6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ

6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ - 288420427 2049795081874876 9124003842932954962 n 1 - 6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ
6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ - kitchen vibe - 6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ

ພາຍຫລັງລາຄາສິນຄ້າອຸປະໂພກ-ບໍລິໂພກ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງກະທົບຫລາຍດ້ານທັງເສດຖະກິດ ລວມຂອງຊາດ, ການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ອື່ນໆ ແລະ ເພື່ອແກ້ໄຂບັນຫານີ້, ລັດ ຖະບານ ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນກໍານົດມາດຕະການສໍາຄັນຮັບມືກັບລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ ເພື່ອຮັກສາສະພາບການເໜັງຕີງຂອງລາຄາສິນຄ້າ ໃນສະພາບການຂະຫຍາຍຕົວເສດຖະກິດຂອງໂລກທີ່ຍັງຈະຜັນຜວນ ແລະ ກະທົບແຮງ.

ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ແຈງມາດຕະການຮັບມືກັບລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ວ່າ:ເພື່ອຮັກສາສະພາບການເໜັງຕີງຂອງລາຄາສິນຄ້າ ໃນສະພາບການຂະຫຍາຍຕົວເສດຖະກິດຂອງໂລກທີ່ຍັງຈະຜັນຜວນ, ກະທົບແຮງນັ້ນ, ພວກເຮົາໄດ້ຮີບຮ້ອນກໍານົດຫລາຍມາດຕະການສໍາຄັນ ເຊັ່ນເພີ່ມທະວີການຄຸ້ມຄອງລາຄາສິນຄ້າອຸ ປະໂພກ-ບໍລິໂພກໂດຍການສ້າງກົນໄກຕິດຕາມລາຄາສິນຄ້າຢ່າງເປັນລະບົບ, ປົກກະຕິ, ທັນສະໄໝແລະ ທົ່ວເຖິງ ທັງກໍານົດໄລຍະເວລາ ແລະ ແຜນດໍາເນີນງານຕິດຕາມການເໜັງຕີງລາຄາສິນຄ້າແຕ່ລະໄລຍະ ຢ່າງະລອຽດ ແລະ ຈະເຮັດສໍາເລັດປີ 2023.

6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ - Visit Laos Visit SALANA BOUTIQUE HOTEL - 6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ
6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ - Visit Laos Visit SALANA BOUTIQUE HOTEL - 6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ

ຂະນະດຽວກັນຈະສົມທົບກັບກະຊວງແຜນການ ແລະ ການລົງທຶນ ຮ່ວມຄົ້ນຄວ້າການເໜັງຕີງຕາມດັດສະນີລາຄາສິນຄ້າພ້ອມທັງຊຸກຍູ້ຂະແໜງການກ່ຽວຂ້ອງໂດຍສະ ເພາະຂະແໜງກະສິກໍາ ແລະ ປ່າໄມ້ໃຫ້ເປັນເຈົ້າການກໍານົດຕົ້ນທຶນ ແລະຄຸ້ມຄອງລາຄາການຜະລິດໂດຍ ສະເພາະຕົ້ນທຶນການຜະລິດທີ່ຕິດພັນກັບການປູກ ແລະ ການລ້ຽງໃຫ້ສໍາເລັດໃນ 6 ເດືອນທ້າຍປີນີ້;
– ເປັນເຈົ້າການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກໍານົດໂຄງປະກອບລາຄານັບແຕ່ຂອດຕົ້ນທຶນການຜະ ລິດຈົນຮອດຂອດຂາຍຍ່ອຍ;
– ສົມທົບແໜ້ນປັບປຸງລະບົບ-ກົນໄກການຄຸ້ມຄອງລາຄາສິນຄ້າ, ຕົ້ນທຶນການຜະລິດ, ລາຄາກາງສໍາລັບສິນຄ້າຈໍາເປັນ, ສິນຄ້າຍຸດທະສາດໃຫ້ທັນກັບສະພາບຄວາມເປັນຈິງ ໃຫ້ສໍາເລັດປີ 2023;
– ດັດສົມລາຄາສິນຄ້າຈໍາເປັນເພື່ອກໍານົດບູລິມະສິດຄວາມຕ້ອງການ ແລະ ການສະໜອງສິນຄ້າ ເພື່ອແຊກແຊງສາມາດຄວບຄຸມລາຄາສິນຄ້າບໍ່ຜັນຜວນໄວຕາມອັດຕາເງິນເຟີ້ສູງຂຶ້ນໃຫ້ສໍາເລັດປີ 2023;
– ສ້າງຄວາມສະດວກໃຫ້ແກ່ການເຄື່ອນຍ້າຍສິນຄ້າພາຍໃນປະເທດ, ຫລຸດຜ່ອນຂອດຂັ້ນເພື່ອຫລຸດຜ່ອນຕົ້ນທຶນຂອງຜູ້ປະກອບການ;
– ເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະການຍົກລະດັບຄວາມຮູ້ການວາງແຜນທຸລະກິດ, ການເຂົ້າເຖິງຕະຫລາດ, ການວາງແຜນການເງິນ ແລະ ບັນຊີເງິນສົດ;
– ສຸມໃສ່ອຸດສາຫະກໍາປຸງແຕ່ງທີ່ມີໜໍ່ແໜງເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນໃຫ້ຂະຫຍາຍ ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສ້າງຄວາມສາມາດສົ່ງອອກໃຫ້ຫລາຍຂຶ້ນ ໂດຍເນັ້ນໃສ່ 8 ອຸດສາຫະກໍາ ແລະ ຫັດຖະກໍາທີ່ມີທ່າແຮງບົ່ມຊ້ອນ.

6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ - 3 - 6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ
6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ - 5 - 6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ
6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ - 4 - 6 ມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບຕໍ່ໜ້າ