ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ

ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ - aakash missile 260721 - ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ
ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ - kitchen vibe - ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ

ກະຊວງປ້ອງກັນປະເທດຈີນເຜີຍວ່າ: ຈີນກຳລັງທົດລອງລະບົບສະກັດກັ້ນລູກສອນໄຟພາກພື້ນດິນ ເຊິ່ງບັນລຸເປົ້າໝາຍຕາມຄາດຫວັງ, ພ້ອມເນັ້ນວ່າເປັນການປ້ອງກັນປະເທດ ແລະ ບໍ່ໄດ້ຕັ້ງເປົ້າໄປປະເທດໃດປະເທດໜຶ່ງ.

ປັດຈຸບັນຈີນກຳລັງເດີນໜ້າພັດທະນາລູກສອນໄຟທຸກປະເພດ ຄວບຄຸມນັບແຕ່ລູກສອນໄຟທີ່ໃຊ້ທຳລາຍດາວທຽມໃນອະວະກາດ ໄປຈົນເຖິງລູກສອນໄຟທີ່ຕິດຫົວຮົບນິວເຄຼຍໄດ້ ເຊິ່ງເປັນສ່ວນໜຶ່ງຂອງແຜນຍຸດທະສາດຈີນໃນການພັດທະນາກອງທັບໃຫ້ທັນສະໄໝຂອງປະທານປະເທດ ສີຈິ້ນຜິງ.

ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ - Visit Laos Visit SALANA BOUTIQUE HOTEL - ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ
ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ - Visit Laos Visit SALANA BOUTIQUE HOTEL - ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ

ກ່ອນໜ້ານີ້ ຈີນເຄີຍທົດລອງລະບົບສະກັດກັ້ນລູກສອນໄຟມາແລ້ວ ເຊິ່ງຄັ້ງຫລັງໆທີ່ມີການປະກາດຕໍ່ສາທາລະນະເກີດຂຶ້ນໃນເດືອນກຸມພາ 2021 ແລະ ປີ 2018 ໂດຍກະຊວງປ້ອງກັນປະເທດລະບຸໃນຖະແຫລງການເມື່ອວັນທີ 19 ກຸມພາວ່າ: ການທົດລອງເຕັກໂນໂລຊີລະບົບສະກັດກັ້ນລູກສອນໄຟພາກພື້ນຄັ້ງຫລ້າສຸດໃນຄືນວັນອາທິດນັ້ນບັນລຸເປົ້າໝາຍຕາມຄາດຫວັງໄວ້. ເຖິງຢ່າງໃດກໍຕາມ, ຈີນບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມຕື່ມ.

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຫລັງຈີນ ແລະ ຣັດເຊຍອອກມາສະແດງການຄັດຄ້ານການຕິດຕັ້ງລະບົບປ້ອງກັນລູກສອນໄຟ Terminal High Altitude Area Defense (THAAD) ຂອງອາເມລິກາໃນ ສ.ເກົາຫລີ ໂດຍຈີນອ້າງວ່າເຣດາທີ່ມີພະລັງໃນລະບົບ THAAD ອາດສອດສ່ອງເຂົ້າໄປໃນອານາເຂດຂອງຈີນ.

ຈີນໃຫ້ເຫດຜົນອີກວ່າ: ການພັດທະນາເຕັກໂນໂລຊີລະບົບສະກັດກັ້ນລູກສອນໄຟເປັນສິ່ງຈຳເປັນເພື່ອຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ.

ອ້າງອີງ:

https://www.reuters.com/world/china/china-says-it-tested-missile-interception-system-2022-06-20/

ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ - 4 - ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ
ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ - 3 - ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ
ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ - 5 - ຈີນທົດລອງລະບົບສະກັດກັ້ນລູກສອນໄຟ ເນັ້ນເພື່ອປ້ອງກັນປະເທດ ບໍ່ໄດ້ຕັ້ງເປົ້າປະເທດໃດ