ສສຊ ເຂດ 12 ແຂວງຄຳມ່ວນ ຊີ້ການຄົ້ນຄວ້າວິທະຍາສາດສຳຄັນຕໍ່ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດໄດ້
ໃນຮ່າງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໄດ້ຍົກໃຫ້ເຫັນພຽງແຕ່ຄວາມຄືບໜ້າ ແລະ ຜົນສຳເລັດຂອງວຽກມາດຖານ ແລະ ການວັດແທກ ແລະ ຊັບສິນທາງປັນຍາ, ແຕ່ບໍ່ທັນຍົກໃຫ້ເຫັນຜົນສຳເລັດ ແລະ ຄວາມຄືບໜ້າການຄົ້ນຄວ້າວິທະຍາສາດ ທັງທີ່ຜ່ານມາຫລາຍພາກສ່ວນຫລາຍຂົງເຂດໄດ້ເຮັດການຄົ້ນຄວ້າວິທະຍາສາດຫລາຍສົມຄວນໂດຍສະເພາະຂະແໜງການສາທາລະນະສຸກ.
ທ່ານ ໄມຟອງ ໄມຊາຍ ສສຊ ເຂດ 12 ແຂວງຄຳມ່ວນກ່າວວ່າ: ໃນຄວາມເປັນຈິງແລ້ວບໍ່ຈະວ່າໃນພາກພື້ນ ຫລື ສາກົນລ້ວນແຕ່ຖືເອົາການຄົ້ນຄວ້າວິທະຍາສາດເພື່ອສະໜອງຂໍ້ມູນຫລັກຖານວິທະຍາສາດນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນໂດຍເຫັນໄດ້ຈາກບັນດາປະເທດທີ່ເສດຖະກິດ-ສັງຄົມເຂັ້ມແຂງ, ລັດຖະບານໄດ້ສົ່ງເສີມນັກຄົ້ນຄວ້າວິທະຍາສາດເພື່ອນຳເອົາຜົນການຄົ້ນຄວ້າມາຮັບໃຊ້ວຽກງານໃນຂົງເຂດຕ່າງໆ.
ແນວໃດກໍດີ ສຳລັບປະເທດເຮົາຜ່ານມາ, ລັດຖະບານໄດ້ລົງທຶນ 0,1%ຂອງຈີດີພີທັງໄດ້ຕັ້ງກອງທຶນການຄົ້ນຄວ້າວິທະຍາສາດ, ແຕກໍບໍ່ຮູ້ວ່າປັດຈຸບັນໄດ້ສືບຕໍ່ຈັດສັນໃຫ້ແກ່ວຽກງານນີ້ຫລາຍປານໃດ?ແນ່ນອນໃນຂະນະທີ່ປະ ເທດເຮົາບໍ່ທັນມີຄວາມເຂັ້ມແຂງດ້ານການເງິນກໍບໍ່ຈຳເປັນຕ້ອງລົງທຶນຫລາຍ, ແຕ່ກໍຄວນສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ຫລາຍຂຶ້ນກວ່າເກົ່າເພື່ອນຳເອົາຜົນການຄົ້ນຄວ້າມາຮັບໃຊ້ວຽກງານຕ່າງໆໂດຍສະເພາະການຄົ້ນຄວ້າທີ່ລົງເລິກປະເດັນທີ່ສຳຄັນສາມາດມານຳໃຊ້ເປັນປະໂຫຍດໄດ້ດັ່ງຜົນສຳເລັດການຄົ້ນຄວ້າໃນຂົງເຂດສາທາລະນະສຸກກ່ຽວກັບພະຍາດໂຄວິດ-19 ເຖິງວ່າເປັນການຄົ້ນຄວ້າຂະໜາດນ້ອຍແຕ່ມີປະໂຫຍດຢ່າງຫລວງຫລາຍໃຊ້ງົບປະມານໜ້ອຍໂດຍມະຫາວິທະຍາໄລວິທະຍາສາດສຸຂະພາບໄດ້ຄົ້ນຄວ້າບັນຫາເຊື້ອພະຍາດນຳຄົນເຈັບທີ່ຍັງບວກສາມາດສົ່ງເຊື້ອຕໍ່ໃຫ້ຄົນອື່ນໄດ້ບໍ່? ເຊິ່ງຜົນການຄົ້ນຄວ້າຢືນຢັນວ່າບໍ່ສາມາດແພ່ເຊື້ອສູ່ຄົນອື່ນໄດ້.
ທ່ານ ໄມຟອງ ຍົກໃຫ້ເຫັນອີກວ່າ: ຂະນະທີ່ທີ່ປະເທດເຮົາພົບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ພວກເຮົາສາມາດນຳໃຊ້ການຄົ້ນຄວ້າການວິໄຈເພື່ອເອົາຂໍ້ມູນຫລັກຖານທາງວິທະຍາສາດມາແກ້ໄຂບັນຫາໄດ້.
ຕົວຢ່າງ ປັດຈຸບັນ, ປະຊາຊົນລາວຈຳນວນຫລາຍຈະໄປອອກແຮງງານຢູ່ປະເທດເພື່ອນບ້ານອາດຈະບໍ່ແມ່ນແຮງຈູງໃຈດ້ານການເງິນແຕ່ຢ່າງດຽວອາດຈະມີປັດໄຈອື່ນໆກ່ຽວຂ້ອງທີ່ຕ້ອງລອງເຮັດການສຶກສາຄົ້ນຄວ້າລົງເລິກວ່າມີແຮງຈູງໃຈດ້ານອື່ນບໍ່?.
ຂະນະດຽວກັນກໍໃຫ້ລອງຄົ້ນຄວ້າສຳຫລວດຄວາມຄິດເຫັນຂອງປະຊາຊົນເບິ່ງວ່າຢາກໃຫ້ແກ້ໄຂບັນຫາຫຍັງຫລາຍກວ່າໝູ່ເປັນບຸລິມະສິດກວ່າໝູ່ ແລະ ປະຊາຊົນສະເໜີແນວໃດ ແລະ ບັນຫາອື່ນໆທີ່ຫລໍ່ແຫລມຕ້ອງໄດ້ສຶກສາຄົນຄວ້າຄັກແນ່ເພື່ອນຳເອົາມາແກ້ໄຂໄດ້ຖືກຈຸດ.