ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື

ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື - d617269a 9785 47f5 90ad a6cd5f0e3887 - ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື
ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື - kitchen vibe - ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື

ທ່ານ ໄຊບັນດິດ ຣາຊະພົນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງ 15 ແຂວງຈໍາປາສັກ ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວ່າ:

ປັດຈຸບັນ, ແຮງງານໄປເຮັດວຽກຢູ່ປະເທດເພື່ອນບ້ານມີເຖິງ 2 ແສນກວ່າຄົນໃນນີ້ຖືກກົດໝາຍພຽງແຕ່ 80 ພັນກວ່າຄົນເທົ່ານັ້ນຈຶ່ງສົ່ງຜົນ ກະທົບຫລາຍຢ່າງຕາມມາ. ຂະນະທີ່ການສົ່ງແຮງງານໄປເຮັດວຽກຢູ່ປະເທດທີ່ມີຄ່າແຮງງານແພງຄືສ ເກົາ ຫລີ, ຍີ່ປຸ່ນ, ສິງກະໂປ ແລະ ອື່ນໆ ຕາມໂຕເລກມີ 13 ພັນກວ່າຄົນ. ແນວໃດກໍດີການສົ່ງອອກແຮງງານ ກໍ່ໃຫ້ເກີດການຂາດເຂີນແຮງງານພາຍໃນຈຶ່ງສະເໜີໃຫ້ຈັດສັນແຮງງານລະຫວ່າງແຮງງານສົ່ງອອກ ແລະ ແຮງງານພາຍໃຫ້ສົມສ່ວນກັນ.

ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື - Visit Laos Visit SALANA BOUTIQUE HOTEL - ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື
ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື - Visit Laos Visit SALANA BOUTIQUE HOTEL - ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື

ໂຄງການຕ່າງໆພາຍໃນປະເທດ ໂດຍສະເພາະໂຄງການກ່ຽວກັບກະສິກໍາ ຍັງຕ້ອງການແຮງງານຈໍານວນຫລາຍ. ຂະນະທີ່ແຮງງານພັດຫລັງໄຫລອອກໄປເຮັດວຽກຢູ່ຕ່າງປະເທດ ຍ້ອນຫລາຍປັດໄຈລວມ, ການເຂົ້າເຖິງຕະຫລາດແຮງງານຍັງບໍ່ຫລາຍ ບາງເຂດທີ່ຢູ່ຫ່າງໄກສອກຫລີກກໍຍັງບໍ່ຮູ້. ນີ້ຄືບັນຫາທີ່ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຈັດຕະຫລາດ, ຈັດຫາງານໃຫ້ທົ່ວເຖິງລົງຮອດຮາກຖານ ເພື່ອເຂົ້າເຖິງແຮງງານທີ່ຢູ່ເຂດຫ່າງໄກສອກຫລີກ ຫລື ປະຊາຊົນຢ່າງແທ້ຈິງ.

ເມື່ອບໍ່ດົນມານີ້, ສະພາການຄ້າແຂວງຈໍາປາສັກໄດ້ສໍາຫລວດ ເຫັນວ່າຍັງມີຄວາມຕ້ອງການແຮງງານ ເຖິງ 3 ແສນກວ່າຄົນ. ໃນນີ້ ຂະແໜງກະສິກໍາ 1 ແສນກວ່າຄົນ ເພື່ອປ້ອນຢູ່ໃນສວນປູກອຸດສາຫະກໍາ ຫລື ກະສິກໍາ. ຂະນະທີ່ຢູ່ສະຖານທີ່ເຫລ່ານີ້ແຮງງານສ່ວນຫລາຍແມ່ນຕ່າງປະເທດໂດຍບໍ່ມີແຮງງານງານລາວ ຊຶ່ງກໍບໍ່ຮູ້ວ່າ ປະຊາຊົນບໍ່ຢາກເຮັດວຽກ ຫລື ຍັງເຂົ້າບໍ່ເຖິງ ແລະ ບໍ່ຮູ້ວ່າຢູ່ປະເທດມີຫລາຍໂຄງການ ຍັງຕ້ອງການແຮງງານ. ຕໍ່ບັນຫານີ້, ພາກສ່ວນກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ ນໍາສະເໜີຂໍ້ມູນຂ່າວສານໃຫ້ທົ່ວເຖິງເພື່ອໃຫ້ປະຊາຊົນເຂົ້າເຖິງວຽກຫລາຍຂຶ້ນກວ່າເກົ່າ.

ທ່ານ ໄຊບັນດິດ ຍັງສະເໜີຕື່ມວ່າ: ແຮງງານໃນປະເທດເຮົາມີຫລາຍແຕ່ຍັງຂາດສີມືຈຶ່ງຢາກໃຫ້ລັດສ້າງ ສະຖາບັນພັດທະນາສີມືແຮງງານຢ່າງທົ່ວເຖິງຢູ່ແຕ່ລະແຂວງ ແລະ ສຸມໃສ່ພັດທະນາສີໄມ້ລາຍມືຕາມໜ້າວຽກຕ່າງໆ ເພື່ອກຽມພ້ອມປ້ອນໂຄງການ, ໜ້າວຽກຕ່າງໆທີ່ເໝາະສົມເພື່ອໃຫ້ເຂົາເຈົ້າສາມາດນໍາໄປປະ ກອບອາຊີບ ໄດ້ດ້ວຍໂຕເອງ.

ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື - 3 - ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື
ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື - 5 - ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື
ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື - 4 - ສສຊ ເຂດ 15 ຊີ້ໃຫ້ເຫັນວ່າ ແຮງງານລາວມີຫລາຍ ແຕ່ຍັງຂາດສີມື