ປູກຈິດໃຈຮັກຊາດ ແລະ ພັດທະນາ ເພື່ອແກ້ໄຂບັນຫາວິກິດຂອງຊາດ
ໂດຍ: ທິດກໍ່າ
ບໍ່ວ່າໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນຍຸກສ້າງສາພັດທະນາປະເທດຊາດ ເມື່ອບ້ານເມືອງມີເສິກສົງຄາມ, ເກີດພາວະສຸກເສີນ ຫລື ວິກິດຕ່າງໆ ປະຊາຊົນລາວ, ຄົນລາວພວກເຮົາຕ້ອງໄດ້ສາມັກຄີ, ຄຽງບ່າຄຽງໄຫລ່ກັນຕໍ່ສູ້, ພ້ອມກັນປຸກລະດົມຂະບວນການໄປຕາມສຽງຮຽກຮ້ອງຂອງປະເທດຊາດ. ຕົວຢ່າງໃນສະໄໝສົງຄາມຕ້ານການຮຸກຮານຂອງຈັກກະພັດ ພວກເຮົາກໍພາກັນປະຕິບັດຄຳຂວັນ ທຸກສິ່ງທຸກຢ່າງເພື່ອແນວໜ້າ, ສ່ວນປະຊາຊົນບັນດາເຜົ່າກໍປຸກລະດົມກັນອອກເຂົ້າຊ່ວຍຊາດ ທັງເປັນກອງລຳລຽງສະບຽງອາຫານ, ທັງອາວຸດສົງຄາມຈາກແນວຫລັງສູ່ແນວໜ້າ. ດ້ວຍໝາກຜົນຂອງກຳລັງແຮງສັງລວມທັງໝົດນັ້ນ ຜົນອອກມາກໍຄືສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975 ແລ້ວສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ພໍຕົກມາໃນຍຸກນີ້, ພວກເຮົາກໍບໍ່ສາມາດປາສະຈາກສິ່ງຫຍໍ້ທໍ້, ກີດຂວາງຕ່າງໆມາກົດໜ່ວງທຳລາຍມ້າງເພບາດກ້າວເດີນຂອງຊາດ ໂດຍສະເພາະນັບແຕ່ກາງປີ 2019 ຫາ 2022 ຜ່ານມາໃໝ່ໆໝາດໆ ປະເທດຊາດຂອງພວກເຮົາກໍປະສົບບັນຫາການລະບາດຂອງພະຍາດໂຄວິດ-19 ຢ່າງໃຫຍ່ຫລວງ. ຕໍ່ມາໃນປັດຈຸບັນພັດແມ່ນວິກິດເງິນເຟີ້, ນ້ຳມັນແພງ, ບັນຫາສິນຄ້າຂຶ້ນລາຄາປານນ້ຳອອກແກ່ງກາງເກົ້າກາງສິບ.
ຈາກສະພາບວິກິດທີ່ເກີດຂຶ້ນໃນແຕ່ລະໄລຍະ ບໍ່ວ່າໃນອະນາຄົດ ກໍຄືຍຸກປັດຈຸບັນ ພວກເຮົາກໍມີຄຳຂວັນປຸກລະດົມຂະບວນການຮັກຊາດ ແລະ ພັດທະນາ ແລະ ຄຳຂວັນຕ່າງໆ ຂອງສຳນັກງານອົງການ, ກົມກອງທ້ອງຖິ່ນ ໄປຄຽງຄູ່ກັບການວາງຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານຢ່າງເປັນຂະບວນກວ້າງຂວາງ ແລະ ຟົດຟື້ນພໍສົມຄວນ. ຕົວຢ່າງໃນໄລຍະປັດຈຸບັນ ພວກເຮົາພວມຢູ່ໃນການປະຕິບັດມະຕິຄັ້ງທີ XI ຂອງພັກໃຫ້ປາກົດຜົນເປັນຈິງ ແລະ ເກີດດອກອອກຜົນ.
ຈາກພຶດຕິກຳຕົວຈິງຄືດັ່ງກ່າວ ຈຶ່ງເຮັດໃຫ້ ສປປ ລາວພວກເຮົາ ຍືນຍົງຄົງຕົວ ແລະ ໝັ້ນຄົງໜັກແໜ້ນມາຮອດປັດຈຸບັນ. ຕະຫລອດໄລຍະ 46 ກວ່າປີແຫ່ງພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ສປປ ລາວພວກເຮົາ ກໍພວມກ້າວເດີນໄປສູ່ຍຸກໃໝ່ ຄືຍຸກການປ່ຽນແປງໃໝ່, ຍຸກແຫ່ງການພົວພັນເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ໜັກແໜ້ນ.
ເຖິງຢ່າງໃດກໍດີ, ຕະຫລອດ 40 ກວ່າປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ພວກເຮົາກໍຍັງມີຈຸດດີ, ຈຸດອ່ອນ, ອຸປະສັກຫຍຸ້ງຍາກ ແລະ ຫລາຍປັດໃຈມາກີດຂວາງບາດກ້າວເດີນຂອງຊາດເຊັ່ນ: ໄພທຳມະຊາດ, ໂຣກລະບາດ, ພະຍາດບາດເຍົາ ແລະ ວິກິດຕ່າງໆຢ່າງເນື່ອງນິດລຽນຕິດ ໂດຍສະເພາະບັນຫາທີ່ພວກເຮົາພວມຜະເຊີນກໍຄືບັນຫາເງິນກີບເຟີ້, ນ້ຳມັນແພງ, ລາຄາສິນຄ້າຂຶ້ນສູງໃນແຕ່ລະວັນ ອັນສາເຫດກໍຍ້ອນປັດໄຈພາຍໃນພາຍນອກມາກະທົບເຊັ່ນ: ປັດໄຈພາຍໃນແມ່ນຄົນລາວເຮົາຫັນໄປນິຍົມໃຊ້ແຕ່ເງິນຕາຕ່າງປະເທດເກີນໄປ ໂດຍສະເພາະແມ່ນເງິນບາດກັບເງິນໂດລາ, ຊ້ຳບໍ່ໜຳ ການຜະລິດສິນຄ້າຢູ່ພາຍໃນພັດບໍ່ເຂັ້ມແຂງ, ການນຳເຂົ້າສິນຄ້າຫລາຍກວ່າການສົ່ງອອກ ເຊິ່ງເປັນຊຳເຮື້ອທາງປະຫວັດສາດມາຍາວນານ. ສ່ວນປັດໄຈພາຍນອກນັ້ນ ຕະຫລາດນ້ຳມັນຂອງໂລກມີການຜັນຜວນ, ເກີດບັນຫາຄວາມຂັດແຍ່ງລະຫວ່າງມະຫາອຳນາດ, ບັນຫາການຂວ້ຳບາດຂອງປະເທດທີ່ມີອຸດົມການຢາກເປັນເຈົ້າໂລກ ແລະ ຄວາມຂັດແຍ່ງອື່ນໆແບບບໍ່ຊິ້ນສຸດ.
ຈາກສະພາບພາຍນອກພາຍໃນທີ່ວ່ານີ້ ຈຶ່ງມີຜົນກະທົບຕໍ່ ສປປ ລາວ ຢ່າງໃຫຍ່ຫລວງຈົນເກີດມີບັນຫາວິກິດຕ່າງໆຕາມມາ. ເພາະສະນັ້ນ ຈາກເງື່ອນໄຂ ແລະ ປັດໄຈທີ່ວ່ານີ້ ການປຸກລະດົມຈິດໃຈຮັກຊາດ ແລະ ພັດທະນາຈຶ່ງເປັນບັນຫາສຳຄັນ ແລະ ຄວນເຮັດຢ່າງຈິງຈັງຕໍ່ເນື່ອງເຊັ່ນ: ປຸກລະດົມປະຊາຊົນແຂ່ງຂັນກັນຜະລິດສິນຄ້າໃຫ້ຫລາກຫລາຍ ເພື່ອເປັນສິນຄ້າສົ່ງອອກ, ປຸກລະດົມຄົນລາວໃຫ້ຫັນມານິຍົມໃຊ້ເງິນກີບຊື້ຂາຍກັນຢູ່ພາຍໃນປະເທດ, ປຸກລະດົມປະຊາຊົນລາວໃຫ້ຫັນມານຳໃຊ້ຜະລິດຕະພັນຂອງຄົນລາວທີ່ຜະລິດເອົາເອງໄດ້ ແລະ ບັນຫາອື່ນໆທີ່ປິ່ນອ້ອມ.
ຢາກເຮັດໄດ້ຄືດັ່ງທີ່ວ່ານີ້, ລັດຕ້ອງນຳໃຊ້ອຳນາດບໍລິຫານໃຫ້ສັກສິດເດັດຂາດ ໂດຍສະເພາະແມ່ນຕົວບົດກົດໝາຍເປັນຜູ້ເບີກທາງ ອັນສຳຄັນທີ່ສຸດເວົ້າແລ້ວຕ້ອງເຮັດໃຫ້ມັນໄດ້, ປັບປຸງນາມມະທຳໃຫ້ໄປຄຽງຄູ່ກັບຮູບປະທຳ ເພາະທຸກຢ່າງຜົນງານອອກມາເປັນຕົນເປັນໂຕນັ້ນແມ່ນຄົນເປັນຜູ້ເຮັດ. ຖ້າຜູ້ໃດເຮັດບໍ່ໄດ້ກໍຄວນພິຈາລະນາຕາມລະບຽບການຂອງລັດຖະກອນ. ຖ້າປະປ່ອຍແກ່ຍາວໄປເທົ່າໃດຄວາມຈິບຫາຍວາຍວອດຂອງຊາດຍິ່ງຈະຕາມມາ ສຸດທ້າຍຜູ້ຮັບຊາຕາກຳຄືປະຊາຊົນ, ຜູ້ສົນລະວົນຄືພວກສວຍໂອກາດ ແລະ ສໍ້ລາດບັງຫລວງ, ສໍ້ຫລວງບັງລາດ.