ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1%

ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1% - 564000000352401 - ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1%
ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1% - kitchen vibe - ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1%

ປັດຈຸບັນ, ລັດຖະບານ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງຍຸດທະສາດ ແລະ ຄາດໝາຍສູ້ຊົນ ແຕ່ນີ້ຮອດປີ 2025 ໃຫ້ມີການນຳໃຊ້ລົດໄຟຟ້າ ຢ່າງໜ້ອຍ 1% ຂອງຈໍານວນພາຫະນະທັງໝົດ ຕາມຕົວເລກປະມານ 20.000 ຄັນ ໃນຂອບເຂດທົ່ວປະເທດ.

ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງຕໍ່ຂໍ້ຊັກຖາມຂອງ ສະມາ ຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 16 ມິຖຸ ນາ 2022 ກ່ຽວກັບການນຳໃຊ້ ແລະ ສົ່ງເສີມພະລັງງານສະອາດເຂົ້າໃນຂະແໜງການຄົມມະນາຄົມແລະ ຂົນສົ່ງ ໂດຍສະເພາະການນຳໃຊ້ລົດໄຟຟ້າທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງຖືວ່າເປັນເປົ້າໝາຍໜຶ່ງຂອງລັດຖະບານ.

ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1% - Visit Laos Visit SALANA BOUTIQUE HOTEL - ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1%
ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1% - Visit Laos Visit SALANA BOUTIQUE HOTEL - ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1%

ທັງນີ້ເມື່ອວັນທີ 4 ຕຸລາ2021, ລັດຖະບານ ໄດ້ອອກດຳລັດເລກທີ 08/ລບ ວ່າດ້ວຍນະໂຍບາຍ ແລະ ທິດທາງການຈັດຕັ້ງປະຕິ ບັດຕົວຈິງການຫັນໄປສູ່ການນຳໃຊ້ລົດໄຟຟ້າ ເຊິ່ງກ່ອນໜ້ານີ້, ພວກເຮົາໄດ້ວາງຍຸດທະສາດ ແລະ ຄາດໝາຍສູ້ຊົນແຕ່ນີ້ຫາປີ 2025 ໃຫ້ນໍາໃຊ້ລົດໄຟຟ້າຢ່າງໜ້ອຍ 1% ຂອງພາຫະນະທັງໝົດຕາມ 20 ພັນຄັນ, ໃນນີ້ລົດຈັກ 8.000 ຄັນ, ລົດເມ 150 ຄັນ, ພາຫະນະບຸກຄົນທົ່ວໄປ 11.000 ກວ່າຄັນ.

ນອກນີ້ ໄດ້ກຳນົດສະຖານີສາກໄຟຟ້າຢ່າງໜ້ອຍ 50 ແຫ່ງໃນທົ່ວປະເທດ ແລະ ປັດຈຸບັນ ຕາມການຂຶ້ນທະບຽນຕົວຈິງ ມີການນຳໃຊ້ລົດໄຟຟ້າແລ້ວ 300 ກວ່າຄັນ ແລະ ມີທ່າອ່ຽງຈະເພີ່ມຂຶ້ນເນື່ອງຈາກມີຫລາຍບໍລິສັດ ສະເໜີນຳເຂົ້າລົດໄຟຟ້າມາຈຳໜ່າຍຢູ່ ສປປ ລາວ.

ທ່ານ ດາວວົງ ໃຫ້ຮູ້ອີກວ່າ: ລັດຖະບານ ມີນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າ ໂດຍການນຳເຂົ້າລົດໄຟ້ຟ້າບໍ່ເສຍພາສີ, ອາກອນຊົມໃຊ້ພຽງແຕ່ 3%, ອາກອນມູນຄາເພີ່ມ 7% ເພື່ອເຮັດໃຫ້ລາຄາລົດໄຟຟ້າໃກ້ຄຽງກັບລົດທີ່ໃຊ້ນ້ຳມັນ ຖ້າສົມທຽບແລ້ວເຫັນວ່າການນຳໃຊ້ລົດໄຟຟ້າຈະເຮັດໃຫ້ຜູ້ນຳໃຊ້ມີລາຍຈ່າຍຫລຸດລົງ.

ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1% - 3 - ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1%
ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1% - 5 - ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1%
ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1% - 4 - ຮອດປີ 2025 ລາວຈະມີລົດໄຟຟ້າ ຢ່າງໜ້ອຍ 1%