ອັລເວສ ປະກາດອຳລາ ບາເຊໂລນາ ຫລັງຫມົດສັນຍາເດືອນນີ້

ດານີ ອັລເວສ ກອງຫລັງປະສົບການຫລາຍຊາວບຣາຊິລ ຂອງ ບາເຊໂລນາ ປະກາດຢືນຢັນຢ່າງເປັນທາງການ ກຽມທີ່ຈະໂບກ ມືອຳລາຖິ່ນ ຄຳນູ ຫລັງຫມົດສັນຍາກັບສະໂມສອນຫມົດເດືອນມິຖຸນານີ້.
ສຳລັບ ອັລເວສ ອາຍຸ 39 ປີ ຍ້າຍມາຮ່ວມທີມບາເຊໂລນາຮອບສອງເມື່ອເດືອນພະຈິກປີກາຍ ແບບບໍ່ມີຄ່າຕົວ ພ້ອມສັນຍາໄລຍະ ສັ້ນ ພາຍໃຕ້ການຄຸມທີມຂອງ ຊາບີ ເອີນານເດສ ໂດຍລົງຫລິ້ນໄປເຖິງ 17 ນັດ ລວມທຸກລາຍການ ຍິງໄປ 1 ປະຕູ ແນວໃດກໍຕາມ ຈາກການທີ່ສະໂມສບໍ່ຍື່ນສັນຍາສະບັບໃຫມ່ໃຫ້ພິຈາລະນາ ເຮັດໃຫ້ ອັລເວສ ຕ້ອງໂບກມືອຳລາທີມ.
‘‘ ຕອນນີ້ ມັນເຖິງເວລາແລ້ວທີ່ຈະຕ້ອງກ່າວຄຳອຳລາ ຂ້ອຍຂໍຂອບໃຈທຸກຄົນທີ່ໃຫ້ໂອກາດຂ້ອຍໄດ້ກັບມາ ບາເຊໂລນາ ແລະ ໄດ້ໃສ່ເສື້ອທີ່ສວຍງາມຕົວນີ້ອີກຄັ້ງ ພວກເຂົາຄົງບໍ່ຮູ້ດອກວ່າ ຂ້ອຍມີຄວາວມສຸກສຳ່ໃດ ’’ ອັລເວສ ກ່າວ.
ທັງນີ້ ອັລເວສ ເຄີຍຄວ້າແຊ໊ມຮ່ວມກັບ ບາເຊໂລນາ ຢ່າງຫລວງຫລາຍເຊ່ັນ : ລາ ລີກາ 6 ສະໄຫມ, ໂກປາ ເດລ ເຣ 4 ສະໄຫມ, ຊຸຸບເປີໂກປາ ເດ ເອສປັນຢາ 4 ສະໄຫມ, ຢູຟາ ແຊ໊ມປຽນລີກ 3 ສະໄຫມ, ຢູຟາ ແຊ໊ມປຽນລີກ 3 ສະໄຫມ, ຢູຟາ ຊຸບເປີ ຄັບ 3 ສະໄຫມ ແລະ ຟີຟາ ຄລັບ ເວີນ ຄັບ 3 ສະໄຫມ.