ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ

ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ -           5 - ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ
ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ - kitchen vibe - ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ

ວັນທີ 15 ມິຖຸນາ 2022, ບໍລິສັດ ລົດໄຟແຫ່ງປະເທດຈີນ ຈຳກັດ (China State Railway Group) ເປີດເຜີຍວ່າ: ເຂດປົກຄອງຕົນເອງຊິນຈຽງ-ອຸຍກູ ທາງຕາເວັນຕົກສຽງເໜືອຂອງຈີນ ກຽມເປີດດຳເນີນການທາງລົດໄຟເສັ້ນໃໝ່ໃນວັນທີ 16 ມິຖຸນານີ້ ເຊິ່ງຖືເປັນຈຸດສິ້ນສຸດໂຄງການກໍ່ສ້າງທາງລົດໄຟຄວາມຍາວ 2.712 ກິໂລແມັດ ອ້ອມທາກລາມາກັນ ທະເລຊາຍຂະໜາດໃຫຍ່ທີ່ສຸດຂອງຈີນ ແລະ ທະເລຊາຍເຄື່ອນທີ່ຂະໜາດໃຫຍ່ທີ່ສຸດອັນດັບ 2 ຂອງໂລກ.

ທາງລົດໄຟໄລຍະທາງ 825 ກິໂລແມັດເສັ້ນໃໝ່ນີ້ ເຊິ່ງເລີ່ມກໍ່ສ້າງໃນເດືອນທັນວາ 2018 ຍາວໄປທາງຕາເວັນອອກຈາກເມືອງເຫີຖຽນສູ່ເມືອງຮົ່ວຊຽງ ຕາມແນວຂອບໃຕ້ຂອງທະເລຊາຍທາກລາມາກັນ ໂດຍ 65% ຂອງເສັ້ນທາງລົດໄຟຕັ້ງຢູ່ພາຍໃນພື້ນທີ່ທະເລຊາຍແຫ່ງນີ້.

ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ - Visit Laos Visit SALANA BOUTIQUE HOTEL - ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ
ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ - Visit Laos Visit SALANA BOUTIQUE HOTEL - ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ

ບໍລິສັດກ່າວວ່າ: ຂົວທາງລົດໄຟ 5 ແຫ່ງທີ່ຖືກສ້າງຂຶ້ນເທິງຜືນຊາຍ ຄິດເປັນໄລຍະທາງທັງໝົດ 49,7 ກິໂລແມັດ ຈະຊ່ວຍຍົກລະດັບທາງລົດໄຟເສັ້ນດັ່ງກ່າວ ເພື່ອປ້ອງກັນຜົນກະທົບທີ່ເກີດຈາກພາຍຸຊາຍ.

ທັງນີ້, ການເປີດໃຊ້ທາງລົດໄຟເສັ້ນນີ້ຈະເຮັດໃຫ້ລົດໄຟສາມາດແລ່ນອ້ອມທະເລຊາຍໄດ້ຢ່າງສົມບູນເປັນຄັ້ງທຳອິດຂອງໂລກ ທັງຍັງຈະອຳນວຍຄວາມສະດວກດ້ານການເດີນທາງ ແລະ ຂົນສົ່ງສິນຄ້າທ້ອງຖິ່ນຂອງຊິນຈຽງເຊັ່ນ: ຝ້າຍ, ວໍນັດ, ພຸດຣາ ແລະ ແຮ່ທາດ.

ອ້າງອີງ:

‘ทางรถไฟวนรอบทะเลทราย’ สายแรกของโลกในจีน พร้อมเปิดสัญจรตลอดสาย

ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ - 4 - ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ
ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ - 3 - ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ
ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ - 5 - ທາງລົດໄຟອ້ອມທະເລຊາຍ ເສັ້ນທຳອິດຂອງໂລກໃນຈີນ ພ້ອມເປີດສັນຈອນແລ້ວ