ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ

ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ - 288902874 2050824825105235 4819406759007030387 n - ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ
ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ - kitchen vibe - ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX  ວັນທີ 20 ມິຖຸນາ 2022 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ຜ່ານປະກອບຄຳຄິດຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ ຮັບຮອງເອົາ ແລະ ປະກາດແຕ່ງຕັ້ງ, ແລະ ຍົກຍ້າຍສະມາຊິກລັດຖະບານຈຳນວນໜຶ່ງ.
อาจเป็นรูปภาพของ 1 คน และ กำลังยืน ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ - 289348743 1919853031551801 978281207507162769 n - ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດໄດ້ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງ ຮອງນາຍົກລັຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ. ເຊິ່ງຜ່ານການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ, ສະພາແຫ່ງຊາດ ໄດ້ຮັບຮອງແຕ່ງຕັ້ງ ທ່ານ ສະເຫລີມໄຊ ກົມມະສິດ ຂຶ້ນເປັນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.
ນອກຈາກນີ້, ຍັງໄດ້ສະເໜີພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ໄປຮັບໜ້າທີ່ໃໝ່ ເປັນ ລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ ເປັນ ລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປຮັບໜ້າທີ່ໃໝ່ ເປັນ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງລັດຖະມົນກະຊວງການເງິນ ໄປຮັບໜ້າທີ່ໃໝ່ ເປັນ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ.
อาจเป็นรูปภาพของ 4 คน, ผู้คนกำลังนั่ง และ สถานที่ในร่ม ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ - 289379021 1919853601551744 8167808213092729509 n - ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ
ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ - 5 - ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ
ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ - 3 - ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ
ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ - 4 - ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ-ຍົກຍ້າຍ ສະມາຊິກລັດຖະບານ