ຢູ່ໃກ້ຄົນສູບຢາ ເພີ່ມໂອກາດສ່ຽງເປັນເບົາຫວານ
ແຕ່ໃດມາຫລາຍຄົນກໍຄິດໃນດ້ານລົບກັບຄົນສູບຢາຢູ່ແລ້ວ ບໍ່ຢາກຢູ່ໃກ້ ຫລື ຖ້າຫລີກເວັ້ນໄດ້ກໍຫລີກ ເພາະຄັວນຢາສູບເປັນສາເຫດໃຫ້ຄົນທີ່ບໍ່ສູບເພີ່ມອັດຕາສ່ຽງຕໍ່ການເປັນມະເຮັງ ແລະ ພະຍາດຫົວໃຈ. ມາເທື່ອນີ້ລາຍງານໃໝ່ສຸດກໍພົບວ່າ ຄັວນຢາສູບຍັງເປັນສາເຫດທີ່ເຮັດໃຫ້ມີໂອກາດເປັນພະຍາດເບົາຫວານເພີ່ມຂຶ້ນ (ເບົາຫວານມີ 2 ແບບ ຄື ທີ່ເກີດຈາກກຳມະພັນ ແລະ ເກີດຂຶ້ນພາຍຫລັງຈາກສະພາບແວດລ້ອມຕ່າງໆ ລວມໄປເຖິງການກິນອາຫານນຳ). ຕໍ່ໄປນີ້ເບິ່ງຄືວ່າຄົນສູບຢາຈະເປັນທີ່ໜ້າຢ້ານຫລາຍຂຶ້ນກ່ວາເກົ່າ ຫາກຍັງບໍ່ເຊົາສູບ ເພາະບໍ່ມີໃຜຢາກຈະເປັນພະຍາດເບົາຫວານ ເຮົາມັກຈະເຫັນ ແລະ ໄດ້ຍິນເປັນປະຈຳວ່າພະຍາດເບົາຫວານ ເປັນພະຍາດທີ່ຫລາຍຄົນຕ້ອງສູນເສຍອະໄວຍະວະ ເຊັ່ນ : ແຂນ ຫລື ຂາ ສາເຫດກໍເນື່ອງມາຈາກເມື່ອເປັນບາດແຜແລ້ວ ບາດແຜບໍ່ເຊົາຈັກເທື່ອ ແລ້ວກໍຈະເປັນບາດແຜຊຳ້ເຮື້ອ ຈົນເຮັດໃຫ້ຕ້ອງຕັດອະໄວຍະວະດັ່ງກ່າວຖິ້ມໄປ. ຄົນທີ່ເປັນພະຍາດເບົາຫວານຈະມີສະພາບລະດັບນຳ້ຕານໃນເລືອດສູງ ຫລື ທີ່ເອີ້ນກັນວ່າ Hyperglycemia ສະພາບດັ່ງກ່າວຈະເກີດຜົນແນວໃດຕໍ່ກົນໄກຂອງລະບົບພູມຕ້ານທານໃນຮ່າງກາຍແດ່ ມາເບິ່ງກັນເລີຍ ຈາກການສຶກສາຂອງນັກວິໄຈຕ່າງໆທົ່ວໂລກພົບວ່າ : ລະດັບນຳ້ຕານໃນເລືອດສູງຈະມີຜົນໂດຍກົງຕໍ່ຄວາມສາມາດໃນການທຳລາຍເຊື້ອພະຍາດຂອງເມັດເລືອດຂາວ Leukocyte ໂດຍ Phagocytic capabilities ຂອງເມັດເລືອດຂາວຈະເຮັດວຽກໄດ້ບໍ່ເຕັມປະສິດທິພາບ ກິດຈະກຳທີ່ໄດ້ຮັບຜົນກະທົບກໍໍຈະລວມໄປເຖິງການເຄື່ອນທີ່ຂອງເມັດເລືອດຂາວເຂົ້າຫາເປົ້າໝາຍເພື່ອທຳລາຍເຊື້ອພະຍາດດ Migration and chemotaxis ການຫ້ອມລ້ອມແຊນເຊື້ອພະຍາດ ທີ່ເອີ້ນວ່າ Phagocytosis ການທຳລາຍແຊນເຊື້ອພະຍາດພາຍໃນແຊນເມັດເລືອດຂາວ. ນອກຈາກນີ້, ສະພາບເລືອດທີ່ລະດັບນຳ້ຕານສູງ (ຄວາມເຂັ້ມຂຸ້ນຂອງເລືອດກໍຈະສູງຂຶ້ນ) ຈະສົ່ງຜົນກະທົບຕໍ່ການໄຫລວຽນຂອງເລືອດໃນລະບົບເສັ້ນເລືອດຝອຍ (Microcirculation) ເຊິ່ງທັງໝົດຈະເປັນປັດໄຈທີ່ມີຜົນທັງທາງກົງ ແລະ ທາງອ້ອມ ເຮັດໃຫ້ບາດແຜນານເຊົາ. ນອກຈາກນີ້, ຍັງມີລາຍງານທາງການແພດເລື່ອງການເຮັດວຽກຂອງໝາກໄຂ່ຫລັງຜິດປົກກະຕິ ເຮັດໃຫ້ລະດັບນຳ້ຕານໃນຍ່ຽວເພີ່ມຂຶ້ນ ເພີ່ມໂອກາດການຕິດເຊື້ອໄດ້ອີກທາງ.
ຍ້ອນຫຍັງເມື່ອຢູ່ໃກ້ຄົນສູບຢາແລ້ວຈະເພີ່ມໂອກາດສ່ຽງເຮັດໃຫ້ເປັນພະຍາດເບົາຫວານ ? ຫົວໜ້າທີມວິໄຈໃນສະຫະລັດອາເມລິກາ ທ່ານ Thomas Houstom ຈາກສູນການແພດທາງທະຫານ Birmingham ລັດ Alabama ໄດ້ສຶກສາ ແລະ ເກັບກຳຜົນການວິໄຈຈາກກຸ່ມໂຕຢ່າງອາສາສະໝັກຊາຍ-ຍິງ 4,572 ຄົນ (ຄວາມຈິງແລ້ວຈຳນວນອາສາສະໝັກເລີ່ມຕົ້ນແມ່ນ 1,115 ຄົນ, ແຕ່ກໍມີໜີຫາຍຕາຍຈາກ ຫລື ບໍ່ກໍຍ້າຍບ່ອນຢູ່ໄປແດ່ຫລາກຫລາຍສາເຫດ) ຈາກເມືອງ Birmingham, Alabama, Chicago and Minneapolis, Minnesota and Oakland ແລະ California ຕັ້ງແຕ່ປີ 1985 ໂດຍຄັດເລືອກຄົນຊ່ວງອາຍຸ 18 – 30 ປີ ໂດຍການສຸ່ມຈາກເບີໂທລະສັບ ຈາກນັ້ນກໍເລືອກມາຄອບຄົວລະ 1 ຄົນ ແລ້ວກໍນັດມາກວດສຸຂະພາບ ບໍ່ວ່າຈະແມ່ນຄົນເປັນຄວາມດັນເລືອດ, ວັດແທກຮູບຮ່າງ, ກວດເລືອດ, ກວດຍ່ຽວ, ກວດການເຮັດວຽກຂອງປອດ, ສອບຖາມປະຫວັດຄອບຄົວ, ພຶດຕິກຳການກິນອາຫານ ແລະ ເກັບກຳຂໍ້ມູນພຶດຕິກຳການສູບຢາຈາກກຸ່ມອາສາສະໝັກທັງໝົດ. ຫລັງຈາກນັ້ນກໍຈະມີການຕິດຕໍ່ກັບອາສາສະໝັກຜ່ານທາງໂທລະສັບທຸກປີ ແລະ ມີການນັດພົບໃນປີທີ 2, 5, 7, 10 ແລະ 15 ເວົ້າງ່າຍໆກໍຄື ລໍຖ້າເກັບກຳຂໍ້ມູນຈົນຄົບ 15 ປີ (ປີ 2000) ແລ້ວກໍກັບມາກວດສຸຂະພາບກຸ່ມໂຕຢ່າງອີກຄັ້ງ ພົບວ່າ : 22% ຂອງກຸ່ມຄົນທີ່ສູບຢາມີສະພາບລະດັບນຳ້ຕານໃນເລືອດສູງຫລາຍກ່ວາ ຫລື ເທົ່າກັບ 100 ມິນລີກຣາມຕໍ່ເດຊີລິດ ເຊິ່ງເປັນສັນຍານທີ່ບອກໃຫ້ຮູ້ວ່າຮ່າງກາຍເລີ່ມຈະສ້າງຮໍໂມນອິນຊູລິນມາບໍ່ພໍທີ່ຈະໃຊ້ຄວບຄຸມລະດັບນຳ້ຕານໃນເລືອດແລ້ວ (ທາງການແພດຈະເອີ້ນວ່າ Glucose Intolerance) ແລະ ນີ້ເອງທີ່ເປັນຈຸດເລີ່ມຕົ້ນຂອງການເປັນພະຍາດເບົາຫວານ. ແລະ 17% ສຳລັບກຸ່ມອາສາສະໝັກທີ່ບໍ່ເຄີຍສູບຢາເລີຍ ແຕ່ຢູ່ໃກ້ກັບຄົນທີ່ສູບຢາຫລາຍເທື່ອ ແລະ ໄດ້ຮັບຄວັນຢາສູບນຳ ເລີ່ມຈະມີລະດັບນຳ້ຕານໃນເລືອດສູງ ເຊິ່ງເມື່ອທຽບກັບກຸ່ມຄົນທີ່ເຄີຍສູບຢາ ແລະ ໄດ້ເຊົາສູບໄປແລ້ວ ມີພຽງ 14% ທີ່ມີອາການນຳ້ຕານໃນເລືອດສູງ ເຮັດໃຫ້ເຫັນໄດ້ວ່າຄົນທີ່ຢູ່ໃກ້ຄົນສູບຢາໄດ້ຮັບຜົນກະທົບກັບສຸຂະພາບຫລາຍກ່ວາ ຄືກັບທີ່ເຄີຍມີລາຍງານມາກ່ອນໜ້ານີ້ແລ້ວໃນຫລາຍໆພະຍາດອັນເກີດຈາກການສູບຢາ ແລະ ກຸ່ມທີ່ມີປັດໄຈສ່ຽງໜ້ອຍທີ່ສຸດກໍຄື ກຸ່ມຄົນທີ່ບໍ່ສູບຢາ ແລະ ບໍ່ໄດ້ຢູ່ໃກ້ກັບຄົນສູບຢາ ເຊິ່ງໃນກຸ່ມຫລັງນີ້ມີພຽງ 11,5% ທີ່ມີລະດັບນຳ້ຕານໃນເລືອດສູງຫລາຍກ່ວາ ຫລື ເທົ່າກັບ 100 ມິນລີກຣາມຕໍ່ເດຊີລິດ.