ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ - 56d63f69 fbfb 4d9d 9e45 009598d2f8d7 - ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ - kitchen vibe - ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ວັນທີ 10 ມິຖຸນາ 2022 ທີ່ຫ້ອງປະຊຸມພະແນກການເງິນແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມສະຫຼຸບວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງຄະນະພັກຮາກຖານ ພະແນກການເງິນແຂວງຫຼວງພະບາງ.
ໂດຍການເປັນປະທານຂອງສະຫາຍ ນາງ ສິລິພອນ ສຸພັນທອງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ມີສະຫາຍ ຄິນຄຳ ເລັ່ງສະຫວັດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງຫຼວງພະບາງ, ມີສະຫາຍ ຮອງເລຂາຄະນະພັກຮາກຖານ, ຫົວໜ້າສ່ວຍສາອາກອນປະຈຳແຂວງຫຼວງພະບາງ, ພ້ອມດ້ວຍສະມາຊິກພັກ-ພະນັກງານ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ພູຄໍາ ແສງດາໄລ ຄະນະພັກ, ຮອງຫົວໜ້າພະແນກການເງິນແຂວງຫຼວງພະບາງ, ໄດ້ຜ່ານບົດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022, ຄະນະພັກຮາກຖານພະແນກການເງິນ, ປະກອບມີຄະນະພັກຮາກຖານ 07 ສະຫາຍ, ຍິງ 02 ສະຫາຍ, (ປັດຈຸບັນ 01 ສະຫາຍເຂົ້າຮັບອຸດໜູນບຳນານ) ມີສະມາຊິກພັກທັງໝົດ 156 ສະຫາຍ, ຍິງ 62 ສະຫາຍ, ມີ 05 ໜ່ວຍພັກຂຶ້ນກັບ(ໜ່ວຍພັກພະແນກການເງິນ; ໜ່ວຍພັກສ່ວຍສາອາກອນປະຈຳແຂວງ; ໜ່ວຍພັກຄັງເງິນປະຈຳແຂວງ; ໜ່ວຍພັກວິທະຍາໄລການເງິນພາກເໜືອ; ໜ່ວຍພັກ ພາສີປະຈຳແຂວງ).

ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ - Visit Laos Visit SALANA BOUTIQUE HOTEL - ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ - Visit Laos Visit SALANA BOUTIQUE HOTEL - ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ພ້ອມດຽວກັນນີ້, ຍັງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ເປັນຕົ້ນ: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ແບບແຜນການນຳພາ, ນຳພາປະຕິບັດໜ້າທີ່ການເມືອງ, ການເຄື່ອນໄຫວນຳພາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານທີ່ພົ້ນເດັ່ນໃນໄລຍະ 01 ປີຜ່ານມາແມ່ນວຽກງານທີ່ຕິດພັນກັບວາລະແຫ່ງຊາດເປັນຕົ້ນ: ສຳເລັດການສ້າງ “ຮ່າງ” ຄໍາສັ່ງຂອງທ່ານເຈົ້າແຂວງເພື່ອຜັນຂະຫຍາຍຄໍາສັ່ງ ເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ແລະ ‘‘ຮ່າງ’’ ຂໍ້ຕົກລົງຂອງທ່ານເຈົ້າແຂວງເພື່ອຜັນຂະຫຍາຍດໍາລັດເລກທີ 599/ລບ, ລົງວັນທີ 29 ກັນຍາ 2021; ຜັນຂະຫຍາຍວຽກງານຫັນເປັນທັນສະໄໝ, ວຽກຄຸ້ມຄອງສາງສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ, ວຽກແກ້ໄຂຍານພາຫະນະນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ, ວຽກງານສ້າງບຸກຄະລາກອນວິທະຍາໄລການເງິນພາກເໜືອ, ວຽກງານກວດກາ, ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນຳພາກໍ່ສ້າງພັກ-ພະນັກງານ.

ສຳລັບທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປີ 2022 ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກແຕ່ລະໜ່ວຍຕ້ອງໄດ້ຕັ້ງໜ້າຄົ້ນຄວ້າ, ກຳແໜ້ນ ແລະ ປະຕິບັດຕາມທິດທາງແຜນການ ທີ່ວາງໄວ້, ພ້ອມດຽວກັນນັ້ນຄະນະໜ່ວຍພັກຕ້ອງເອົາໃຈໃສ່ເພີ່ມທະວີໃນການຊີ້ນຳ-ນຳພາໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສະມາຊິກພັກຕ້ອງມີຄວາມຫ້າວຫັນ, ຕື່ນຕົວເຂົ້າໃນການປະຕິບັດລະບຽບຂອງພັກ, ຍົກສູງສະຕິພັກຍຶດຖືອຸດົມການ-ການນຳພາຂອງພັກຢ່າງເຂັ້ມງວດ ແລະ ພ້ອມກັນສືບຕໍ່ຮັກສາມູນເຊື້ອນາມມະຍົດໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນຕໍ່ໆໄປ.

ເພີ່ມທະວີຮັກສາຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາພາຍໃນພັກ, ພະນັກງານ-ລັດຖະກອນເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບ, ສະມາຊິກພັກ,ພະນັກງານ-ລັດຖະກອນຕ້ອງຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກຖານຜັນຂະຫຍາຍເປັນແຜນການໂຄງການອັນລະອຽດ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ພ້ອມນີ້, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 181/ຄປພຂ.ຫຼບ, ລົງວັນທີ 20 ທັນວາ 2021 ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກຮັບອຸດໜູນບໍານານ 2 ສະຫາຍຄື: ທ່ານ ນາງ ບົວຈີນ ຈັນທະພອນ ຮອງຫົວໜ້າພະແນກການເງິນແຂວງຫຼວງພະບາງ ແລະ ທ່ານ ອຸດທະສັກ ພົງສະຫວັດ ພະນັກງານຂະແໜງຈັດຕັ້ງ ແລະ ບໍລິຫານ ພະແນກການເງິນແຂວງຫຼວງພະບາງ.

ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ - 3 - ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ - 4 - ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ - 5 - ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ