ເມຊຸດ ໂອຊິລ ກຽມຜັນຕົນເອງເປັນນັກກິລາ E-Sport ຫລັງແຂວນເກີບ
ເມຊຸດ ໂອຊິລ ຕັ້ງໃຈຈະຜັນຕົວໄປເປັນນັກຫລິ້ນເກມມືອາຊີບ ຫລັງຈາກແຂວນເກີບ ເຊິ່ງຕອນນີ້ສະຖາ ນະການ ຂອງພວມຕົກຕຳ່ລົງ.
ຕົວແທນສ່ວນຕົວຂອງ ເມຊຸດ ໂອຊິລ ກອງກາງຕົວເກ່ັງອະດີດທີມຊາດເຢຍລະມັນ ລະບຸວ່ານັກເຕະຕັ້ງໃຈຈະ ຜັນຕົວ ໄປເປັນນັກຫລິ້ນເກມມືອາຊີບ ຫລັງຈາກທີ່ສິ້ນສຸດເສັ້ນທາງອາຊີບນັກເຕະ.
ປັດຈຸບັນ ໂອຊິລ ອາຍຸ 33 ປີ ເປັນນັກເຕະໃນສັງກັດເຟເນບາເຊ ແຫ່ງລີກຕຸຣກີ ແຕ່ຜູ້ຈັດການທີມ ຊໍເກ ເຊຊຸດ ຢືນຢັນ ຈະແຈ້ງແລ້ວວ່າຈະບໍ່ໃຫ້ນັກລົງສະຫນາມອີກ ເຖິງວ່ານັກເຕະພວມຊອກຫາຕົ້ນສັງກັດໃຫມ່ຢູ່ ແຕ່ກໍວາງ ແຜນຊີວິດ ເມື່ອແຂວນເກີບໄວ້ແລ້ວຮຽບຮ້ອຍ.
ຕົວແທນຂອງ ໂອຊິລ ກ່າວວ່າ : ‘‘ ລາວຈະເຂົ້າສູ່ເສັ້ນທາງອີສະປອດ ຫລາຍກວ່າເກ່ົາ ໂດຍຫວັງວ່າຈະໄດ້ເປັນນັກກິລາເລີຍ ລາວຫລິ້ນເກມ ຟອດໄນ້ ໄດ້ດີ ຂ້ອຍບໍ່ແປກໃຈເລີຍຫາກລາວຈະເຂົ້າຮ່ວມແຂ່ງຂັນຢ່າງຈິງຈັງ ຕອນນີ້ລາວມີທີມອີສະປອດ ເປັນຂອງຕົນເອງ ມີນັກກິລາໃນສັງກັດ ແລະ ບ້ານແຫ່ງເກມນຳອີກ ’’.
ສຳລັບ ໂອຊິລ ເຄີຍຫລິ້ນໃຫ້ກັບຫລາຍສະໂມສອນດັງເຊ່ັນ : ຊາລເກ, ແວເດີ ເບຣເມັນ, ຣຽວ ມາດຣິດ ແລະ ອາເຊນອລ ສ່ວນ ທີມຊາດເຢຍລະມັນໄດ້ຕິດທີມໃນປີ 2009-2010 ລົງສະຫນາມ 92 ນັດ ຍິງໄປ 23 ປະຕູ ມີສ່ວນສຳຄັນນຳທີມຄວ້າແຊ໊ມໂລກ 2014.