ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ

ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ - 75671443 6c19 450c 9e46 dc4f8b5fa2db - ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ
ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ - kitchen vibe - ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ

2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສູ້ຊົນຂຶ້ນທະບຽນອອກໃບຕາດິນໃຫ້ໄດ້300.000 ຕອນ ແລະ ເພື່ອບັນລຸຄາດໝາຍ, ໄດ້ປະຕິບັດໂຄງການອອກໃບຕາດິນ ແລະ ສ້າງໜ່ວຍງານອອກໃບຕາດິນຢ່າງເປັນລະບົບ ຢູ່ພາກສະໜາມສຳເລັດແລ້ວ 25 ໜ່ວຍງານ ແລະ ກຽມສືບຕໍ່ສ້າງອີກ 7 ໜ່ວຍງານ ເພື່ອບັນລຸແຜນ 100% ພ້ອມສ້າງຖານຂໍ້ມູນທີ່ດິນ ແລະ ການຄຸ້ມຄອງທີ່ດິນ ຫັນເປັນທັນສະໄໝ. ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ຂຶ້ນທະບຽນອອກໃບຕາດິນໄດ້ ແລ້ວ 36.165 ຕອນບັນລຸກວ່າ 12% ຂອງແຜນການ.

ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ວ່າ: ການຂຶ້ນໃບທະບຽນອອກ ໃບຕາດິນຖ້າທຽບໃສ່ແຜນການທີ່ສະພາແຫ່ງຊາດຮັບຮອງ 3 ແສນຕອນໂດຍ 6 ເດືອນຕົ້ນປີຂຶ້ນທະບຽນ ອອກໃບຕາດິນໄດ້ 36.165 ຕອນ ບັນລຸກວ່າ 12% ຂອງແຜນການ. ແນວໃດກໍດີິສະເພາະປີນີ້ ຕົວເລກຄາດໝາຍ 300.000 ຕອນ. ຂະນະທີ່ປີ 2021 ມີພຽງ 80.000 ຕອນເທົ່ານັ້ນ, ແຕ່ເພື່ອບັນລຸຄາດໝາຍ 1,6 ລ້ານຕອນໃນປີ 2025 ຕ້ອງໄດ້ແບ່ງຕົວເລກໃຫ້ແຕ່ລະເມືອງຫລາຍສົມຄວນພ້ອມທັງຈະສ້າງໜ່ວຍງານເຄື່ອນທີ່ 5 ໜ່ວຍງານເພື່ອຕິດຕາມກວດກາ, ຊຸກຍູ້ການຝຶກອົບຮົມວຽກງານໄອທີ, ການສຳຫລວດວັດ ແທກທີ່ດິນ ລວມທັງການຄຸ້ມຄອງສິ່ງແວດລ້ອມສັງຄົມ ເພື່ອຊ່ວຍທ້ອງຖິ່ນ ເປັນຕົ້ນບັນດາເມືອງ; ຊຸກຍູ້ໃຫ້ສັງຄົມ ແລະ ພາກສ່ວນທຸລະກິດມີສ່ວນຮ່ວມວັດແທກເຊັ່ນ: ຈ້າງບໍລິສັດການສຳຫລວດວັດແທກທີ່ດິນ, ບໍ ລິສັດໄອຊີທີ ເພື່ອຊ່ວຍສຳຫລວດວັດແທກທີ່ດິນ ແລະ ວຽກຂໍ້ມູນຂ່າວສານທີ່ດິນ.

ທ່ານ ຈັນທະເນດ ໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນ, ພວກເຮົາໄດ້ສັງລວມຂໍ້ມູນສະຖິຕິຕອນດິນ ຫລື ສຳ ມະໂນຕອນດິນ ໄດ້ນຳເຂົ້າລະບົບຂໍ້ມູນເປັນດິຈີຕອນ ແລະ ໄດ້ເຊື່ອມກັບທະນາຄານການຄ້າຕ່າງປະເທດລາວ 660.000 ກວ່າຕອນ ແລະ ໄດ້ຫາລືແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງຕື່ມໂດຍສະເພາະ ກະຊວງການເງິນ ຮັບຜິດຊອບການເກັບຄ່າທຳນຽມການຫັນປ່ຽນປະເພດທີ່ດິນ, ການຊື້-ຂາຍສິດນຳໃຊ້ທີ່ດິນ, ການເຊົ່າສຳປະທານທີ່ດິນ ແລະ ອື່ນໆ.

ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ - 5 - ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ
ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ - 4 - ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ
ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ - 3 - ປີ 2022 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 3 ແສນຕອນ ພ້ອມທັງຫັນເປັນທັນສະໄໝ