ສສຊ ເຂດ 12 ແຂວງຄໍາມ່ວນ ສະເໜີຕັ້ງຮ້ານຂາຍກູ້ວິກິດລາຄາຖືກ
ວັນທີ 15 ມິຖຸນາ 2022 ເປັນມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ IX ຊຶ່ງບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ໂດຍສະເພາະການສະເໜີໃຫ້ລັດຖະບານ ແກ້ໄຂບັນຫາເສດຖະກິດລວມ, ບັນຫາປາກທ້ອງຂອງປະຊາຊົນ, ບັນຫາເງິນຕາ ແລະ ລາຄານໍ້າມັນ ເພື່ອສາມາດເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນການຕ່າງໆ ສຳເລັດຕາມຄາດໝາຍ.
ໃນການປະກອບຄຳເຫັນຂອງທ່ານ ທະນົງສິນ ກັນລະຍາ ສສຊ ເຂດ 12 ແຂວງຄໍາມ່ວນ ນອກຈາກສະ ແດງຄວາມຊົມເຊີຍຜົນສຳເລັດການນຳພາຊີ້ນຳຂອງລັດຖະບານແລ້ວ ຍັງໄດ້ສະເໜີໃຫ້ສຸມໃສ່ແກ້ໄຂຫລາຍບັນຫາ ເປັນຕົ້ນເລັ່ງສົ່ງເສີມຜູ້ຜະລິດກະສິກຳ ແລະ ຜູ້ປະກອບການດ້ານຈຸນລະວິສາຫະກິດ ເນື່ອງຈາກ ກຸ່ມນີ້ກວມ 99,4% ແລະ ເປັນຜູ້ສ້າງອາຊີບເປັນຫລັກທັງມີຄວາມສາມາດຄໍ້າຈຸນຄອບຄົວເຮັດໃຫ້ຊີວິດການເປັນຢູ່ເປັນປົກະຕິ. ຂະນະດຽວກັນກໍເປັນຜູ້ຜະລິດສິນຄ້າຫລາກຫລາຍລວມທັງການສົ່ງອອກຕື່ມອີກ.
ທ່ານ ທະນົງສິນ ກ່າວວ່າ: ສຳລັບການຊ່ວຍເຫລືອກຸ່ມນີ້, ລັດຖະບານໄດ້ຕັ້ງຄະນະສະເພາະກິດມາເບິ່ງ ແຍງສະເພາະແລ້ວ, ແຕ່ຂໍໃຫ້ດຶງຫລາຍພາກສ່ວນເຂົ້າມາຕື່ມ ລວມທັງໃຫ້ປັບພາສີອາກອນທັງຊ່ວຍນະ ໂຍບາຍຫລາຍດ້ານໂດຍສະເພາະຊ່ວຍຊຸກຍູ້ການຄໍ້າປະກັນເງິນກູ້. ຂະນະດຽວກັນຂໍໃຫ້ລັດຖະບານນຳພາຊີ້ນຳການຫັນເອົາສິນຄ້າລາວ ຍີ່ຫໍ້ລາວ ເປັນບຸລິມະສິດໃນການແກ້ໄຂເສດຖະກິດ, ຈັດຕັ້ງຮ້ານຂາຍກູ້ວິກິດໂດຍສິນຄ້າລາຄາຖືກໂດຍເນັ້ນຜະລິດຕະພັນຈາກພາຍໃນ, ສິນຄ້າບໍລິໂພກທີ່ຈຳເປັນ ຊຶ່ງຕ້ອງໃຫ້ມີແຕ່ລະບ້ານ, ເມືອງ ແລະ ແຂວງ ເພາະນອກຈາກເຮັດໃຫ້ຜູ້ມີເງິນໜ້ອຍສາມາດຊື້ໄດ້ແລ້ວຍັງສາມາດ ຄໍ້າປະກັນຮັກສາລະດັບລາຄາສິນຄ້າ ເຮັດໃຫ້ຄ່າຄອງຊີບດີຂຶ້ນ.