WHO ກຽມປະຊຸມພິຈາລະນາວ່າ ໝາກສຸກລີງ ຄວນໄດ້ຮັບການປະກາດເປັນ ພາວະສຸກເສີນດ້ານສາທາລະນະສຸກສາກົນ ຫລື ບໍ່
ວັນທີ 14 ມິຖຸນາ 2022, ອົງການອະນາໄມໂລກ (WHO) ເຜີຍວ່າ: ຜູ້ຊ່ຽວຊານຂອງ WHO ກຽມປະຊຸມພິຈາລະນາວ່າ: “ໝາກສຸກລີງ” (Monkeypok) ຄວນໄດ້ຮັບການປະກາດເປັນ “ພາວະສຸກເສີນດ້ານສາທາລະນະສຸກສາກົນ” (Public Health Emergency of International Concern: PHEIC) ຫລື ບໍ່ ໃນວັນທີ 23 ມິຖຸນານີ້.
ການປະຊຸມດັ່ງກ່າວເກີດຂຶ້ນຫລັງຈາກທີ່ມີລາຍງານພົບຜູ້ຕິດເຊື້ອໄວຣັສໝາກສຸກລີງແລ້ວ 1.600 ກວ່າຄົນ ແລະ ກໍລະນີຜູ້ຕິດເຊື້ອສົງໄສອີກ 1.500 ກວ່າຄົນໃນ 39 ປະເທດທົ່ວໂລກ ເຊິ່ງໃນຈຳນວນນີ້ 7 ປະເທດເປັນປະເທດທີ່ກວດພົບຜູ້ຕິດເຊື້ອພະຍາດນີ້ໃນທ້າຍປີຜ່ານມາ. ຂະນະທີ່ອີກ 32 ປະເທດເປັນປະເທດໃໝ່ທີ່ຫາກໍພົບລາຍງານຜູ້ຕິດເຊື້ອ.
ເບື້ອງຕົ້ນ ພົບລາຍງານຜູ້ຕິດເຊື້ອພະຍາດໝາກສຸກລີງແລ້ວຢ່າງໜ້ອຍ 72 ຄົນ ເຊິ່ງທັງໝົດລ້ວນແລ້ວແຕ່ພົບໃນປະເທດທີ່ເຄີຍພົບຜູ້ຕິດເຊື້ອຂອງພະຍາດນີ້ຢູ່ກ່ອນແລ້ວ. ຂະນະທີ່ປະເທດໃໝ່ອີກ 32 ປະເທດຍັງບໍ່ພົບຜູ້ຕິດເຊື້ອພະຍາດໝາກສຸກລີງເສຍຊີວິດແຕ່ຢ່າງໃດ, ແຕ່ກຳລັງມີການກວດສອບວ່າ: ຜູ້ເສຍຊີວິດຄົນໜຶ່ງຢູ່ເບຣຊິນເສຍຊີວິດຈາກການຕິດເຊື້ອພະຍາດໝາກສຸກລີງ ຫລື ບໍ່.
ໂດຍ WHO ເຄີຍປະກາດພາວະສຸກເສີນດ້ານສາທາລະນະສຸກສາກົນ (PHEIC) ໃນໄລຍະເກືອບ 2 ທົດສະວັດຜ່ານມາຫລາຍຄັ້ງ. ການປະກາດພາວະດັ່ງກ່າວຈະຕ້ອງມີເງື່ອນໄຂດັ່ງຕໍ່ໄປນີ້ຢ່າງໜ້ອຍ 2-4 ຂໍ້ ເຊິ່ງຈະຕ້ອງເປັນເຫດການທີ່ມີຜົນກະທົບດ້ານສາທາລະນະສຸກຮ້າຍແຮງ, ເປັນເຫດການຜິດປົກກະຕິ ແລະ ບໍ່ເຄີຍຄາດຄິດມາກ່ອນ, ມີຄວາມສ່ຽງສູງຈະແພ່ລະບາດຂ້າມປະເທດ ລວມທັງມີຄວາມສ່ຽງສູງຈະຈຳກັດການເດີນທາງ ຫລື ການຄ້າສາກົນ.
ຄັ້ງຫລ້າສຸດຄື WHO ຕັດສິນໃຈປະກາດໃຫ້ການແພ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (2019-nCoV) ເປັນພາວະສຸກເສີນດ້ານສາທາລະນະສຸກສາກົນນັບແຕ່ທ້າຍເດືອນມັງກອນ 2020 ຜ່ານມາ ໂດຍທີມຜູ້ຊ່ຽວຊານຈຳເປັນຕ້ອງປະເມີນສະຖານະການໃນປັດຈຸບັນຂອງພະຍາດໝາກສຸກລີງ ກ່ອນທີ່ອາດຈະລຸກລາມກາຍເປັນວິກິດໃຫຍ່.
ອ້າງອີງ: