ສປປ ລາວຕັ້ງເປົ້າໝາຍ ປີ 2030 ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກຳປູເຈຍ ກວ່າ 6.000 MW
![ສປປ ລາວຕັ້ງເປົ້າໝາຍ ປີ 2030 ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກຳປູເຈຍ ກວ່າ 6.000 MW - 289731633 1920694484800989 354530537973859566 n - ສປປ ລາວຕັ້ງເປົ້າໝາຍ ປີ 2030 ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກຳປູເຈຍ ກວ່າ 6.000 MW ສປປ ລາວຕັ້ງເປົ້າໝາຍ ປີ 2030 ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກຳປູເຈຍ ກວ່າ 6.000 MW - 289731633 1920694484800989 354530537973859566 n - ສປປ ລາວຕັ້ງເປົ້າໝາຍ ປີ 2030 ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກຳປູເຈຍ ກວ່າ 6.000 MW](https://www.laophattananews.com/wp-content/uploads/2022/06/289731633_1920694484800989_354530537973859566_n.jpg)
ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 20 22 ນີ້ວ່າ: ນອກຈາກສົ່ງໄປປະເທດກຳປູເຈຍແລ້ວ, ຍັງໄດ້ສົ່ງໄຟຟ້າ ຈຳນວນ 5 MW ໄປ ປະເທດມຽນມາ ແລະ ຈະສົ່ງໄປອີກຕື່ມປະມານ 30-35 MW ພາຍໃນປີ 2022 ນີ້ ລວມທັງການສົ່ງໄຟໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານໃນລະບົບແຮງດັນ 115 kV ແລະ ມີແຜນຈະເຊື່ອມໂຍງ ດ້ວຍລະບົບ 500 Kv, ພ້ອມນັ້ນຈະສົ່ງໄຟໄປສິງກະໂປແບບທົດລອງບໍ່ເກີນ 100 MW ໃນທ້າຍເດືອນນີ້.
ອີງຕາມການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ກັບຣາຊະອານາຈັກກຳປູເຈຍ ກໍານົດໄວ້ວ່າ: ພາຍໃນປີ 2030 ສປປ ລາວ ຈະສົ່ງຂາຍພະລັງງານໄຟຟ້າໄປປະເທດກຳປູເຈຍ ໃຫ້ໄດ້ຫລາຍກວ່າ 6.000 MW; ປັດຈຸບັນ ສາມາດສົ່ງໄຟໄປແລ້ວ ຈຳນວນ 445 MW. ສຳລັບສັນຍາການຮ່ວມມືດ້ານພະລັງງານລະຫວ່າວສອງປະເທດ ປະກອບມີສັນຍາຊື້-ຂາຍໄຟຟ້າ ຄື: 1.PPA ລະຫ່ວາງ EDL ແລະ EDC, (ເຂື່ອນໄຟຟ້າດອນສະໂຮງ 3 Unit) ຈໍານວນ 195 MW, 2.PPA ລະຫ່ວາງ EDL ແລະ EDC ຈໍານວນ 500 MW, 3.PPA ລະຫວ່າງຜູ້ພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນລະມາມ ແລະ EDC ຈຳນວນ 600 MW ແລະ 4.PPA ລະຫວ່າງ ຜູ້ພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນກະລຶມ ແລະ EDC ຈຳນວນ 1.800 MW.
ສຳລັບ ກອບການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ມາຮອດປັດຈຸບັນ ໂຄງການທີ່ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ທັງໝົດມີ 25 ໂຄງການ, ລວມກຳລັງຕິດຕັ້ງ 2.180 MW ໃນນັ້ນ, ໄດ້ສົ່ງໄຟອອກຂາຍແລ້ວມີ 3 ໂຄງ ການຄື: ໂຄງການເຊຂະໝານ1, ເຊຂະໝານຊານໄຊ ແລະ ເຊຂະໝານ 3 ລວມກໍາລັງຕິດຕັ້ງ 572 MW. ສ່ວນໂຄງການທີ່ກຳລັງກໍ່ສ້າງ ແລະ ຄາດວ່າຈະສາມາດສົ່ງໄຟໄດ້ໃນປີ 2022-2025 ແມ່ນມີທັງໝົດ 22 ໂຄງການ, ລວມກໍາລັງຕິດຕັ້ງ 1.608 MW.
ນອກນີ້, ຍັງມີບັນດາໂຄງການທີ່ມີນິຕິກໍາພາຍໃຕ້ ການເຊັນບົດບັນທຶກຄວາມເຂົ້າໃຈດ້ານລາຄາໄຟຟ້າ (Tariff MOU); ມີຂໍ້ຕົກລົງເຫັນດີດ້ານຫລັກການຮັບໄຟ ແລະ ບັນດາໂຄງການທີ່ກຸ່ມບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງ-ເຄຫາສະ ຖານ ຈຳກັດ ແລະ EVN ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ໂຄງການທີ່ຈະຂາຍໃຫ້ ສສ ຫວຽດນາມມີ ຄື:ໂຄງການທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈດ້ານລາຄາໄຟຟ້າ (Tariff MOU) ມີ 8 ໂຄງການ ລວມກຳລັງຕິດຕັ້ງ 1.814 MW; ໂຄງການທີ່ມີຂໍ້ຕົກລົງເຫັນດີດ້ານຫລັກການຮັບໄຟຈາກ ລັດຖະບານ ສສ ຫວຽດນາມມີ 6 ໂຄງການລວມກຳລັງຕິດຕັ້ງ 2.485 MW; ໂຄງການທີ່ກຸ່ມບໍລິ ສັດ ພົງຊັບທະວີກໍ່ສ້າງຂົວທາງ-ເຄຫາສະຖານ ແລະ EVN ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ກັບ EVN ມີ 8 ໂຄງການ ລວມກຳລັງຕິດຕັ້ງ 1.669,5 MW.
ທ່ານ ດາວວົງ ພອນແກ້ວ ກ່າວຕື່ມວ່າ: ຖ້າພວກເຮົາສາມາດຈັດຕັ້ງປະຕິບັດບັນດາໂຄງການທີ່ຢູ່ໃນເປົ້າໝາຍດັ່ງກ່າວສໍາເລັດທັງໝົດແມ່ນຈະສາມາດບັນລຸຕົວເລກສົ່ງອອກພະລັງງານໄຟຟ້າໄປຍັງ ສສ ຫວຽດນາມໄດ້ປະມານ 8.148,5 MW ເຊິ່ງກໍໝາຍຄວາມວ່າຖ້າຈັດຕັ້ງປະຕິບັດສຳເລັດພາຍໃນປີ 2030 ແມ່ນຈະປະຕິບັດໄດ້ເກີນຄາດໝາຍທີ່ວາງໄວ້.