ໜ່ວຍຊາວໜຸ່ມ ກົມການເງິນຕ່າງປະເທດ ດຳເນີນການຮ່ວມຊີວິດ ໜ່ວຍຄັ້ງປະຖົມມະລືກ
ໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມກະຊວງການເງິນ, ໜ່ວຍຊາວໜຸ່ມກົມການເງິນຕ່າງປະເທດ ກະຊວງການເງິນ, ໄດ້ດຳເນີນກອງປະຊຸມການຮ່ວມຊີວິດໜ່ວຍຄັ້ງປະຖົມມະລືກ ແລະ ມອບຍ້ອງຍໍຂອງຄະນະບໍລິ ຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງການເງິນ, ໂດຍການເປັນປະທານຂອງທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ກໍາມະການໜ່ວຍພັກ, ຮອງຫົວໜ້າກົມການເງິນຕ່າງປະເທດ ກະຊວງການເງິນ, ພ້ອມດ້ວຍຄະນະໜ່ວຍຊາວໜຸ່ມກົມ ແລະ ສະມາຊິກພາຍໃນກົມເຂົ້າຮ່ວມ.
ໃນກອງປະຊຸມຮ່ວມຊີວິດໜ່ວຍຄັ້ງປະຖົມມະລືກຕາມວາລະກອງປະຊຸມ, ໄດ້ມີການດໍາເນີນຊີວິດໜ່ວຍຊາວໜຸ່ມກົມ, ຊຶ່ງໃນໜ່ວຍຊາວໜຸ່ມ, ປະກອບມີສະມາຊິກທັງໝົດ 22 ສະຫາຍ, ເພດຍິງ 12 ສະຫາຍ, ທຽບໃສ່ພະນັກງານທັງໝົດແມ່ນກວມເອົາ 92%, ໄດ້ຮັບຟັງຫົວຂໍ້ສໍາມະນາວິຊາການບົດບາດຂອງກົມການເງິນຕ່າງປະເທດ ໃນວຽກງານການຮ່ວມມືໃນພາກພື້ນ ແລະ ສາກົນ, ແຜນວຽກການເຄື່ອນໄຫວ 6 ເດືອນທ້າຍປີໂດຍສະເພາະວຽກງານການສ້າງແຜນດໍາເນີນງານຂອງໜ່ວຍຊາວໜຸ່ມກົມການເງິນຕ່າງປະເທດປະຈໍາປີ 2022, ວຽກງານ 4 ບຸກຂອງໜ່ວຍຊາວໜຸ່ມກົມການເງິນຕ່າງປະເທດ ແລະ ວຽກງານອື່ນໆ.
ພ້ອມດຽວກັນນີ້, ຍັງໄດ້ມອບໃບຍ້ອງຍໍຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງການເງິນ ໃຫ້ສະມາຊິກຊາວໜຸ່ມກົມການເງິນຕ່າງປະເທດທີ່ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມກະຊວງການເງິນ, ວຽກງານວິຊາສະເພາະ ແລະ ການແຂ່ງຂັນກິລາບານເຕະສະຫາຍຄະນະພັກກະຊວງການເງິນຄັ້ງທີ 1 ປະຈຳປີ 2020 ນໍາອີກດ້ວຍ.
ໂອກາດນີ້, ໄດ້ຮັບການໂອ້ລົມຂອງທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ກໍາມະການໜ່ວຍພັກ, ຮອງຫົວໜ້າກົມການເງິນຕ່າງປະເທດ ໂດຍສະເພາະໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງວຽກງານຊາວໜຸ່ມໃນການປະ ກອບສ່ວນເຂົ້າໃນຂະບວນການ ແລະ ກິດຈະກຳຕ່າງໆ, ເພື່ອພັດທະນາຕົນເອງໃຫ້ເປັນມະຫາຊົນທີ່ມີຄວາມຮູ້ຄວາມສາມາດ ແລະ ຊຸກຍູ້ໃຫ້ແກ່ວຽກງານໜ່ວຍພັກກົມການເງິນຕ່າງປະເທດ ແລະ ໄດ້ເນັ້ນໃຫ້ພະນັກງານ-ລັດຖະກອນ, ສຸມສະຕິປັນຍາ, ປະກອບສ່ວນເຂົ້າໃນການປະຕິບັດວຽກງານວິຊາສະເພາະ, ເອົາໃຈໃສ່ພັດທະນາບຸກບືນຕົນເອງໃນທຸກໆດ້ານໃຫ້ແຂງແຮງໃນການປະຕິບັດພາລະກິດ ແລະ ໜ້າທີ່ຮັບຜິດຊອບທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດ. ພ້ອມນີ້, ບັນດາສະມາຊິກຊາວໜຸ່ມກໍໄດ້ພ້ອມກັນແລກປ່ຽນປະກອບຄໍາຄິດເຫັນຢ່າງກົງໄປກົງມາ.