ອາເຊນອລ ຕໍ່ສັນຍາໃຫມ່ ເອັນເຄເທຍ ຮຽບຮ້ອຍແລ້ວ
ອາເຊນອລ ຕໍ່ສັນຍາໃຫມ່ ໃຫ້ ເອັນເຄເທຍ ດາວຍິງຟອມດີ ອອກໄປຮຽບຮ້ອຍແລ້ວ ພ້ອມມອບເສື້ອຫມາຍເລກ 14 ເຊິ່ງເຄີຍເປັນຂອງ ເທຍຣີ ອອງຣີ ຕຳນານດາວຍິງຊາວຝຣັ່ງ ໃຫ້ເປັນຂອງຂວັນໃນວັນຕໍ່ສັນຍາໃຫມ່ນຳອີກ.
ກ່ອນຫນ້ານີ້ໄລຍະຕົ້ນປີ ເອັນເຄເທຍ ມີຂ່າວວ່າຈະໂບກມືອຳລາ ອາເຊນອລ ເພື່ອໃຫ້ໂອກາດໃນການລົງເປັນຕົວ ຈິງຢ່າງສະຫມຳ່ສະເຫມີ ຫລັງຫມົດສັນຍາໃນເດືອນມິຖຸນານີ້.
ແຕ່ຫລ້າສຸດດາວຍິງອາຍຸ 23 ປີ ກໍກັບໃຈຈົດປາກກາຕໍ່ສັນຍາສະບັບໃຫມ່ໃນຖິ່ນ ເອມີ້ເຮດ ອອກໄປໃນທີ່ສຸດ ຫລັງ ມິເກລ ອາເຕຕາ ຜູ້ຈັດການທີມອາເຊນອລ ເປີດໂອກາດໃຫ້ລົງຫລິ້ນຢ່າງຕໍ່ເນື່ອງໃນທ້າຍລະດູການທີ່ຜ່ານມາ ແລະ ລາວກໍບໍ່ໄດ້ເຮັດໃຫ້ ເຈົ້ານາຍຜິດຫວັງເມື່ອຍິງໄປເຖິງ 5 ປະຕູຈາກການລົງສະຫນາມ 7 ນັດຫລ້າສຸດ.
ທັງນີ້ ເດລີ ເມລ ສື່ຊື່ດັງໃນອັງກິດ ລາຍງານວ່າ ເອັນເຄເທຍ ຫນ້າຈະຕໍ່ສັນຍາກັບອາເຊນອລ ຕື່ອີກ 5 ປີ ຫລື ຈົນເຖິງປີ 107 ແລະ ໄດ້ຄ່າເມື່ອຍເີ່ມຂຶ້ນເປັນ100,000 ປອນ/ອາທິດ ຫລືສູງກວ່າທີ່ເຄີຍໄດ້ຮັບຢູ່ໃນສັນຍາສະບັບໃຫມ່ 2 ເທົ່າ ພ້ອມຄ່າເຊັນສັນຍາອີກ 5 ລ້ານປອນ.