OLYMPUS DIGITAL CAMERA

 ຖົ່ວຂຽວໃຫ້ຫລາຍຄຸນປະໂຫຍດ

Kham Phut

ສາລະຫນ້າຮູ້

ຖົ່ວຂຽວ ເປັນພືດຕະກູນຖົ່ວ ມັກເອົາໄປປະກອບອາຫານ ຫລື ເຂົ້າໜົມ, ຖົ່ວຂຽວ ມີປະໂຫຍດຫລາຍຕໍ່ສຸຂະພາບ ດັ່ງນີ້ :

  1. ໂປຕັສຊຽມຊ່ວຍເສີມສ້າງກ້າມຊີ້ນໃນຮ່າງກາຍ.
  2. ສານຕ້ານເອັນໄຊໂປຣຕີເອສ ມີລິດໃນການຕໍ່ຕ້ານມະເຮັງ.
  3. ຊ່ວຍບຳລຸງຮ່າງກາຍ, ບຳລຸງກຳລັງ, ເສີມສ້າງພູມຕ້ານທານ, ຊ່ວຍປ້ອງກັນ ແລະ ປິ່ນປົວໄຂ້ຫວັດ.
  4. ແມັກນີຊຽມຊ່ວຍໃນການເຮັດວຽກຂອງລະບົບເຜົາຜານໃນຮ່າງກາຍ.
  5. ຊ່ວຍຫລຸດຄວາມດັນເລືອດສູງ.
  6. ຊ່ວຍເຮັດໃຫ້ຈະເລີນອາຫານ.
  7. ຊ່ວຍຫລຸດລະດັບໄຂມັນ ແລະ ຄໍເລສເຕີໂຣນຊ່ວຍຄວບຄຸມໄຂມັນໃນເລືອດ ແລະ ຄວບຄຸມນຳ້ໜັກ.
  8. ຊ່ວຍຫລຸດຄວາມສ່ຽງຂອງການເກີດພະຍາດຫົວໃຈ.
  9. ຖົ່ວຂຽວມີລິດເຢັນອອກລິດຕາມເສັ້ນລົມປານຂອງຫົວໃຈ ແລະ ມ້າມ.
  10. ຖົ່ວຂຽວອຸດົມໄປດ້ວຍທາດເຫລັກ ເຊິ່ງຈຳເປັນສຳລັບການສ້າງເມັດເລືອດແດງໃນຮ່າງກາຍ.
  11. ຊ່ວຍຫລຸດລະດັບນຳ້ຕານໃນເລືອດ ແລະ ເບົາຫວານໄດ້.
  12. ທາດການຊຽມ ແລະ ຟົສຟໍ ທີ່ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ.
  13. ຊ່ວຍແກ້ອາການກະຫາຍນຳ້.

14.​ ທາດໂບຣອນ ຊ່ວຍໃຫ້ສະໝອງເຮັດວຽກໄດ້ໄວຫລາຍຂຶ້ນ.

  1. ຊ່ວຍບຳລຸງສາຍຕາ.
  2. ວິຕາມິນເບ 2 ຊ່ວຍປ້ອງກັນພະຍາດປາກນົກກະຈອກ.
  3. ມີເສັ້ນໄຍອາຫານຫລາຍ ຈຶ່ງຊ່ວຍໃນການຂັບຖ່າຍ ຊ່ວຍໃຫ້ຖ່າຍງ່າຍຂຶ້ນ.