ຊົວເຣສ ສະເຫນີເອງໃຫ້ 1 ທີມດັງດຶງຮ່ວມທີມ ແບບບໍ່ມີຄ່າຕົວ
June 15, 2022 - 10:06 AM
ສື່ອິຕາລີ ລາຍງນາວ່າ : ຫລຸຍ ຊົວເຣສ ຍອດກອງຫນ້າທີມຊາດອຸຣຸໄກວ ຂອງ ແອດເລຕີໂກ ມາດຣິດ ໄດ້ສະເຫນີຕົວເອງໃຫ້ ຢູເວນຕຸສ ສະໂມສອນເກ່ັງແຫ່ງ ກັລໂຊ ເຊເຣຍ ອາ ອິຕາລີ ພິຈາລະນາດຶງຕົວໄປຮ່ວມທີມ ໃນລະດູການນີ້.
ສຳລັບ ຊົວເຣສ ອາຍຸ 35 ປີ ຈະຍ້າຍອອກຈາກ ແອດເລຕີໂກ ມາດຣິດ ຫລັງຫມົດສັນຍາເດືອນນີ້ ເນື່ອງຈາກຕົ້ນສັງກັດບໍ່ຄິດຈະຕໍ່ສັນຍາສະບັບໃຫມ່ກັບລາວ ເຮັດໃຫ້ອະດີດດາວຍິງລີເວີພູລສາມາດຍ້າຍທີມໄດ້ແບບບໍ່ມີຄ່າຕົວ ເຊິ່ງລາຍງານຫລ້າສຸດຈາກສື່ອິຕາລີລະບຸວ່າ ຊົວເຣສ ໄດ້ສະເຫນີຕົວເອງໃຫ້ ຢູເວນຕູສ ພິຈາລະນາດຶງໄປຮ່ວມທີມ.
ທັງນີ້ ນອກຈາກຈະມີຂ່າວພົວພັນກັບ ຢູເວນຕູສ ແລ້ວ ຊົວເຣສ ຍັງໄດ້ຮັບຄວາມສົນໃຈຈາກທີມໃນ ກັລໂຊ ເຊເຣຍ ອາ ອິຕາລີ ເຊ່ັນ ລາຊີໂອ, ອາຕາລັນຕາ ແລະ ຟີອໍເຣນຕີນາ.