ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ

ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ - d16b6fba b0fa 41a6 8d23 6d7c8c00e600 - ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ
ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ - kitchen vibe - ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ

ແຂວງອຸດົມໄຊ ແມ່ນແຂວງໜຶ່ງທີ່ປະຊາຊົນໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ເຖິງວ່າຜ່ານມາລັດຖະບານໄດ້ເອົາໃຈໃສ່ທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະ ທົບ, ແຕ່ມາຮອດປັດຈຸບັນຈຳນວນໜຶ່ງ ຍັງບໍ່ທັນໄດ້ຮັບຄ່າທົດແທນລວມມູນຄ່າ ຫລາຍຕື້ກີບ.

ທ່ານ ຄຳດີ ວົງລ້ອມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ມີຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2022 ວ່າ: ຜ່ານການລົງເຜີຍຜົນສຳເລັດກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມສະພາປະຊາຊົນແຂວງນັ້ນ, ຄະນະ ສສຊ ໄດ້ຮັບຟັງການສະເໜີຈາກຜູ້ມີສິດເລືອກຕັ້ງຫລາຍດ້ານ. ໃນນີ້, ບັນຫາທີໜຶ່ງ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບປະມານເພື່ອທົດແທນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເຖິງວ່າລັດຖະບນໄດ້ຈ່າຍເງິນທົດແທນໃຫ້ແກ່ຜູ້ໄດ້ຮັບຜົນກະທົບໃນແລວທາງແລ້ວ 9 ເທື່ອເປັນເງິນກວ່າ 100 ຕື້ກີບ, ແຕ່ຜູ້ໄດ້ຮັບຜົນກະທົບຢູ່ນອກແລວທາງລົດໄຟຍັງຄ້າງຈ່າຍຫລາຍຕື້ກີບ.

ບັນຫາທີສອງ ສະເໜີໃຫ້ລັດຖະບານປະສານງານກັບທາງການ ສປປ ຈີນ ເປີດດ່ານທ້ອງຖິ່ນພູລະຄຳ ເມືອງນາໝໍ້ ຫລັງປິດເນື່ອງຈາກການລະບາດພະຍາດໂຄວິດ-19 ເຊິ່ງເຖິງວ່າໄລຍະຜ່ອນຜັນໄດ້ເປີດ, ແຕ່ກໍເປີດບໍ່ປົກກະຕິ (ເດືອນໜຶ່ງເປີດ 1-2ເທື່ອ) ສົ່ງຜົນກະທົບ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຂົນສົ່ງສິນຄ້າເຂົ້າ-ອອກ ໂດຍສະເພາະຜົນຜະລິດສິນຄ້າກະສິກຳ.

ທ່ານ ຄຳດີ ຍັງກ່າວຕື່ມວ່າ: ນອກນີ້, ສະເໜີໃຫ້ລັດຖະບານຄົ້ນຄວ້າຄືນໂຄງການຢູ່ແຂວງອຸດົມໄຊ ເປັນ ຕົ້ນໂຄງການຮ່ວມມືຂຸດຄົ້ນແຮ່ທາດ, ໂຄງການຮ່ວມມືສ້າງສະຖາບັນຄົ້ນຄວ້າຊັບພະຍາກອນແຮ່ທາດແລະ ໂຄງການອື່ນ ເພາະບາງໂຄງການໝົດສັນຍາ ແລະ ບາງໂຄງການບໍ່ໄດ້ເຄື່ອນໄຫວເລີຍ, ພ້ອມນີ້ສະເໜີໃຫ້ລັດຖະບານພິຈາລະນາຍົກເລີກ ແລະ ປິດໂຄງການຂຸດຄົ້ນແຮ່ທາດຂອງ 4 ບໍລິສັດທີ່ໝົດສັນຍາຂຸດຄົ້ນ 3 ປີກວ່າ ທັງຍັງບໍ່ໄດ້ມອບພັນທະໃຫ້ແກ່ລັດຖະບານ ແລະ ທ້ອງຖິ່ນ.

ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ - 3 - ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ
ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ - 5 - ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ
ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ - 4 - ສສຊ ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານຄົ້ນຄວ້າງົບທົດແທນຜົນກະທົບທາງລົດໄຟລາວ-ຈີນ