ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.

ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ. - zoom interview 1280x720 1 - ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.
ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ. - kitchen vibe - ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.

ເປັນທີ່ສັງເກດໄດ້ວ່າ ບຸກຄົນທີ່ປະສົບຄວາມສຳເລັດ ສ້າງຕົນສ້າງໂຕຈົນກາຍເປັນຄົນຮັ່ງມີໄດ້ນັ້ນ ມີຄວາມພິເສດບໍ່ຄືໃຜ ເລີ່ມຕັ້ງແຕ່ວິທີການຄິດ ແລະ ທັດສະນະຄະຕິເລື່ອງເງິນ ເຊິ່ງແຕກຕ່າງຈາກແນວຄິດຂອງຄົນສ່ວນຫລາຍ. ເມື່ອພິຈາລະນາຈາກປະຫວັດນັກທຸລະກິດທີ່ມີຊື່ສຽງຫລາຍທ່ານເຫັນວ່າມີຄວາມເປັນຈິງຢູ່ຫລາຍເລີຍ ເຊິ່ງບາງຄົນປະຢັດມັດທະຍັດ,​ ເກັບທ້ອນ, ບໍ່ຟູມເຟືອຍ, ເຮັດທຸກຢ່າງ ຫາທຸກທາງ ກໍຍັງບໍ່ຮັ່ງມີຈັກເທື່ອ ຖ້າເປັນແນວນັ້ນ ມື້ນີ້ພວກເຮົາຈະພາໄປນຳຮອຍມະຫາເສດຖີວ່າພວກເຂົາທັດສະນະຄະຕິ, ວິໄສທັດ ຫລື ແນວຄິດແນວໃດກັນແດ່.

ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ. - pic1 min 300x169 - ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.

ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ. - Visit Laos Visit SALANA BOUTIQUE HOTEL - ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.
ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ. - Visit Laos Visit SALANA BOUTIQUE HOTEL - ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.
  1. ຄົນຮັ່ງມີເຊື່ອວ່າຂ້ອຍສ້າງຊີວິດໄດ້ດ້ວຍຕົນເອງ : ເວົ້າໃຫ້ເຂົ້າໃຈງ່າຍໆຄື ຄົນທີ່ຮັ່ງມີໄດ້ຕ້ອງເລີ່ມຄິດສ້າງຕົນສ້າງໂຕໄດ້ດ້ວຍຕົນເອງ ບໍ່ຄິດເພິ່ງຄົນອື່ນ.
  2. ມີຫົວການຄ້າຕັ້ງແຕ່ຍັງນ້ອຍ : ກ່ວາຈະມາເປັນຄົນຮັ່ງມີ ຫລື ເປັນມະຫາເສດຖີໄດ້ ຕ້ອງເປັນຄົນທີ່ມີຫົວການຄ້າຕັ້ງແຕ່ຍັງນ້ອຍ ຕ້ອງມີຄວາມຕັ້ງໃຈຈິງ.
  3. ທ້ອນເງິນເພື່ອການລົງທຶນ : ຢ່າທ້ອນພຽງເພື່ອໄດ້ທ້ອນເອົາເງິນກ້ອນ, ແຕ່ຈົ່ງທ້ອນເພື່ອລົງທຶນ ເອົາເງິນເຢັນໆໄປໄວ້ໃນໜ່ວຍລົງທຶນທີ່ທ່ານຈະບໍ່ໄປແຕະຕ້ອງມັນເປັນປີໆ ແລ້ວປ່ອຍໃຫ້ມັນເຮັດວຽກແທນທ່ານໄປເລື້ອຍໆ.
  4. ເປັນໜີ້ທີ່ກໍ່ໃຫ້ເກີດລາຍຮັບ : ຢ່າເປັນໜີ້ເພື່ອອວດລວຍ ເພາະທ່ານຈະບໍ່ມີມື້ລວຍ, ເປັນໜີ້ໄດ້ຫາກໜີ້ນັ້ນກໍ່ໃຫ້ເກີດລາຍຮັບ ເຊັ່ນ : ຊື້ລົດເພື່ອຂັບໄປເລາະຂາຍເຄື່ອງໃຫ້ແກ່ຄົນທົ່ວເມືອງ ລາຍຮັບຫລາຍກ່ວາຄ່າຜ່ອນລົດ ນັ້ນໝາຍເຖິງກຳໄລ.
  5. ຈົ່ງຫລົງໄຫລໃນເງິນ : ບໍ່ມີໃຜຮັ່ງມີໄດ້ດ້ວຍໃຈທີ່ຊັງເງິນ ຖ້າທ່ານດ່າເງິນ ຈົງກຽດຈົງຊັງເງິນ ເງິນກໍຈະໜີຈາກຊີວິດທ່ານ. ຄົນຮັກເງິນບໍ່ແມ່ນຄົນຊົ່ວ ແຕ່ຍ້ອນເຂົາເຂົ້າໃຈຄຸນຄ່າຂອງມັນ ວ່າສາມາດຕໍ່ຍອດສູ່ຄຸນຄ່າອື່ນໆໃນໂລກນີ້ໄດ້ດີເທົ່າໃດ, ຮັກເງິນແລ້ວທ່ານຈະດຶງດູດເງິນ.
  6. ຢຸດໂທດເລື່ອງຕົ້ນທຶນຊີວິດ : Self – made ເກີດຈາກການລົງມືເຮັດ ໂດຍບໍ່ສົນໃຈວ່າຕົ້ນທຶນຊີວິດຂອງເຂົາຈະຕໍ່າປານໃດ, ການຈົດຈໍ່ໃສ່ສິ່ງທີ່ຂາດເປັນເລື່ອງເສຍເວລາທຳມາຫາກິນ, ເກີດມາທຸກບໍ່ຜິດ ແຕ່ຕາຍຈາກໄປແບບທຸກໆນັ້ນແມ່ນບັນຫາຂອງທ່ານ.
  7. ເຂົ້າຫາຄົນຮັ່ງມີ : ທາງລັດສູ່ຄວາມຮັ່ງມີ ແມ່ນຢູ່ກັບຄົນຮັ່ງມີ, ຮຽນຮູ້ຈາກຄົນຮັ່ງມີ ແລະ ເຮັດວຽກຄືຄົນຮັ່ງມີ ຫລາຍຄົນບໍ່ກ້າເຂົ້າຫາຄົນເຫລົ່ານີ້ແທ້ໆ, ຄົນຮັ່ງມີ ແລະ ຄົນສຳເລັດເປັນຄົນໃຈກ້ວາງໃຈດີ ແລະ ມັກການແບ່ງປັນຄວາມຮູ້.
  8. ຈົ່ງຈົດຈໍ່ໃສ່ການຫາເງິນຕື່ມ : ນັກວິຊາການມັກສອນວ່າ ຈົ່ງທ້ອນເງິນ ແຕ່ກໍມີບາງຫລັກການບອກວ່າ ສະໄໝນີ້ຄວາມຮັ່ງມີຈາກການທ້ອນເງິນເປັນໄປໄດ້ຍາກ ຈົ່ງຈົດຈໍ່ໃສ່ການຫາເງິນຕື່ມ ບໍ່ວ່າຈະເປັນການຍົກລະດັບທັກສະຕົນເອງໃຫ້ມີເງິນເດືອນສູງໄປຈົນເຖິງການສ້າງທຸລະກິດຂອງຕົນເອງຕື່ມ ເພື່ອໃຫ້ມີລາຍຮັບເຂົ້າມາຈາກຫລາຍໆທາງ.
  9. ຢ່າຕົວະຕົນເອງວ່າເປັນຄົນຮັ່ງມີລຳ້ລວຍໂດຍການອວດລວຍ : ບັນຫາຂອງຄົນຮຸ່ນໃໝ່ໃນຍຸກອອນລາຍ ແມ່ນຍອມເປັນໜີ້ເພື່ອອວດລວຍ, ໃຊ້ສິ່ງຂອງຫລູຫລາລາຄາແພງ, ຊື້ລົດຫລູ ແລະ ຄອນໂດ, ແຕ່ບັນຊີປາສະຈາກເງິນສົດ ແລະ ການເງິນຕິດລົບໄປຈົນໄວບັ້ນປາຍ. ຫາກທ່ານຢາກຈະຊື້ລົດຫລູ ນັ້ນໝາຍເຖິງເງິນໃນບັນຊີຂອງທ່ານເຫລືອໃຊ້ເຫລືອຈ່າຍຈົນໃຊ້ນຳບໍ່ທັນແລ້ວ.
  10. ເລັງໃສ່ 100 ລ້ານ ຢ່າເລັງແຕ່ 10 ລ້ານ : ການຕັ້ງເປົ້າໝາຍຕໍ່າເປັນຄວາມຜິດພາດທາງດ້ານການເງິນຢ່າງໜຶ່ງ ເພາະເມື່ອຕັ້ງເປົ້າໝາຍຕໍ່າ ຜົນຕອບແທນກໍຈະຕໍ່າໄປນຳ ສະນັ້ນ ຕ້ອງຕັ້ງສູງໄວ້ກ່ອນ ແລ້ວຫາວິທີເຮັດໃຫ້ໄດ້. ໃນໂລກນີ້ມີເງິນເຫລືອເຟືອສຳລັບທຸກຄົນ ບໍ່ຕ້ອງຢ້ານວ່າຈະບໍ່ໄດ້ 100 ລ້ານ ຢ່າງໜ້ອຍຫາກໄປບໍ່ຮອດດວງເດືອນ ກໍຍັງລອຍຢູ່ທ່າມກາງດວງດາວ.
  11. ໃຫ້ເງິນເຮັດວຽກ : ບໍ່ມີໃຜຮັ່ງມີຈາກການຂາຍແຮງ ແລະ ເວລາແລກເງິນ ເພາະທ່ານມີຮ່າງກາຍດຽວກັບເວລາ 24 ຊົ່ວໂມງ, ຄົນຮັ່ງມີສ້າງເຄື່ອງຈັກເຮັດເງິນຂຶ້ນມາເຮັດວຽກແທນທັງໝົດ ຈົ່ງສ້າງລະບົບ ໃຫ້ເງິນເຮັດວຽກແທນທ່ານ.
ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ. - 3 - ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.
ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ. - 5 - ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.
ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ. - 4 - ວິທີການຄິດສ້າງຄວາມໝັ້ນຄົງໃຫ້ຊີວິດແບບຍືນຍາວ.