ຂໍ້ດີ-ຂໍ້ເສຍຂອງພັດລົມກັບແອ
ຍາມອາກາດຮ້ອນອົບເອົ້າຈຳເປັນຫລາຍທີ່ຈະຕ້ອງມີໂຕຊ່ວຍໃຫ້ຄວາມເຢັນແກ່ຮ່າງກາຍ ເຊັ່ນ : ແອ ຫລື ພັດລົມ ເພາະທັງ 2 ຢ່າງນີ້ກໍລ້ວນແຕ່ໃຫ້ຄວາມເຢັນແກ່ຮ່າງກາຍໄດ້ຄືກັນ ແລະ ຖືວ່າເປັນເຄື່ອງໃຊ້ໄຟຟ້າທີ່ຕ້ອງມີຕິດເຮືອນໄວ້ເລີຍກໍເວົ້າໄດ້ ໂດຍສະເພາະຍາມອາກາດຮ້ອນຫລາຍກໍເປີດແອ, ແຕ່ຖ້າອາກາດບໍ່ຮ້ອນຫລາຍປານໃດກໍເປີດພັດລົມກໍເປັນການຊ່ວຍປະຢັດເງິນຄ່າໄຟຟ້າໄປໃນໂຕ ເພາະການເປີດແອແຕ່ລະເທື່ອນັ້ນຈະເຮັດໃຫ້ຄ່າໄຟຟ້າຂຶ້ນເປັນຈຳນວນຫລາຍ ຫລື ຖ້າບໍ່ຢາກເປີດແອໃຫ້ຄ່າໄຟຟ້າສູງຂຶ້ນ ກໍລອງຫັນມາເລືອກຊື້ພັດລົມທີ່ມີຂະໜາດໃຫຍ່ຂຶ້ນ ເຊັ່ນ : ແຕ່ກ່ອນໃຊ້ພັດລົມຂະໜາດ 16 ນິ້ວ ກໍລອງປ່ຽນມາໃຊ້ພັດລົມຂະໜາດ 20 ນິ້ວ ໃຊ້ແລ້ວອາດຈະກິນໄປຫລາຍກ່ວາຂະໜາດ 16 ນິ້ວ, ແຕ່ຮັບຮອງວ່າເຢັນກ່ວາແນ່ນອນ ເພາະມີໃບພັດທີ່ໃຫຍ່ກ່ວາ ເຊິ່ງໃນການໃຊ້ແອກັບພັດລົມນັ້ນກໍມີຂໍ້ດີ-ຂໍ້ເສຍທີ່ບໍ່ຄືກັນ ແຕກຕ່າງກັນຫລາຍຂໍ້ ສະນັ້ນ ມາເບິ່ງກັນວ່າຄວາມແຕກຕ່າງຂອງເຄື່ອງໃຊ້ໄຟຟ້າທັງ 2 ຊະນິດນີ້ມີຫຍັງແດ່ຄວນເລືອກໃຊ້ ຫລື ບໍ່ຄວນເລືອກໃຊ້.
+ ຄວາມແຕກຕ່າງລະຫ່ວາງພັດລົມຂະໜາດ 20 ນິ້ວກັບແອ :
- ຂໍ້ດີຂອງພັດລົມຂະໜາດ 20 ນິ້ວ :
- ພັດລົມຕັ້ງພື້ນ, ເຢັນແຮງ, ທົນທານ, ເຄື່ອນຍ້າຍສະດວກ, ມີໃຫ້ເລືອກຫລາຍສີ.
- ໃຊ້ງານງ່າຍ, ລາຄາຖືກ, ເບິ່ງແຍງຮັກສາງ່າຍ, ປະຢັດຄ່າໄຟຟ້າ.
- ຂໍ້ເສຍຂອງພັດລົມຂະໜາດ 20 ນິ້ວ :
- ຖ້າອາກາດຮ້ອນ ພັດລົມຈະດູດຄວາມຮ້ອນເຂົ້າໃນເຮືອນ ເຮັດໃຫ້ບໍ່ເຢັນ.
- ຂໍ້ດີຂອງແອ :
- ເຢັນແລ້ວຍັງຊ່ວຍເຮັດໃຫ້ອາກາດສະອາດ ແລະ ຄວບຄຸມຄວາມຊຸ່ມພາຍໃນຫ້ອງ.
- ຂໍ້ເສຍຂອງແອ :
- ຕ້ອງຕິດຕັ້ງບ່ອນທີ່ມີອາກາດຖ່າຍເທ ເພາະຖ້າຕິດຕັ້ງບ່ອນທີ່ອາກາດບໍ່ຖ່າຍເທຈະເຮັດໃຫ້ອາກາດຖ່າຍເທບໍ່ສະດວກ, ມີຜົນເສຍຕໍ່ສຸຂະພາບ.
- ຄ່າໄຟຟ້າແພງ.
ທັງໝົດນີ້ກໍເປັນຂໍ້ແຕກຕ່າງທີ່ເຫັນໄດ້ແຈ້ງຂອງເຄື່ອງໃຊ້ໄຟຟ້າລະຫ່ວາງແອກັບພັດລົມຂະໜາດ 20 ນິ້ວ ຫລື ຖ້າໃຜຢາກຈະໄດ້ທັງ 2 ຢ່າງນີ້ລວມເປັນ 1 ດຽວ ກໍຂໍແນະນຳໃຫ້ຊື້ພັດລົມອາຍນຳ້ ຫລື ພັດລາຍອາຍເຢັນເລີຍ ເພາະນອກຈາກຈະກິນໄຟບໍ່ຫລາຍແລ້ວ ຍັງໃຫ້ຄວາມເຢັນທຽບເທົ່າກັບແອ, ແຕ່ຕິດບ່ອນວ່າຄວາມເຢັນຈະບໍ່ໄປເຖິງທົ່ວຫ້ອງຄືກັບແອ, ແຕ່ຈະເຢັນເປັນຈຸດໆຄືກັບພັດລົມ.