ພົນລະເມືອງ ທີ່ຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ ໄດ້ສຶກສາອົບຮົມໃຫ້ກັບຖິ່ນຖານເດີມ
June 20, 2022 - 3:22 PM
ພົນລະເມືອງລາວຈຳນວນ 192 ຄອບຄົວ ທີ່ໄດ້ຍົກຍ້າຍມາຕັ້ງຖິ່ນຖານທໍາມາຫາກິນຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທີ່ມາບໍ່ຖືກຕ້ອງຕາມກົດໝາຍ ໄດ້ຖືກສຶກສາອົບຮົມໃຫ້ກັບຄືນຖິ່ນຖານເດີມ ຊຶ່ງຕໍ່ກັບບັນຫາດັ່ງກ່າວ ຂະແໜງການກ່ຽວຂ້ອງ ກໍໄດ້ເຜີຍແຜ່ນິຕິກໍາໃຫ້ປະຊາຊົນເຂົ້າໃຈແຈ້ງ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ ໃນການຍົກຍ້າຍພົນລະເມືອງບໍ່ສອດຄອງກັບລະບຽບກົດໝາຍ.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານລັດຖະມົນຕີກະຊວງພາຍໃນ ກ່າວວ່າ: ການຍົກຍ້າຍຂອງພົນລະເມືອງ ທີ່ມາບໍ່ຖືກຕ້ອງຕາມກົດໝາຍ ມາຕັ້ງຖິ່ນຖານທໍາມາຫາກິນຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ມີທັງໝົດ 192 ຄອບຄົວ, ຈໍານວນ ພົນລະເມືອງ 925 ຄົນ ຍິງ 473 ຄົນ ທີ່ມາຈາກ 10 ແຂວງ ຄື: ແຂວງຜົ້ງສາລີ, ຫຼວງພະບາງ, ຫົວພັນ, ອຸດົມໄຊ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ, ໄຊຍະບູລີ ແລະ ໄຊສົມບູນ ຊຶ່ງກະຊວງພາຍໃນ ໄດ້ປະສານກັບພະແນກພາຍໃນແຂວງຈໍາປາສັກ ແລະ ກົມສໍາມະໂນຄົວກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ເຫັນວ່າການຍົກຍ້າຍພົນລະເມືອງດັ່ງກ່າວ ມີຈໍານວນໜຶ່ງໄດ້ຂຶ້ນສໍາມະໂນຄົວຢູ່ທ້ອງຖິ່ນເດີມກ່ອນຍົກຍ້າຍແລ້ວ, ອີກຈໍານວນຫຼວງຫຼາຍ ຍັງບໍ່ທັນໄດ້ຂຶ້ນສໍາມະໂນຄົວຖືກຕ້ອງ ແລະ ຍັງສືບຕໍ່ຍົກຍ້າຍມາຕະຫຼອດ.
ທ່ານລັດຖະມົນຕີກະຊວງພາຍໃນ ກ່າວວ່າ: ປັດຈຸບັນ, ຂະແໜງການພາຍໃນ ແລະ ຂະແໜງ ປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງເມືອງປາກຊ່ອງ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນ ແລະ ສຶກສາອົບຮົມໃຫ້ປະຊາຊົນ ທີ່ຍົກຍ້າຍບໍ່ຖືກຕ້ອງກັບຄືນຖິ່ນຖານເດີມ ລວມທັງເກັບກໍາຂໍ້ມູນລະອຽດ ເປັນຕົ້ນບ່ອນທໍາການຜະລິດ ແລະ ເຮືອນຢູ່ ແລ້ວຈຶ່ງຄົ້ນຄວ້າພິຈາລະນາແກ້ໄຂໄປຕາມລະບຽບກົດໝາຍ ແລະ ຈະຕ້ອງໄດ້ເອົາໃຈໃສ່ໃນການສຶກສາອົບຮົມ ແລະ ເຜີຍແຜ່ນິຕິກໍາ ໃຫ້ປະຊາຊົນເຂົ້າໃຈແຈ້ງ ກ່ອນຈະຍົກຍ້າຍຕ້ອງໄດ້ປະກອບເອກະສານສະເໜີຂໍໃຫ້ບ້ານ ແລະ ເມືອງ ທີ່ຈະໄປຢູ່ໃໝ່ຮັບເອົາກ່ອນ ແລ້ວຈຶ່ງມາເອົາໃບຍົກຍ້າຍຈາກບ້ານ ແລະ ເມືອງເດີມຂອງຕົນຈຶ່ງຍົກຍ້າຍ ທັງນີ້ ກໍເພື່ອສະກັດກັ້ນປະກົດການຫຍໍ້ທໍ້ ໃນການຍົກຍ້າຍພົນລະເມືອງບໍ່ສອດຄອງກັບລະບຽບກົດໝາຍ.