ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ

ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ - 288322387 744646880317348 4737683488131415245 n - ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ
ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ - kitchen vibe - ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ

ວັນທີ 14 ມິຖຸນາ 2022, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະ ການຕ້ານການຄ້າມະນຸດລະດັບຊາດ ໄດ້ເນັ້ນໃຫ້ແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມ 9 ວຽກເພື່ອແກ້ໄຂບັນຫາການຄ້າມະນຸດ ເປັນຕົ້ນ

1) ຖືເອົາການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນພັນທະ, ໜ້າທີ່ການ ເມືອງຂອງທຸກພາກສ່ວນທັງກໍານົດເປັນວຽກຈຸດສຸມໜຶ່ງຕິດພັນກັບການກໍ່ສ້າງຮາກຖານການເມືອງ, ພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ;
2)ສືບຕໍ່ສຸມໃສ່ຜັນຂະຫຍາຍແຜນງານແຫ່ງຊາດວ່າດ້ວຍການ ຕ້ານການຄ້າມະນຸດໄລຍະ III (2021-2025) ມາເປັນແຜນງານ, ໂຄງການ, ກິດຈະກໍາຂອງຕົນເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກາຍເປັນຂະບວນການລວມຄື 2 ວາລະແຫ່ງຊາດ;
3) ສຶກສາອົບຮົມການ ເມືອງ-ແນວຄິດພະນັກງານໃນຂະແໜງການຕ້ານການຄ້າມະນຸດ ໃຫ້ຈົງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ ເພື່ອລົບລ້າງປາກົດການຫຍໍ້ທໍ້, ຖ້າຍັງມີໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເດັດຂາດ;
4) ເພີ່ມທະວີການຊອກຮູ້, ເຂົ້າເຖິງແຫຼ່ງຂໍ້ມູນ, ກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກເມືອງ, ບັນດາດ່ານຊາຍແດນ, ເຂດຫຼໍ່ແຫຼມ, ເກັບກໍາບັນດາເປົ້າໝາຍຂອງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວໃນຂະບວນການຄ້າມະນຸດ ເພື່ອກຳຈັດປາບປາມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວມທັງຊ່ວຍເຫຼືອເບິ່ງແຍງຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດໃຫ້ທັນສະພາບການ ແລະ ແກ້ໄຂໃຫ້ເປັນຮູບປະທຳ;
5) ເພີ່ມທະວີການໂຄສະນາປູກຈິດສໍານຶກກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການຄ້າມະນຸດ ທັງລວງກວ້າງ ແລະ ລວງເລິກໃຫ້ທົ່ວສັງຄົມ ເຮັດໃຫ້ວຽກງານດັ່ງກ່າວກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ, ທຸກຊັ້ນຄົນ, ທຸກເພດ, ທຸກໄວ, ທຸກອົງການຈັດຕັ້ງຢ່າງຕັ້ງໜ້າ ໂດຍການໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ເຊີດຊູຈິດໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ;
6) ປັບປຸງແບບແຜນວິທີເຮັດວຽກ, ກົນໄກການປະສານສົມທົບລະຫວ່າງສູນກາງກັບແຂວງ, ແຂວງກັບ ເມືອງ ແລະ ກຸ່ມບ້ານໃຫ້ກົມກຽວກັນ; ການສະໜອງຂໍ້ມູນຂ່າວສານ, ລະບອບການລາຍງານ ໃຫ້ວ່ອງໄວທັນເວ ລາ;
7)ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດໂດຍສະເພາະກັບປະເທດທີ່ມີຊາຍແດນຕິດຈອດ ເພື່ອຍາດແຍ່ງການສະໜັບສະໜູນ, ແລກປ່ຽນຂໍ້ມູນຂ່າວສານບົດຮຽນລວມທັງປະສານງານການຕ້ານອາຊະຍາກໍາກ່ຽວຂ້ອງກັບການຄ້າມະນຸດ;
8)ກຳນົດວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດເປັນແຕ່ລະໄລຍະ, ໃນນັ້ນໃຫ້ກໍານົດບັນດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ, ມີການປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນເປັນປົກກະຕິແຕ່ລະຂັ້ນ, ແຕ່ລະໄລຍະບົນພື້ນຖານເນື້ອໃນຄາດໝາຍທີ່ວາງໄວ້;
9) ປັບປຸງນິຕິກໍາທີ່ມີແລ້ວແຕ່ເຫັນວ່າບໍ່ສອດຄ່ອງ ຫຼື ຖ້າເຫັນວ່າຍັງບໍ່ທັນຄົບຖ້ວນ ກໍຄົ້ນຄວ້າສ້າງນິຕິກໍາໃໝ່ໂດຍບໍ່ໃຫ້ຂັດກັບນິຕິກໍາທີ່ມີແລ້ວເພື່ຶອເປັນເຄື່ອງມືຮັບໃຊ້ວຽກດັ່ງກ່າວໃຫ້ມີປະສິດທິຜົນ.

ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ - Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ
ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ - Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ

ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ, ປະທານຄະນະກໍາມະການຕ້ານການຄ້າມະນຸດແຂວງ ລາຍງານການຕ້ານ ແລະ ສະກັດກັ້ນການຄ້າມະນຸດປີ 2021-2022 ວ່າ: ໄດ້ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ ແລະ ພົບເຫັນຜູ້ລັກເຂົ້າອອກເມືອງ ແລະ ຜູ້ກະທໍາຜິດການຄ້າມະນຸດ 16 ເທື່ອ, ຮັບຄໍາຮ້ອງ ທຸກຊ່ວຍເຫຼືອຜູ້ຖືກເຄາະຮ້າຍ 9 ເທື່ອ, ເປີດການສືບສວນສອບສວນ 14 ເທື່ອ; ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ, ຄໍາຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ປົກຄອງ ແລະ ຈາກສະຖານທູດຕ່າງປະເທດ 66 ເທື່ອ, ແກ້ໄຂປາກົດການຫຍໍ້ທໍ້ໄດ້ 18 ເທື່ອ, ສຶກສາອົບຮົມຜູ້ຄ້າປະເວນີ, ກວດກາການເຂົ້າມາພັກເຊົາບໍ່ຖືກຕ້ອງຂອງຄົນຕ່າງປະເທດ; ກອງບັນຊາການ ປກສ ແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ແຮງງານລາວ, ຕ່າງປະເທດ 66 ເທື່ອ ມີ 477 ຄົນ, ຍິງ 199 ຄົນ. ພ້ອມນີ້ຍັງໄດ້ເອົາໃຈ ໃສ່ປະສານງານ, ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ທັນການ.

ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ - 5 - ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ
ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ - 4 - ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ
ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ - 3 - ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ