ຈີນນຳເຂົ້ານ້ຳມັນດິບຈາກຣັດເຊຍເດືອນພຶດສະພາ ເພີ່ມຂຶ້ນ 55%
ປະລິມານນ້ຳມັນດິບທີ່ຣັດເຊຍສົ່ງອອກສູ່ຈີນ ສະເພາະໃນເດືອນພຶດສະພາຜ່ານມາ ມີອັດຕາເພີ່ມຂຶ້ນ 55% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ.
ວັນທີ 20 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານພາສີອາກອນກາງຂອງຈີນລາຍງານສະຖິຕິການນຳເຂົ້ານ້ຳມັນດິບຈາກຣັດເຊຍ ຜ່ານທໍ່ສົ່ງໄຊບີເຣຍຕາເວັນອອກໃນມະຫາສະໝຸດປາຊີຟິກ ແລະ ຈາກການຂົນສົ່ງທາງເຮືອ ມີປະລິມານລວມກັນເກືອບ 8,42 ລ້ານໂຕນ ສະເພາະໃນເດືອນພຶດສະພາຜ່ານມາ ຫລື ເທົ່າກັບ 1,98 ລ້ານບາເຣລຕໍ່ວັນ ເພີ່ມຂຶ້ນປະມານ 25% ເມື່ອທຽບໃສ່ສະຖິຕິ 1,59 ລ້ານບາເຣລຕໍ່ວັນ ໃນເດືອນເມສາຜ່ານມາ.
ຂະນະດຽວກັນ, ສະຖິຕິດັ່ງກ່າວຍັງຖືວ່າເພີ່ມຂຶ້ນ 55% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ ເຮັດໃຫ້ຣັດເຊຍກັບຄືນສູ່ອັນດັບໜຶ່ງ ການເປັນປະເທດຜູ້ສົ່ງອອກນ້ຳມັນດິບລາຍໃຫຍ່ທີ່ສຸດຂອງຈີນ ເປັນຄັ້ງທຳອິດໃນຮອບ 19 ເດືອນ. ສ່ວນຊາອຸດິອາຣະບີຕົກໄປຢູ່ອັນດັບທີສອງ ດ້ວຍສະຖິຕິ 7,82 ລ້ານໂຕນ ໃນເດືອນຜ່ານມາ ຫລື ສະເລ່ຍວັນລະ 1,84 ລ້ານບາເຣລ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ.
ນອກຈາກນີ້, ລາຍງານຂອງລັດຖະບານປັກກິ່ງເປີດເຜີຍຂໍ້ມູນ ການນຳເຂົ້ານ້ຳມັນດິບ 260.000 ໂຕນຈາກອີຣານ ໃນເດືອນພຶດສະພາຜ່ານມານຳອີກ ຖືເປັນຄັ້ງທີສາມນັບແຕ່ເດືອນທັນວາປີຜ່ານມາ ເຊິ່ງຈີນນຳເຂົ້ານ້ຳມັນຈາກອີຣານ.