ກະຊວງການເງິນ ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ

ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ - 288119348 1916124115258026 7542510579618430457 n - ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ
ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ - kitchen vibe - ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ

ປັດຈຸບັນ, ຂະແໜງການເງິນ ກຳລັງເລັ່ງຄົ້ນຄວ້າກົນໄກ ແລະ ມາດຕະການເພີ່ມເຕີມ ເພື່ອແກ້ໄຂບັນຫາການຮົ່ວໄຫລຂອງງົບປະມານໃຫ້ຫລຸດລົງ ໂດຍໄວ ເນື່ອງຈາກບັນຫາດັ່ງກ່າວເກີດສຽງສະທ້ອນເຖິງຄວາມເປັນຫວ່ງຈາກສະມາຊິກສະພາແຫ່ງຊາດ ກໍຄື ສັງຄົມຫລາຍສົມຄວນ.
ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 15 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊີ້ແຈງຫລາຍບັນຫາປີ່ນອ້ອມໃນຂົງເຂດວຽກງານການເງິນ ໂດຍສະເພາະ ບັນຫາການຮົ່ວໄຫລຂອງງົບປະມານລັດ ກໍແມ່ນປະເດັນໜຶ່ງທີ່ສໍາຄັນ ທີ່ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍຄືທົ່ວສັງຄົມມີຄວາມເປັນຫ່ວງ ແລະ ຢາກເຫັນມີການແກ້ໄຂຢ່າງເປັນຮູບປະທໍາ ແລະ ເຂັ້ມງວດ.

ຕໍ່ບັນຫາດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ບັນຫາການຮົ່ວໄຫລຂອງງົບປະມານແມ່ນຍັງມີຫລາຍສົມຄວນ, ເຖິງວ່າຜ່ານມາຂະແໜງການກ່ຽວຂ້ອງໄດ້ມີຄວາມພະຍາຍາມໃນການສະກັດກັ້ນດ້ວຍຫລາຍວິທີ, ແຕ່ກໍເຫັນວ່າແກ້ໄດ້ພຽງປາຍເຫດເທົ່ານັ້ນ. ແນວໃດກໍຕາມ ປັດຈຸບັນກະຊວງການເງິນ ພວມວິເຄາະໄຈ້ແຍກບັນດາປະກົດການທີ່ເປັນຕົ້ນ ເຫດພາໃຫ້ເກີດການຮົ່ວໄຫລຕ່າງໆ ເພື່ອມີມາດຕະການແກ້ໄຂໂດຍໄວ. ນອກນີ້ ຈະເລັ່ງຫັນເປັນທັນສະໄໝ ໃນວຽກງານການເກັບລາຍຮັບງົບປະມານ, ດໍາເນີນແຈ້ງພາສີແບບເອເລັກໂຕນິກໃຫ້ກວ້າງຂວາງ ເພື່ອບໍ່ໃຫ້ພະນັກງານ ແລະ ຜູ້ປະກອບການ ມີຊ່ອງວ່າງສາມາດສວຍໂອກາດຍົກເວັ້ນ ຫລື ລົບຫລີກການເສຍພາສີ-ອາກອນ.

ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ - Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ
ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ - Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ
ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ - 5 - ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ
ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ - 4 - ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ
ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ - 3 - ກະຊວງການເງິນ  ເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ