ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ

ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ - 289326127 748023033313066 8445665832803873916 n - ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ
ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ - kitchen vibe - ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ

ວັນທີ 20 ມິຖຸນາ 2022 ນີ້ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງສະມາຊິກສະພາແຫ່ງຊາດ (ສສຊ) ໂດຍໄດ້ເນັ້ນໃຫ້ຂະແໜງ ການທ່ອງທ່ຽວວວ່າ: ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວ ແລະ ການເປີດປະເທດ, ຕິດພັນກັບການປ້ອງກັນ ແລະ ຮັບມືການແພ່ລະບາດ ຂອງພະຍາດໂຄວິດ-19 ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ເປີດປະເທດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ, ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານກໍໄດ້ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ໄລຍະ 2021-2025.

ເພື່ອກະຕຸ້ນເສດຖະກິດແຫ່ງຊາດ, ເປັນການວາງທິດທາງໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບຫັນປ່ຽນດ້ານເສດຖະກິດຂອງໂລກຊຶ່ງລັດຖະບານ ໄດ້ກໍານົດມີ 3 ທິດທາງ ຄື: ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການໂຄສະນາການທ່ອງທ່ຽວ, ການຄຸ້ມຄອງການສ້າງຄວາມເຂັ້ມແຂງບຸກຄະລາກອນທ່ອງທ່ຽວ ຊຶ່ງຕໍ່ວຽກງານດັ່ງກ່າວ ບັນດາທ່ານ ສສຊ ໄດ້ມີຄໍາເຫັນເພີ່ມຕື່ມເປັນຕົ້ນຄື:

ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ
ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ

1). ຜ່ານການຈັດຕັ້ງປະຕິບັດ ການທົດລອງເປີດເຂດທ່ອງທ່ຽວສີຂຽວ ເຫັນວ່າມາດຕະການໃນການຄວບຄຸມພະຍາດໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ນັກທ່ອງທ່ຽວ ແລະ ມີຄ່າໃຊ້ຈ່າຍສູງ, ເຮັດໃຫ້ນັກທ່ອງທ່ຽວບໍ່ຢາກເດີນທາງມາທ່ອງທ່ຽວຢູ່ ສປປ ລາວ;

2). ແຫຼ່ງທ່ອງທ່ຽວສີຂຽວ ມີຫຼາຍ, ແຕ່ການຄຸ້ມຄອງ, ການຂຶ້ນບັນຊີ ແຫຼ່ງທ່ອງທ່ຽວ ແລະ ເມືອງທ່ອງທ່ຽວ ບໍ່ທັນຄົບຖ້ວນ, ການສໍາປະທານບາງແຫຼ່ງທ່ອງທ່ຽວ ຍັງບໍ່ທັນມີບົດວິພາກ, ເພື່ອເປັນຂໍ້ມູນໃນການພັດທະນາ; ບາງໂຄງການພັດທະນາໃນບໍລິເວນແຫຼ່ງທ່ອງທ່ຽວຍັງສົ່ງຜົນກະທົບທາງລົບ ຕໍ່ແຫຼ່ງທ່ອງທ່ຽວທາງວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ;

3). ຄວນມີການຊຸກຍູ້, ສົ່ງເສີມ ການຜະລິດ ແລະ ຈໍາໜ່າຍເຄື່ອງທີ່ລະນຶກ, ຜະລິດຕະພັນທີ່ເປັນເອກະລັກຂອງແຕ່ລະແຫຼ່ງທ່ອງທ່ຽວ ເພື່ອການສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ພື້ນທີ່ດັ່ງກ່າວ;

4). ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ເປີດປະເທດ, ຕ້ອນຮັບນັກທ່ອງທ່ຽວແບບເຕັມຮູບແບບ, ຄວນພິຈາລະນາການເພີ່ມກໍານົດເວລາວີຊາ ໃຫ້ນັກທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ແລະ ນໍາເງິນຕາຕ່າງປະເທດ ເຂົ້າ ສປປ ລາວ ໃຫ້ຫຼາຍຂຶ້ນ;

5), ສະເໜີຄົ້ນຄວ້າ, ປັບປຸງການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ໃຫ້ແກ່ຜູ້ປະກອບການດ້ານການທ່ອງທ່ຽວໃຫ້ໄດ້ຫຼາຍຂຶ້ນ;

6). ປັບປຸງການບໍລິການ-ການທ່ອງທ່ຽວ, ດ້ານຄວາມປອດໄພ, ສິ່ງອໍານວຍຄວາມສະດວກ ເປັນຕົ້ນການປະສານງານ ລະຫວ່າງ ພາກສ່ວນກ່ຽວຂ້ອງ, ເສັ້ນທາງເຂົ້າເຖິງແຫຼ່ງທ່ອງທ່ຽວ, ຄ່າອາຫານ ແລະ ເຄື່ອງດື່ມ ຢູ່ສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ມີລາຄາສົມເຫດສົມຜົນ ແລະ ອື່ນໆ ທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ນໍາໄປຄົ້ນຄວ້າພິຈາລະນາແກ້ໄຂ.

ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ - 4 - ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ
ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ - 5 - ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ
ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ - 3 - ທ່ານຮອງປະທານສະພາແຫ່ງຊາດເນັ້ນຂະແໜງການທ່ອງທ່ຽວ ກໍານົດທິດທາງ ແລະ ວາງແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ