ທະນາຄານກາງອາເມລິກາອາດຂຶ້ນດອກເບ້ຍອີກ ເພື່ອກົດເງິນເຟີ້ໃຫ້ຢູ່ລະດັບ 2%
ທະນາຄານກາງອາເມລິກາປັບເພີ່ມອັດຕາດອກເບ້ຍຄັ້ງໃຫຍ່ທີ່ສຸດໃນຮອບ 28 ປີ ແລະ ສົ່ງສັນຍານຂຶ້ນອັດຕາດອກເບ້ຍອີກ ເພື່ອດຶງອັດຕາເງິນເຟີ້ຂອງປະເທດໃຫ້ລົງມາຢູ່ຈຸດເປົ້າໝາຍ.
ວັນທີ 16 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງອາເມລິກາ (ເຟດ) ຖະແຫລງໃນວັນທີ 15 ມິຖຸນາວ່າ: ຄະນະກຳມະການກຳນົດນະໂຍບາຍການເງິນ (FOMC) ມີມະຕິເປັນເອກະພາບ ປັບຂຶ້ນອັດຕາດອກເບ້ຍນະໂຍບາຍອີກ 0,75% ສູ່ລະດັບລະຫວ່າງ 1,5-1,75% ຖືເປັນການປັບເພີ່ມອັດຕາດອກເບ້ຍໃນລະດັບສູງທີ່ສຸດ ນັບແຕ່ປີ 1994.
ເຖິງວ່າປະທານເຟດຍອມຮັບວ່າ: ການປັບເພີ່ມອັດຕາດອກເບ້ຍຄັ້ງນີ້ສູງກວ່າປົກກະຕິ, ແຕ່ມີຄວາມເປັນໄປໄດ້ເຊັ່ນກັນ ທີ່ກອງປະຊຸມ FOMC ຄັ້ງຕໍ່ໄປ ໃນເດືອນກໍລະກົດນີ້ ອາດມີການປັບຂຶ້ນອັດຕາດອກເບ້ຍອີກລະຫວ່າງ 0,50-0,75% ເພື່ອຕໍ່ສູ້ກັບວິກິດເງິນເຟີ້ຄັ້ງຮຸນແຮງທີ່ສຸດໃນຮອບ 4 ທົດສະວັດ ໂດຍເຟດຍັງຮັກສາເປົ້າໝາຍໃຫ້ອັດຕາເງິນເຟີ້ຂອງອາເມລິກາຢູ່ລະດັບ 2%. ສ່ວນນັກວິເຄາະເບິ່ງວ່າ: ຖ້າເຟດຍັງເດີນໜ້າປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງ ອັດຕາດອກເບ້ຍຂອງອາເມລິກາອາດສູງເຖິງ 3,4% ໃນທ້າຍປີນີ້.
ຂະນະດຽວກັນ, ກອງປະຊຸມ FOMC ຍັງຫລຸດຄາດການເຕີບໃຫຍ່ທາງເສດຖະກິດຂອງອາເມລິກາປີນີ້ລົງມາຢູ່ລະດັບ 1,7% ຈາກເຄີຍປະເມີນໄວ້ໃນເດືອນມີນາຜ່ານມາ ວ່າລວມຍອດຜະລິດຕະພັນພາຍໃນ (GDP) ມີທ່າອ່ຽງຂະຫຍາຍຕົວໃນລະດັບ 2,8%.