ຈັບກຸ່ມຄ້າຢາເສບຕິດ ຄອບຄອງອາວຸດເສິກ ພ້ອມຂອງກາງລົດຈັກຈາກການລັກ
ວັນທີ 17 ມິຖຸນາ 2022 ນີ້ ປກສ ນະຄອນຫລວງວຽງຈັນໄດ້ລາຍງານຂ່າວ ໃຫ້ຮູ້ວ່າ:
ໃນເວລາປະມານ 7:00 ໂມງ ຂອງວັນທີ 11 ມິຖຸນາ 2022 ຜ່ານມາ, ປກສ ກຸ່ມໜອງດ້ວງ ໄດ້ຮັບແຈ້ງຜ່ານທາງໂທລະສັບວ່າມີເຫດການລົດຈັກຂອງນາງ ດອນລ້າ ສີຄຸນໄຊ ຢູ່ໂຮງແຮມດາວຄຳປກສ ກຸ່ມໜອງດ້ວງ ໄດ້ອອກຕິດຕາມພົບເຫັນລົດຄັນດັ່ງກ່າວຢູ່ຫ້ອງເບີ 10 ອາຄານອາພາດເມັນແຫ່ງໜຶ່ງ ຕັ້ງຢູ່ບ້ານໜອງດ້ວງ, ພົບຜູ້ຕ້ອງສົງໄສຊື່ ທ້າວ ກົບນ້ອຍ ວິໄລສັກ ອາຍຸ 32 ປີ ອາຊີບແປພາສາ ນອນຢູ່ໃນຫ້ອງ.
ຜ່ານການກວດກາຫ້ອງດັ່ງກ່າວພົບເຫັນ ປືນສັ້ນ9ມມ 2 ກະບອກ ແລະ ປືນຫັນລີ່, ລູກປືນ 8 ລູກ ແລະ ອີກ 1 ກັບ, ກັບໃສ່ລູກປືນ 9 ມມ ມີ 2 ກັບ, ສົບປືນ 2 ສົບ, ໂທລະສັບ 4 ໜ່ວຍ, ເງິນ 750, 000 ກີບ ແລະ ຜົງສີຂາວ 1 ຖົງນ້ອຍ.
ຈາກນັ້ນ ໃນເວລາຕໍ່ມາ ໄດ້ມີໝູ່ຂອງທ້າວ ກົບນ້ອຍ 7 ຄົນ ຂັບຂີ່ລົດເກັງມາແຕ່ຮ້ານບັນເທີງດາວຄໍາ ເຂົ້າມາໂວຍວາຍໃສ່ ກໍາລັງ ປກສ ກຸ່ມ ກຳລັງປະຕິບັດໜ້າທີ່ ດ້ວຍທັດສະນະທ່າທີແຂງກະດ້າງ, ເຈົ້າໜ້າທີ່ຈຶ່ງທຳການກວດກາຊາຍໜຸ່ມ ແລະ ຍິງສາວຈຳນວນດັ່ງກ່າວ ແລ້ວພົບເຫັນຜົງເຄ ຈໍານວນ 2 ຖົງນ້ອຍຢູ່ນໍາ ນາງ ນ້ອຍ ທັງກວດຄົ້ນພາຍໃນລົດເກັງພົບເຫັນ ປືນສັ້ນ ຊະນິດກ໊ອກ-19 ສິດໍາ 1 ກະບອກ ມີ 2 ແມັກ ມີ 9 ລູກ, ຢູ່ໃນ ຕັບໂລ້ລົດ ຈຶ່ງໄດ້ນຳຕົວມາສອບສວນ.
ປັດຈຸບັນ ເຈົ້າໜ້າທີ່ ປກສ ກຸ່ມໜອງດ້ວງ ໄດ້ນຳຕົວຜູ້ຕ້ອງສົງໄສທັງ 8 ຄົນ ພ້ອມດ້ວຍຂອງກາງລົດຈັກ, ອາວຸດເສິກ, ແລະ ຢາເສບຕິດ ສົ່ງໃຫ້ ປກສ ເມືອງສີໂຄດຕະບອງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.