ອາເຊນອລ ບັນລຸຂໍ້ຕົກລົງຄວ້າ ວິເອຣ່າ ຮ່ວມທີມ
ປໍໂຕ້ ຢືນຢັນປ່ອຍ ຟາບີໂອ ວິເອຣ່າ ກອງກາງຊາວໂປຣຕຸເກສ ໃຫ້ ອາເຊນອລ ຮຽບຮ້ອຍແລ້ວ ດ້ວຍຄ່າຕົວ 40 ລ້ານຢູໂຣ ບວກກັບໂບນັສອີກ 5 ລ້ານຢູໂຣ.
ອາຊເນອລ ສະໂມສອນຊັ້ນນຳແຫ່ງ ພຣີເມຍລີກ ອັງກິດ ບັນລຸຂໍ້ຕົກລົງຄວ້າຕົວ ຟາບີໂອ ວິເອຣ່າ ກອງກາງຊາວໂປຣຕຸເກສ ຂອງ ເອຟຊີ ປໍໂຕ້ ມາເຂົ້າຖິ່ນ ເອມີເຣສ ສະເຕດ້ຽມ ຢ່າງເປັນທາງການແລ້ວ ເມື່ອວັນສຸກທີ 17 ມິຖຸນາທີ່ຜ່ານມາ.
ປໍໂຕ້ ຖະແຫລງວ່າ ‘‘ ການຊື້ຂາຍລຸລ່ວງເປັນທີ່ຮຽບຮ້ອຍດ້ວຍຈຳນວນເງິນ 40 ລ້ານຢູໂຣ ແລະ 5 ລ້ານຢູໂຣ ຂຶ້ນຢູ່ກັບເງື່ອນໄຂ ຄວາມສຳເລັດທາງກິລາໃນດ້ານຕ່າງໆ ’’.
ດາວເຕະອາຍຸ 22 ປີ ຜ່ານການກວດຮ່າງກາຍກັບ ອາເຊນອລ ຕັ້ງແຕ່ວັນພະຫັດທີ່ຜ່ານມາ ຂະນະທີ່ຄ່າຕົວຢູ່ທີ່ 40 ລ້ານຢູໂຣ ແລະໂບນັສຕາມເງື່ອນໄຂຕ່າງໆອີກ 5 ລ້ານຢູໂຣ.
ວິເອຣ່າ ຈະເປັນນັກເຕະໃຫມ່ຄົນທີ 3 ຂອງອາເຊນອລ ໃນລະດູການນີ້ຕໍ່ຈາກ ມາກິນຢອສ ປີກຊາວບຣາຊິລ ອາຍຸ 19 ປີ ທີ່ຍ້າຍຈາກ ເຊົາ ເປົາໂລ ແລະ ແມັດ ເທີເນີ ຜູ້ຮັກສາປະຕູທີມຊາດສະຫະລັດ.
ສຳລັບ ວິເອຣ່າ ສ້າງຜົນງານໄດ້ດີກັບ ປໍໂຕ້ ໃນລະດູຜ່ານມາ ໂດຍຍິງໄດ້ 6 ປະຕູ ຈາກລົງຫລ້ນເປັນຕົວຈິງ 15 ນັດ ແລະ ຜ່ານການຮັບໃຊ້ຊາດໂປຣຕຸເກສ ຮຸ່ນອາຍຸ 21 ປີ 21 ນັດ ເຮັດໄດ້ 13 ປະຕູ.