນການດຶງ ມາຕິດ ມາເສີມທີມຢ່າງ ເປັນທາງການແບບບໍ່ມີຄ່າຕົວ ດ້ວຍສັນຍາ 1 ປີ ຫລື ເຖິງເດືອນມິຖຸນາ ປີ 2023 ແລະ ມີຕົວເລືອກຂະຫຍາຍອອກໄປອີກ 1 ປີ ພ້ອມຈະໃສ່ເສື້ອເບີ 21 ເຊິ່ງເປັນເບີເກ່ົາສະໄຫມທີ່ຫລິ້ນໃຫ້ກັບ ແມນເຊສເຕີ ຢູໄນເຕັດ.
ທັງນີ້ ມາຕິດ ຈະໄດ້ຫວນຮ່ວມງານກັບ ມູຣິນໂຢ ເປັນຮອບທີ 3 ຫລັງທັງຄູ່ເຄີຍຢູ່ກັບ ເຊລຊີ ແລະ ແມນເຊສເຕີ ຢູໄນເຕັດ.