ຖົ່ວຂຽວໃຫ້ຫລາຍຄຸນປະໂຫຍດ
August 14, 2017 - 1:40 PM
ຖົ່ວຂຽວ ເປັນພືດຕະກູນຖົ່ວ ມັກເອົາໄປປະກອບອາຫານ ຫລື ເຂົ້າໜົມ, ຖົ່ວຂຽວ ມີປະໂຫຍດຫລາຍຕໍ່ສຸຂະພາບ ດັ່ງນີ້ :
- ໂປຕັສຊຽມຊ່ວຍເສີມສ້າງກ້າມຊີ້ນໃນຮ່າງກາຍ.
- ສານຕ້ານເອັນໄຊໂປຣຕີເອສ ມີລິດໃນການຕໍ່ຕ້ານມະເຮັງ.
- ຊ່ວຍບຳລຸງຮ່າງກາຍ, ບຳລຸງກຳລັງ, ເສີມສ້າງພູມຕ້ານທານ, ຊ່ວຍປ້ອງກັນ ແລະ ປິ່ນປົວໄຂ້ຫວັດ.
- ແມັກນີຊຽມຊ່ວຍໃນການເຮັດວຽກຂອງລະບົບເຜົາຜານໃນຮ່າງກາຍ.
- ຊ່ວຍຫລຸດຄວາມດັນເລືອດສູງ.
- ຊ່ວຍເຮັດໃຫ້ຈະເລີນອາຫານ.
- ຊ່ວຍຫລຸດລະດັບໄຂມັນ ແລະ ຄໍເລສເຕີໂຣນຊ່ວຍຄວບຄຸມໄຂມັນໃນເລືອດ ແລະ ຄວບຄຸມນຳ້ໜັກ.
- ຊ່ວຍຫລຸດຄວາມສ່ຽງຂອງການເກີດພະຍາດຫົວໃຈ.
- ຖົ່ວຂຽວມີລິດເຢັນອອກລິດຕາມເສັ້ນລົມປານຂອງຫົວໃຈ ແລະ ມ້າມ.
- ຖົ່ວຂຽວອຸດົມໄປດ້ວຍທາດເຫລັກ ເຊິ່ງຈຳເປັນສຳລັບການສ້າງເມັດເລືອດແດງໃນຮ່າງກາຍ.
- ຊ່ວຍຫລຸດລະດັບນຳ້ຕານໃນເລືອດ ແລະ ເບົາຫວານໄດ້.
- ທາດການຊຽມ ແລະ ຟົສຟໍ ທີ່ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ.
- ຊ່ວຍແກ້ອາການກະຫາຍນຳ້.
14. ທາດໂບຣອນ ຊ່ວຍໃຫ້ສະໝອງເຮັດວຽກໄດ້ໄວຫລາຍຂຶ້ນ.
- ຊ່ວຍບຳລຸງສາຍຕາ.
- ວິຕາມິນເບ 2 ຊ່ວຍປ້ອງກັນພະຍາດປາກນົກກະຈອກ.
- ມີເສັ້ນໄຍອາຫານຫລາຍ ຈຶ່ງຊ່ວຍໃນການຂັບຖ່າຍ ຊ່ວຍໃຫ້ຖ່າຍງ່າຍຂຶ້ນ.









