ສິ້ນສຸດການລໍຄອຍ ລີເວີພູລ ເປີດຕົວຄວ້າ ດາວິນ ນູນເຢສ ຢ່າງເປັນທາງການ
ລີເວີພູລ ຖະແຫລງຄວ້າຕົວ ດາວິນ ນູນເຢສ ກອງຫນ້າ ເບນຟີກາ ມາຮ່ວມທີມຢ່າງເປັນທາງການດ້ວຍສັນຍາເຖິງປີ 2028 ໂດຍນັກເຕະຈະໃສ່ເສື້ອເບີ 27 ໃຫ້ກັບຕົ້ນສັງກັດໃຫມ່.
ລີເວີພູລ ໄດ້ຖະແຫລງຜ່ານເວັບໄຊທາງການສະໂມສອນໃນການຄວ້າ ນູນເຢສ ມາເສີມທີມຢ່າງເປັນທາງການ ໂດຍນັກ ເຕະ ຈະເຊັນສັນຍາໃນຖິ່ນ ແອນຟິລ ເປັນເວລາ 6 ປີ ຫລື ເຖິງປີ 2028 ແລະຈະໃສ່ເສື້ອເບີ 27 ໃຫ້ ລີເວີພູລ.
ສ່ວນເລື່ອງຄ່າຕົວນັ້ນ ‘‘ ລີເວີພູລ ເອັກໂຄ ’’ ສື່ໃນທ້ອງຖິ່ນລາຍງານວ່າ ຢູ່ທີ່ 64,1 ລ້ານປອນ ບວກກັບເງິນສ່ວນເສີມອີກ 21,3 ລ້ານປອນ ຫາກບັນລຸຕາມເງື່ອນໄຂ ເຊັ່ນຈຳນວນການລົງສະຫນາມ, ຈຳນວນການຍິງປະຕູ ລວມເຖິງການຄວ້າແຊ໊ມຢູຟາ ແຊ໊ມປຽນ ລີກ ເປັນຕົ້ນ.
ຫລັງການເຊັນສັນຍາ ນູນເຢສ ໃຫ້ສຳພາດວ່າ : ‘‘ ຂ້ອຍຢາກຈະຂອບໃຈຄູ່ຊີວິດຂອງຂ້ອຍ, ພໍ່ແມ່ ແລະ ລູກຊາຍຂອງຂ້ອຍ ເຊິ່ງເປັນຄວາມພາກພູມໃຈຢ່າງແທ້ຈິງສຳລັບຂ້ອຍ ພວກເຂົາມີຄວາມສຳຄັນກັບຂ້ອຍຫລາຍໃນລະຫວ່າງອາຊີບການ ງານຂອງຂ້ອຍ ຂ້ອຍພູມໃຈພວກເຂົາຫລາຍ ’’.
‘‘ ຂ້ອຍຮູ້ສຶກຍິນດີທີ່ໄດ້ຢູ່ໃນລີເວີພູລ ແລະ ຂ້ອຍມີຄວາມສຸກຫລາຍທີ່ໄດ້ເປັນສ່ວນຫນຶ່ງຂອງສະໂມສອນທີ່ຍິ່ງໃຫຍ່ແຫ່ງນີ້ ລີເວີພູລມີນັກເຕະທີ່ດີເດ່ັນຫລາຍຄົນ ແລະ ຂ້ອຍຄິດວ່າມັນຈະເຫມາະກັບຮູບແບບການຫລິ້ນຂອງຂ້ອຍ ’’.
ສຳລັບ ນູນເຢສ ສະແດງຜົນງານກັບ ເບນຟີກາ ໄດ້ຢ່າງດີເດ່ັນດ້ວຍການຍິງໄປ 47 ປະຕູກັບ 16 ແອສຊິສ ຈາກການລົງສະຫນາມ 84 ນັດລວມທຸກລາຍການ.