ເກີດອຸບັດເຫດລົດຕຳກັນ 3 ຄັນຊ້ອນ ຢູ່ໜ້າສູນໂຕໂຢຕ້າ ຫລັກ4 ນະຄອນປາກເຊ
June 15, 2022 - 9:35 AM
ໃນວັນທີ 14 ມິຖຸນາ 2022 ທີ່ຜ່ານມາໄດ້ເກີດອຸບັດເຫດລົດຕຳກັນ 3 ຄັນຊ້ອນ ຢູ່ໜ້າສູນໂຕໂຢຕ້າ ຫລັກ4 ນະຄອນປາກເຊ ແຂວງຈຳປາສັກ.
ຕາມການລາຍງານຂອງຜູ້ເຫັນເຫດການໃຫ້ຮູ້ວ່າ:ລົດວີໂກ້ ແລະ ລົດຟໍຈູນເນີ ຈອດໄວ້ຢູ່ແຄມທາງແລ້ວລົດປາຣາໂດ້ ເສຍຫລັກມາຕຳເອົາ, ອຸບັດເຫດຄັ້ງນີ້ມີຜູ້ຂີ່ລົດປາຣາໂດໄດ້ຮັບບາດເຈັບ 1 ຄົນ ແລະ ໄດ້ນຳສົ່ງໂຮງໝໍໃນເວລາເກີດເຫດ, ລົດແມ່ນເປ່ເພຫລາຍສົມຄວນ. ສ່ວນລາຍລະອຽດເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ.
ພາບ: p’sin ksl