ຊາກັບກາເຟ ເຄື່ອງດື່ມຊະນິດໃດດີກ່ວາກັນ ?
ຊາກັບກາເຟ ເຄື່ອງດື່ມທີ່ຢູ່ຄູ່ກັນມາແຕ່ດົນນານໃນຫລາກຫລາຍວັດທະນະທຳ ຫລັງດື່ມກາເຟ ບາງຄັ້ງກໍມີຊາຮ້ອນໆເປັນໂຕລົງທ້າຍ, ແຕ່ຫາກເຮົາຈະເວົ້າເຖິງຄວາມແຕກຕ່າງລະຫ່ວາງເຄື່ອງດື່ມທັງ 2 ຊະນິດນີ້ ແນ່ນອນວ່າລົດຊາດ ແລະ ສີສັນກໍແຕກຕ່າງກັນຢູ່ແລ້ວ, ແຕ່ວ່າໃນເລື່ອງຂອງຄວາມສັບຊ້ອນທີ່ເຈາະເລິກລົງໄປຫລາຍກ່ວານັ້ນກໍຄື ໃນເລື່ອງຂອງປະລິມານສານທີ່ມີໃນເຄື່ອງດື່ມກາເຟ ແລະ ຊາວ່າແຕກຕ່າງກັນຫລາຍໜ້ອຍປານໃດ ລວມໄປເຖິງປະລິມານຂອງກາເຟອີນທີ່ພົບນຳ ໃຜທີ່ຢາກຮູ້ວ່າດື່ມຊາ ຫລື ກາເຟຈະດີກ່ວາກັນ ລອງມາເບິ່ງຄວາມຄື ແລະ ຄວາມແຕກຕ່າງກັນດັ່ງຕໍ່ໄປນີ້ໄດ້ເລີຍ.
- ຄວາມຄືໃນຄວາມແຕກຕ່າງລະຫ່ວາງຊາ ແລະ ກາເຟ : ສຳລັບຄວາມແຕກຕ່າງພື້ນຖານລະຫ່ວາງເຄື່ອງດື່ມທັງ 2 ຊະນິດນີ້ເປັນທີ່ຮູ້ຈັກກັນທົ່ວໂລກ ແລະ ມີຄົນເປັນຈຳນວນຫລາຍທີ່ຫລົງໄຫລໄປກັບການດື່ມເຄື່ອງດື່ມເຫລົ່ານີ້ ຫາກແນມຫາຄວາມຄືຂອງຊາ ແລະ ກາເຟ ກໍຄົງໜີບໍ່ພົ້ນສານກາເຟອີນ ເຖິງຈະບໍ່ແມ່ນສານທີ່ພົບໄດ້ໃນເຄື່ອງດື່ມທັງ 2 ພຽງຢ່າງດຽວ, ແຕ່ກໍເປັນສານທີ່ເຮັດໃຫ້ເຄື່ອງດື່ມທັງ 2 ກະຕຸ້ນຮ່າງກາຍເຮົາໃຫ້ຮູ້ສຶກຕື່ນໂຕໄດ້ ສ່ວນຈະຫລາຍ ຫລື ໜ້ອຍນັ້ນກໍຂຶ້ນຢູ່ກັບຊະນິດ, ສາຍພັນ ແລະ ອີກຫລາກຫລາຍປັດໄຈທີ່ກ່ຽວຂ້ອງ.
ເມື່ອທັງຊາ ແລະ ກາເຟລ້ວນມີກາເຟອີນຄືກັນ ແນ່ນອນວ່າປະໂຫຍດຂອງພວກມັນກໍຍ່ອມມີຄວາມແຕກຕ່າງກັນໄປນຳ ເຮັດໃຫ້ຫລາຍຄົນເກີດຂໍ້ສົງໄສວ່າຄວນຈະດື່ມຊາ ຫລື ກາເຟເປັນເຄື່ອງດື່ມຫລັກໃນຕອນກາງເວັນຈະດີກ່ວາກັນ ຫາກຈະໃຫ້ຄຳຕອບກັນແບບໂດຍກົງກ່ອນຕັດສິນໃຈ ກໍຕ້ອງຍ້ອນກັບໄປຕັ້ງແຕ່ໃນອະດີດທີ່ຄົນໃຫ້ຄວາມສົນໃຈເຄື່ອງດື່ມກາເຟຈາກທົ່ວໂລກຕົກສະເລ່ຍມື້ລະ 1,600 ລ້ານຈອກຕໍ່ມື້, ແຕ່ໜ້າຕົກໃຈໄປກ່ວານັ້ນ ເມື່ອຊາມີປະລິມານຄົນດື່ມຕໍ່ມື້ຫລາຍກ່ວາເປັນທົບເທົ່າ. ເຫດຜົນທີ່ຄົນຫັນມາດື່ມຊາຫລາຍກ່ວາກາເຟກໍຍ້ອນຄວາມເຊື່ອທີ່ວ່າ ຊາມີປະໂຫຍດຫລາຍກ່ວາກາເຟ ເຊິ່ງມີປະລິມານກາເຟອີນຕໍ່າກ່ວາ ເພາະເຊື່ອກັນວ່າເຄື່ອງດື່ມທີ່ມີກາເຟອີນຫລາຍ ຈະເຮັດໃຫ້ຮູ້ສຶກກະຫາຍນຳ້ ເນື່ອງຈາກຮ່າງກາຍພະຍາຍາມກຳຈັດເອົາກາເຟອີນອອກຈາກຮ່າງກາຍ ຈຶ່ງມີການດຶງນຳ້ອອກນຳ ເຖິງຈະເປັນຄວາມເຊື່ອທີ່ບໍ່ຕາຍໂຕ ຫາຂໍ້ພິສູດບໍ່ໄດ້ ຈົນກະທັ້ງເວລາຜ່ານໄປໃນປີ 1928 ຈາກອາສາສະໝັກທີ່ດື່ມກາເຟ ແລະ ຊາຄືໆກັນ ພົບວ່າຫລັງກວດວັດແທກປະລິມານຍ່ຽວບໍ່ມີການປ່ຽນແປງໃດໆທຽບກັບປະລິມານຂອງນຳ້ທີ່ດື່ມເຂົ້າໄປ ແລະ ລະດັບນຳ້ໃນຮ່າງກາຍກໍບໍ່ໄດ້ມີການປ່ຽນແປງຫຍັງເກີດຂຶ້ນ ເຖິງຈະພົບວ່າກາເຟອີນມີຄຸນສົມບັດຫລັກໆ ເຮັດໃຫ້ເຮົາຮູ້ສຶກປວດຍ່ຽວຫລາຍຂຶ້ນ ແຕ່ກໍບໍ່ໄດ້ສົ່ງຜົນກະທົບຈົນຂະໜາດທີ່ເຮັດໃຫ້ເຮົາສູນເສຍນຳ້ໃນຮ່າງກາຍຂະໜາດໜັກແຕ່ຢ່າງໃດ.
ຫາກປຽບທຽບປະລິມານກາເຟອີນໃນ 1 ຈອກ ລະຫ່ວາງຊາກັບກາເຟ ກາເຟຈະມີປະລິມານກາເຟອີນຫລາຍກ່ວາ 90 – 170 ມິນລີກຣາມ. ສ່ວນຊາຈະມີກາເຟອີນ 25 – 70 ມິນລີກຣາມ ຈະເຫັນໄດ້ວ່າປະລິມານໃນຊາພົບໄດ້ໜ້ອຍກ່ວາ ດັ່ງນັ້ນ ຄົນທີ່ແນມຫາໂຕເລືອກເພື່ອສຸຂະພາບ ກໍອາດຈະເລືອກຊາເປັນໂຕເລືອກທຳອິດ.
ແນວໃດກໍຕາມ ກາເຟກໍມີປະໂຫຍດຕໍ່ຮ່າງກາຍໃນດ້ານອື່ນ ເຖິງຈະມີປະລິມານກາເຟອີນຫລາຍກ່ວາ ເຮົາຈຶ່ງບໍ່ຈຳເປັນຕ້ອງຢ້ານວ່າກາເຟຈະໃຫ້ໂທດຫາກດື່ມໃນປະລິມານທີ່ບໍ່ເຮັດໃຫ້ກາເຟອີນຫລາຍຈົນເກີນໄປ ຢ່າງຫລາຍສຸດມື້ລະ 1 – 2 ຈອກກໍພຽງພໍທີ່ຈະຊ່ວຍໃຫ້ຮ່າງກາຍເກີດຄວາມຕື່ນໂຕ ພ້ອມສຳລັບການເຮັດວຽກໄດ້ແລ້ວ ພ້ອມກັນນີ້ ປະລິມານກາເຟອີນທີ່ພົບໃນເຄື່ອງດື່ມທັງ 2 ຊະນິດກໍບໍ່ໄດ້ໝາຍຄວາມວ່າກາເຟຈະມີກາເຟອີນຫລາຍກ່ວາຊາສະເໝີໄປ ເພາະຊາບາງຊະນິດກໍມີປະລິມານກາເຟອີນຫລາຍກ່ວາກາເຟ ເຊັ່ນ : ຊາດຳ ຮອງລົງມາແມ່ນຊາຂຽວ ແລະ ຊາຂາວ ເປັນຕົ້ນ. ດັ່ງນັ້ນ, ບໍ່ວ່າຈະເປັນການດື່ມກາເຟ ຫລື ຊາ ຫາກດື່ມໃນອັດຕາສ່ວນທີ່ພໍດີ ຈະໃຫ້ປະໂຫຍດຕໍ່ຮ່າງກາຍ ແຕ່ຫາກດື່ມໃນປະລິມານຫລາຍໆຕິດຕໍ່ກັນເປັນເວລາດົນ ກໍສົ່ງຜົນໃຫ້ເກີດຄວາມສ່ຽງຕໍ່ພະຍາດຕ່າງໆ ເຊັ່ນ : ມະເຮັງຫລອດອາຫານ ທີ່ມາຈາກການດື່ມຊາ, ກະດູກຜຸຜ່ອຍຈາກການດື່ມກາເຟຫລາຍ ເປັນຕົ້ນ.